ໜອງຂຽວ-ພູຜາແດງປາຍທາງນັກທ່ອງທ່ຽວອອກສູ່ອາຊຽນ-ຈີນ

13/06/2022 14:40
Email Print 7661
ຂປລ *ເມືອງງອຍໃຕ້ຮົ່ມໂຟຮົ່ມໄຊຂອງເມືອງມໍລະດົກໂລກ ຫລວງພະບາງສອດແຊກ ສະຖາປັດຕິຍະກໍາ ເກົ່າແກ່ສະໄໝຝຣັ່ງ, ພູເຂົາຂຽວ, ສີນໍ້າມໍລະກົດ, ຖໍ້າພະ, ຕາດກວງຊີ ແລະ ວິຖີຊີວິດດັ້ງເດີມ.




*ເມືອງງອຍໃຕ້ຮົ່ມໂຟຮົ່ມໄຊຂອງເມືອງມໍລະດົກໂລກ ຫລວງພະບາງສອດແຊກ ສະຖາປັດຕິຍະກໍາ ເກົ່າແກ່ສະໄໝຝຣັ່ງ, ພູເຂົາຂຽວ, ສີນໍ້າມໍລະກົດ, ຖໍ້າພະ, ຕາດກວງຊີ ແລະ ວິຖີຊີວິດດັ້ງເດີມຄື: ຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ຕ່າງປະເທດມາ ຈາກຫວຽດນາມ, ໄທ ແລະ ຈີນ ຜ່ານເສັ້ນທາງ ຮອຍຂີ້ເຂັບ ເຊື່ອມຈອດກັນ ລະຫວ່າງ ປະເທດເຮົາກັບອາຊຽນ ແລະ ສປ.ຈີນ ຕ້ອງການຢາກໄປສໍາຜັດ ແລະ ແຮມຄືນຢ່າງອິ່ມອົກອິ່ມໃຈ.

ປີ 2008 ຜູ້ຂຽນໄດ້ມີໂອກາດເດີນທາງຂຶ້ນໄປພາກເໜືອຂອງ ສປປ ລາວ ບໍ່ຕ່າງຫຍັງກັບໄປນາ ເພື່ອກັບກໍາຂໍ້ມູນ ຂ່າວນັ້ນເອງ ຕະຫລອດການເດີນທາງ ໃນນາມນັກຂ່າວ ແລະ ນັກຂຽນ ທີ່ເປັນກະບອກສຽງ ຂອງພັກ-ລັດນັ້ນ ຕົນເອງບໍ່ໄດ້ ເຮັດວຽກໜ້າດຽວ ແຕ່ຫາກເຮັດວຽກ ຄວບຄູ່ກັນໄປ ທັງຮັບຜິດຊອບ ຂຽນ ຄໍ ລໍາເສດຖະກິດ, ການຜະລິດກະສິກໍາ, ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ, ການຂະຫຍາຍ ໂອກາດຂອງການສຶກສາ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ການບໍລິການ ສາທາລະນະສຸກ ເຂົ້າເຖິງເຂດຊຸມ, ການທ່ອງທ່ຽວ ແລະ ອື່ນໆ. ເວລານັ້ນ ເຄີຍໄດ້ໄປຢ້ຽມຢາມ ແລະ ເຮັດຂ່າວ ຢູ່ເມືອງຂົວ ແຂວງຜົ້ງສາລີ 2 ຄັ້ງ ເຊິ່ງຄວາມຈິ່ງແລ້ວ ເມືອງຂົວ ກໍເປັນເມືອງໜຶ່ງ ບໍ່ພຽງແຕ່ໂດ່ງດັງ ເລື່ອງການປູກ ການລ້ຽງເທົ່ານັ້ນ ຫາກຍັງເປັນເມືອງທ່ອງທ່ຽວ ແລະ ທັງປະຕູ ອອກສູ່ດຽນບຽງຝູຂອງ ສສ.ຫວຽດນາມ ແລະ ທັງເປັນປະຕູ ອອກສູ່ເຂົ້າແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງຫົວພັນອີກ ດ້ວຍຍ້ອນແນວນັ້ນ ນັກທ່ອງ ທ່ຽວຕ່າງປະເທດຈ າກເອີຣົບ, ໄທ , ຫວຽດນາມ ແລະ ຈີນ ຈິ່ງອາໃສເສັ້ນທາງເລົ່ານັ້ນ ເພື່ອເດີນທາງ ເຂົ້າມາເມືອງຂົວ ແລ້ວຂີ່ເຮືອມາລົງ ເມືອງງອຍ ແລະ ເຂົ້າໄປສູ່ເມືອງ ມໍລະດົກໂລກ ແຂວງຫລວງພະບາງໄດ້ງ່າຍ.

ມື້ນີ້ຜູ້ຂຽນຈະມາບອກເລົ່າເລື່ອງລາວທີ່ໜ້າສົນໃຈ ກ່ຽວກັບແຫລ່ງທ່ອງທ່ຽວ ມະຫັດສະຈັນ ໃນເມືອງງອຍ ຜ່ານປາຍປາກກາ ດັ່ງທີ່ຮູ້ ໜອງຂຽວນໍ້າສີມໍລະກົດ ຕັ້ງຢູ່ແຄມແມ່ນໍ້າອູທີ່ຂຶ້ນກັບ ເມືອງງອຍ, ແຂວງຫລວງພະບາງ ມີຂົວເກົ່າແກ່ຂ້າມນໍ້າອູສ້າງຂຶ້ນໃນປີ  1973 ປັດຈຸບັນໄດ້ສ້າງຂົວໃໝ່ມາທົດແທນຂົວເກົ່າແລ້ວ.

ຄວາມຈິງເມືອງງອຍມີ 2 ເມືອງຄື: ເມືອງງອຍເກົ່າ ແລະ ເມືອງງອຍໃໝ່ ເຊື່ອມຕໍ່ກັນປະມານ 20 ກິໂລແມັດ ຕັ້ງຢູ່ກາງພູເຂົາ ລຽບຕາມແຄມຝັ່ງ ແມ່ນໍ້າອູ ທີ່ມີທິວທັດ ທໍາມະຊາດສວຍງາມ, ຢູ່ທີ່ນັ້ນ ປະຊາຊົນສ່ວນໃຫຍ່ ຍັງໃຊ້ຊີວິດແບບດັ້ງເດີມ ຕິດພັນກັບທໍາມະຊາດ, ເພີ່ງພາອາໃສ ການຜະລິດກະສິກໍາ, ລ້ຽງສັດ, ຫາ ປາ ແລະ ຊອກເຄື່ອງປາຂອງດົງ ມາຂາຍໃນທ້ອງຕະຫລາດ ເຊິ່ງໄດ້ຊຸບລ້ຽງຊີວິດ ເຂົາເຈົ້າແຕ່ບັນພະບູລຸດ ເຖິງທຸກວັນນີ້ ເມືອງດັ່ງກ່າວ ຫ່າງຈາກເທສະບານ ນະຄອນຫລວງພະບາງ ປະມານ 150 ກມ, ໃຊ້ເວລາເດີນທາງ ປະມານ 2 ຊົ່ວໂມງ.





ຈຸດເດັ່ນຂອງໜອງຂຽວ, ເມືອງງອຍນັ້ນ ນັກເດີນທາງສາມາດ ເລືອກເດີນທາງດ້ວຍການ ລ່ອງເຮືອຕາມນໍ້າອູ ເຊື່ອມຕໍ່ກັບແມ່ນໍ້າຂອງ ທີ່ບ້ານປາກອູ ອັນເປັນທີ່ຕັ້ງຂອງຖໍ້າຕິ່ງ  (ຖໍ້າພະ)ແລ້ວລ່ອງເຮືອ ໄປຕາມນໍ້າຂອງ ສູ່ນະຄອນຫລວງພະບາງ ເຊິ່ງໃຊ້ເວລາເດີນທາງ ປະມານ 5 ຊົ່ວໂມງ ແລະ ຖ້ານັກທ່ອງທ່ຽວ ຈະເດີນ ທາງ ດ້ວຍລົດຫລື ທາງບົກກໍສາມາດ ໄປໄດ້ເພາະເສັ້ນທາງ ສະດວກສະບາຍແລ້ວ.

ຄວາມຈິງແລ້ວໜອງຂຽວ ກັບ ເມືອງງອຍ ເປັນຄົນລະສະຖານທີ່ ແຕ່ກໍມີຄວາມຜູກພັນກັນ, ເມືອງງອຍ ເປັນເມືອງເກົ່າແກ່ ແຄມແມ່ນໍ້າອູ ຕອນກາງ ເຊິ່ງຂຶ້ນກັບ ເມືອງຫລວງພະບາງ ຕໍ່ມາເມື່ອມີການ ຕັດຖະໜົນ ຈາກຫລວງພະບາງ ທາງການກໍໄດ້ສ້າງ ຂົວຂ້າມແມ່ນໍ້າ ບໍລິເວນໜອງຂຽວ ເພື່ອຈະມຸ່ງໜ້າ ໄປທາງເມືອງ ຊໍາເໜືອ ແຂວງຫົວພັນ ບໍລິເວນທີ່ຕັ້ງ ຂອງຂົວດັ່ງກ່າວ ຈຶ່ງກາຍເປັນຊຸມຊົນໃໝ່ ເຊິ່ງມີຊາວບ້ານ ຈາກເມືອງງອຍ ຍ້າຍຖິ່ນຖານ ໄປຕັ້ງບ້ານເຮືອນ ຢູ່ບໍລິເວນໜອງຂຽວ ແລະ ເມື່ອມີການທ່ອງທ່ຽວ ມາເຖິງ ໜອງຂຽວ ຈຶ່ງກາຍເປັນ ບ້ານໃຫຍ່ທີ່ຄຶກຄັກ ແລະ ມີສີສັນ ກວ່າເມືອງງອຍ ໃນທີ່ສຸດ ແຕ່ວ່າການເຊື່ອມໂຍງ ລະ ຫວ່າງ ເມືອງງອຍ ກັບ ໜອງຂຽວ ກໍຍັງມີຕໍ່ເນື່ອງ ສະໝໍ່າສະເໝີ, ມີເຮືອໂດຍສານປະຈໍາທາງ ແລະ ມີເຮືອໃຫ້ເໝົາ ດ້ວຍການເດີນທາງ ໄລຍະສັ້ນໆ ເພື່ອຊົມທິວທັດ ສອງຂ້າງທາງ ແບບເພີດເພີນ ໄປກັບທໍາມະຊາດ ບໍ່ເຖິງຊົ່ວໂມງກໍຮອດ.

ໜອງຂຽວກໍກໍາລັງພັດທະນາເປັນສູນຂອງການທ່ອງທ່ຽວແບບຜະຈົນໄພ, ປີນຜາ, ຂີ່ເຮືອແຄນູ ( Cano ), ຄະຢັກ ( Kayaking ) ແລະ ອື່ນໆ.




ນອກຈາກນັ້ນ ຈຸດຊົມ '' ພູຜາແດງ'' ເມືອງງອຍ ຍັງເປັນແຫລ່ງທ່ອງທ່ຽວໃໝ່ ທີ່ເພິ່ນຫາກໍ່ເປີດໃຫ້ຂຶ້ນ ຊົມທໍາມະຊາດ ທະເລໝອກ ເພື່ອດື່ມດໍາກັບອາກາດບໍລິສຸດ ເຊິ່ງສາມາດ ຊົມພາບຕົວເມືອງງອຍໃໝ່, ຂົວຂ້າມນໍ້າອູແຫ່ງໃໝ່ ແລະ ອື່ນໆ.

ຖ້າຫາກຢ້ອນເວລາໄປປະມານ 10 ປີກ່ອນນີ້ ເມືອງງອຍຍັງບໍ່ທັນມີໂຮງແຮມ, ເຮືອນພັກ ແລະ ໜອງຂຽວ ກໍຍັງເປັນຊຸມຊົນນ້ອຍໆ ມີເຮືອນພັກພຽງ 2-3 ຫລັງເທົ່ານັ້ນ ຊ່ວງເວລາບໍ່ພໍເທົ່າໃດ ປີຜ່ານໄປ ໜອງຂຽວ ມີເສັ້ນທາງຢາງ ບໍ່ເປັນທາງ ດິນແດງຄືດັ່ງເມື່ອກ່ອນ, ມີເຮືອນພັກໃໝ່ໆ ໄດ້ສ້າງຂຶ້ນຫລາຍແຫ່ງ, ມີສິ່ງອໍາ ນວຍ ຄວາມສະດວກຕ່າງໆ ບໍ່ວ່າຈະເປັນຕູ້ເອທີເອັມ, ໄປສະນີ, ລົດໂຍດສານ, ເຮືອໂດຍສານ ບໍ່ສະເພາະ ແຕ່ໄປຫລວງພະບາງ ຫລື ວຽງຈັນເທົ່ານັ້ນ ຕົວແທນຈໍາໜ່າຍ ຂອງບໍລິສັດ ທ່ອງທ່ຽວ ທີ່ນີ້ຍັງສາມາດ ໃຫ້ບໍລິການຄວບຄຸມ ການເດີນທາງຕໍ່ ທັງໄປປະເທດໄທ, ໄປພາກເໜືອ ( ແຂວງອຸດົມໄຊ, ບໍ່ແກ້ວ, ຫົວພັນ ) ກໍໄດ້, ການພັດທະນາຢ່າງໄວວາ ຂອງແຫລ່ງທ່ອງທ່ຽວແຫ່ງໃໝ່ ທີ່ບໍ່ຕ່າງຫຍັງກັບ ເມືອງວັງວຽງ ຜ່ານການເລົ່າເລື່ອງ ແບບປາກຕໍ່ປາກ ເກີດເປັນວົງຈອນ ທ່ອງທ່ຽວໃຫຍ່ ດຶງດູດນັກທ່ອງທ່ຽວ ຈາກຈີນ, ຫວຽດນາມ, ໄທ, ເອີຣົບ, ອາເມລິກາ, ຝຣັ່ງ ພາກັນຫລັ່ງໄຫລມາຢ້ຽມຢາມທ່ຽວຊົມສະຖານທີ່ແຫ່ງນີ້.


ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top