ຖອດ​ລະຫັດທຳມະ ໝູນ​ໃຊ້​ເຂົ້າ​ໃນ​ການດຳລົງຊີວິດ

24/01/2022 16:55
Email Print 28586
ຂປລ ໄດ້​ຟັງ​ກ່ຽວ​ກັບ​ຄຳ​ສອນ​ອຳ​ມະຕະຂອງ ພະ​ອະລິຍະ​ສົງ (ພະສົງ​ທີ່​ສາມາດລະກິ​ເລດ​ໄດ້ 10 ປະການ) ຜ່ານ​ຊ່ອງ​ຢູທູບ ​ເຫັນ​ວ່າມີ​ປະ​ໂຫຍ​ດບໍ່​ໜ້ອຍ ຖ້າ​ເອົາ​ມາ​ປັບ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ ຈະ​ເຮັດ​ໃຫ້​ມີ​ຄວາມສຸກສັງຄົມ ມີຄວາມສະຫງົບ ມີແຕ່ຄວາມໂອບເອື້ອອາລີ ​ແລະ ເບິ່ງແຍງ ຊ່ວຍເຫລືອກັນ.

​ເມື່ອ​ໂລກ​ນີ້ ​ໄຮ້​ແສງ​ແຫ່ງ​ອາທິດ

ຈະ​ມືດ​ມິດ ສ່ອງ​ອັນ​ໃດ​ກໍ​ບໍ່​ເຫັນ

ຄົນ​ບໍ່​ຍອມ​ຟັງ​ທຳ ມັກ​ທຸກຍາກ​ເຂັນ

​ເພາະ​ບໍ່​ເຫັນ​ດີ​ຊົ່ວ​ ທີ່​ຕົວ​ກະທຳ !

ໄດ້​ຟັງ​ກ່ຽວ​ກັບ​ຄຳ​ສອນ​ອຳ​ມະຕະຂອງ ພະ​ອະລິຍະ​ສົງ (ພະສົງ​ທີ່​ສາມາດລະກິ​ເລດ​ໄດ້ 10 ປະການ) ຜ່ານ​ຊ່ອງ​ຢູທູບ ​ເຫັນ​ວ່າມີ​ປະ​ໂຫຍ​ດບໍ່​ໜ້ອຍ ຖ້າ​ເອົາ​ມາ​ປັບ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ ຈະ​ເຮັດ​ໃຫ້​ມີ​ຄວາມສຸກສັງ ຄົມມີຄວາມສະຫງົບ ມີແຕ່ຄວາມໂອບເອື້ອອາລີ ​ແລະ ເບິ່ງແຍງ ຊ່ວຍເຫລືອກັນ.

ພະອາຈານທ່ານໜຶ່ງ ​ໄດ້​ກ່າວ​ສອນ​ໄວ້​ວ່າ: “ຕົວ​ຂອງ​ຄົນ​ເຮົາ​ມີ 3 ​ໂຕ​ຄື: ​ໂຕ​ຈິງ, ​ໂຕ​ເປັນ ​ແລະ ​ໂຕ​​ແຝງ ຊຶ່ງ​ສອງ​ໂຕ​ທຳ​ອິດ ຢ່າ​ໄປ​ຍຶ​ດໝັ້ນ​ຖື​ໝັ້ນ ​ໃຫ້​ສະລະ​ຖິ້ມ​ໃຫ້​ໝົດ ​​ເລືອກ​ເອົາ​ແຕ່​ໂຕ​ແຝງ ຊຶ່ງ​ເປັນ​ພະລັງ​ພາຍ​​ໃນ​ເນື່ອງ​ຈາກ​ໂຕ​ຈິງ ຍິ່ງ​ນຳ​ໃຊ້​ຫລາຍ​ຍິ່ງ​ຊຸດ​ໂຊມ, ​ໂຕ​ເປັນ​ຍິ່ງ​ໃຊ້​ຫລາຍແຮ່ງຫຍຸ້ງ​ແຮ່ງ​ທຸກ, ​ແຕ່​ໂຕ​ແຝງ ຫລື ພະລັງ​ແຝງ​ນັ້ນ ຍິ່ງ​ໃຊ້​ຍິ່ງ​ດີມີ​ກໍາລັງວັງຊາ ຊ່ວຍ​ກຳ​ບັງ​ຄວາ​ມທຸກ​ ​ເຮັດໃຫ້​ເກີດ​ຄວາມ​ປິ​ຕິ​ ​ແລະ ມີ​ຄວາມສຸກ​ທີ່​ໃຈ.

​ໂຕ​ແຝງ ​ເຮົາ​ຈະ​ຮູ້​ເອງ ​ເຫັນ​ເອງ ​​ເປັນ​ປັດຈັດຕັງ ຮູ້​ໄດ້​ສະ​ເພາະ​ຕົນ​ເທົ່າ​ນັ້ນ, ສະ​ນັ້ນ ​ ​ໃຫ້​ຟ້າວ​ຊອກ​ຫາ​ໂຕ​ແຝງ​ທີ່ຢູ່​ໃນ​ໂຕ​​ເຮົາ​ໃຫ້​​ພົບ​​ໂດຍໄວ​ທີ່​ສຸດ. ​ໂຕ​ຈິງ ​ແມ່ນ​ຮູບ​ກາຍ​ສັງຂານ​ຂອງ​ຄົນ ​ໂດຍ​ແມ່ນ​ບິດາ ມາຣດາ​​ເປັນ​ຜູ້​ໃຫ້​ກໍາ​ເນີ​ດ​ມາ ​ມັນ​​ເຮັດ​ວຽກ​ຕາມ​ທີ່​ຈິດ​ໃຈ​ສັ່ງ​ໃຫ້​ເຮັດ. ຕົວ​ເປັນ ​ແມ່ນ​ສະຖານະ​ພາບ​ໃນ​ສັງຄົມ ທີ່​ຜູ້​ອື່ນ​ສົມມຸດ​ໃຫ້​ເຮົາ​ເປັນ​ ບໍ່​ວ່າ​ເປັນ​ຄົນ​ຮັ່ງ, ຄົນ​ທຸກ, ຄົນ​ງາມ, ຄົນ​ຂີ້ຮ້າຍ, ຄົນ​ດີ ຫລື ຄົນ​ຊົ່ວ, ​ເປັນ​ຊາວນາ, ​ພະນັກງານ, ​​ທະຫານ-​​ເປັນຕໍາຫລວດ...​. ​ໂຕ​ແຝງ ໝາຍ​ເຖິງ​ກາຍ​ທິບ ທີ່​ແຝງ​ໃນ​ຈິດ​ວິນ​ຍານ ຫລື ຈິດ​ໃຕ້​ສໍານຶກທີ່​ດີ ຂອງ​ແຕ່ລະຄົນ ຖ້າ​ຜູ້​ໃດ​ຄົ້ນ​ພົບ​ແລ້ວ​ນຳ​ອອກ​ມາ​ໃຊ້ ຈະ​ມີ​ປະ​ໂຫຍ​ດ​ທີ່​ສຸດ​ ​ແລະ ປະ​ເສີດ​ຫລາຍຕໍ່​ ຕົນ​ເອງ.  ແຕ່​ຄົນ​ສ່ວນ​ຫລາຍ​ ບໍ່​ໃສ່​ໃຈ​ທີ່​ຈະ​ຊອກ​ຫາ​ມັນ ດັ່ງ​ນັ້ນຈຶ່ງ​ຖືກ​ບົດ​ບັງ​ດ້ວຍ​ກິ​ເລດ​ຕ່າງໆ.

ອະດີດ​ເປັນ​ເລື່ືອງທີ່​ຜ່ານ​ພົ້ນ​ໄປ​ແລ້ວ, ສ່ວນ​ອະ​ນາ​ຄົດ​ເປັນ​ທີ່​ເລື່ອງ​ທີ່​ຍັງ​ມາ​ບໍ່ທັນ​ຮອດ ບໍ່​ຄວນ​ຈະ​ໄປ​ເປັນ​ຫ່ວງ​ກັງວົນ​ໃຫ້​ອຸກ​ໃຈ, ປັດຈຸບັນ​ແມ່ນ​ສຳຄັນ​ທີ່​ສຸດ ​ໃຫ້​ດຸ​ໝັ່ນ​ສຶກສາຄົ້ນຄວ້າ​ຮ່ຳຮຽນ ​ແລະ ຈັດ​ຕັ້ງ​ປະຕິບັດ​​ເຕັມ ທີ່”.

ພະ​ອະລິຍະ​ສົງ​ອີກ​ທ່ານ​ໜຶ່ງ ກ່າວ​ຄຳ​ສອນ​ໄວ້​ວ່າ: “ໜຶ່ງ​ຊີວິດ​ ຈະມີຄຸນຄ່າ​ຕໍ່ສັງຄົມ ​​ເມື່ອ​ໄດ້​ຂ້າ​ໂຕ​ເອງ,​ໃນ​ທີ່​ນີ້​ໝາຍ​ເຖິງ ຂ້າ​ຄວາມ​ເຫັນ​ແກ່​ຕົວ, ຂ້າ​ກິ​ເລດ, ​ຄວາມໂລບ​ມາກ​ໂລພາ, ​ເພາະຊັບ​ສົມບັດ​ຄື​ໂຕ​ທຸກ ລາບ​ຍົດ​ຄື​ໂຕ​ຜີ ​ເປັນ​ຜີ​ຮ້າຍ​ຜີຫລອກ ​ໂດຍ​ສັງຄົມ​ຫລອກໃຫ້​​ຕິດ​ມັນ ​ແລະ ເຮົາ​ຕົກ​ຂຸມ​ກັບ​ດັກ​. ຄໍາ​ຍ້ອງຍໍ​ສັນລະ​ເສີນ​ຄື​ໂຕ​ມານ ​ເຮັດ​ໃຫ້​ຄົນ​ເຮົາ​ຫລົງ ສຸດ​ທ້າຍ​ພາ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ວັງ​ວົນ​ແຫ່ງ​ຄວາມທຸກ ຍິ່ງ​ມີ​ຕຳ​ແໜ່​ງ​ໃຫຍ່ ຍິ່ງ​ພາ​ໃຫ້ລະ​ເຫລີງ ຫລົງ​ຜິດ​ໄດ້ ​ແລະ ກາຍ​ເປັນ​ໄພ​ອັນຕະລາຍ​ຕໍ່​ສັງຄົມ ດັ່ງ​ນັ້ນ, ຈົ່ງ​ຍຶດໝັ້ນ​ໃນສິລະ​ທຳ ​ແລະ ຄຸນງາມຄວາມດີ”.

ຄົນ​ຈຳນວນ​ໜຶ່ງ​ໃນ​ສັງຄົມ ​ໂສ​ເລ​ກັນ​ໃນ​ສະພາ​ກາ​ເຟວ່າ: ຄົນ​ທຳ​ດີ​ໄດ້​ດີ ມີ​ຢູ່​ໃສ ? ​ຄົນ​ເຮັດ​ຊົ່ວ​ຈັງ​ໄຮ ພັດ​ໄດ້​ດີ. ທ່ານ​ຜູ້​ອ່ານ​ທີ່​ຮັກ​ແພງ ! ຖ້າ​ເອົາ​ວັດຖຸ​ມາ​ວັດ​ແທກ​ຜົນ​ຂອງ​ຄວາມ​ດີ​ນັ້ນ ມັນ​ກໍ​ຍາກ​ຢູ່, ​ແຕ່​ຖ້າ​ເອົາ​ຄວາມສຸກ​ສະຫງົບ​ເຢັນ​ທີ່​ໃຈ, ຄອບຄົວ​ຜາ​ສຸກ ​ເປັນ​ໂຕ​ຊີ້​ວັດ ການ​ຄິດ​ດີ ​ເວົ້າ​ດີ ທຳ​ດີ ​ແມ່ນ​ໄດ້ຜົນ​ດີ​ເກີນ​ຄາດ. ສ່ວນ​ຜູ້​ເຮັດ​ຊົ່ວ​ນັ້ນ ກໍ​ປຽບ​ເໝືອນ​ໄຟ​ໃນ​ກ້ອງ​ຖ່ານ ​ຮອດ​ຍາມ​ໃດ​ໜຶ່ງ​​ໄຟ​ນັ້ນ​ກໍ​ຈະ​ລຸ​ກ​ແຮງ​ແດງ​ຂຶ້ນ, ​ເຖິງ​ມີ​ເງິນ​ຫລາຍ ກໍ​ບໍ່​ໝາຍຄວາມວ່າ ຈະ​ມີ​ຄວາມສຸກ ​ເພາະ​ຖືກ​ຍາດຕິ​ພີ່ນ້ອງ, ສັງຄົມ ກ່າວ​ຕຳ​ນິວິຈານ ປະນາມ​ແບບບໍ່​ຮູ້​ຈົບ ທີ່​ສຳຄັນ ຜູ້ກ່ຽວ ຈະ​ມີ​ຄວາ​ມລະ​ແວງ​ແຄງ​ໃຈ​ໄປ​ຕະຫລອດ​ຊີວິດ.

ໂດຍ: ມືອ່ອນ ໄອທີ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

ads
ads

Top