ລາວ ສະເໜີໃຫ້ໄທ ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກຢູ່ໄທ

30/12/2021 10:30
Email Print 769
ຂປລ ຂປລ. ສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ ເພື່ອໃຫ້ສາມາດກັບຄືນ ໄປເຮັດວຽກຢູ່ປະເທດໄທ ໄດ້ອີກ, ພ້ອມທັງຊ່ວຍໃຫ້ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກ ຢູ່ປະເທດໄທເປັນຕົ້ນ ຫລຸດຄ່າທຳນຽມ ລົງຄ່າວິຊາ ຈາກ 2.000 ບາດຕໍ່ຄົນຕໍ່ 2 ປີ ໃຫ້ຍັງເຫລືອ 500 ບາດຕໍ່ຄົນຕໍ່ 2 ປີ

ຂປລ. ສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ ເພື່ອໃຫ້ສາມາດກັບຄືນ ໄປເຮັດວຽກຢູ່ປະເທດໄທ ໄດ້ອີກ, ພ້ອມທັງຊ່ວຍໃຫ້ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກ ຢູ່ປະເທດໄທເປັນຕົ້ນ ຫລຸດຄ່າທຳນຽມ ລົງຄ່າວິຊາ ຈາກ 2.000 ບາດຕໍ່ຄົນຕໍ່ 2 ປີ ໃຫ້ຍັງເຫລືອ 500 ບາດຕໍ່ຄົນຕໍ່ 2 ປີ ຕາມທີ່ເຄີຍປະຕິບັດ ກ່ອນການລະບາດ ຂອງພະຍາດໂຄວິດ-19 ແລະ ອະນຸຍາດໃຫ້ຜູ້ອອກ ແຮງງານ ທີ່ກວດບໍ່ພົບເຊື້ອໂຄວິດ-19 ເຂົ້າເຮັດວຽກນໍາຜູ້ໃຊ້ແຮງງານໄດ້ເລີຍ, ໂດຍບໍ່ຈຳເປັນຕ້ອງກັກໂຕອີກ, ເນື່ອງຈາກວ່າກ່ອນຈະມີ ການຈັດສົ່ງຜູ້ອອກແຮງງານທຸກຄົນ ແມ່ນຕ້ອງໄດ້ຮັບວັກຊິນຄົບ ຕາມລະບຽບການ ແລະ ມີໜັງສືຢັ້ງຢືນ ການກວດພະຍາດດັ່ງກ່າວແລ້ວ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ໄທ ໄດ້ຈັດຂຶ້ນໃນອາທິດທີ່ຜ່ານມາ ຜ່ານລະບົບ ທາງໄກ ເພື່ອປຶກສາຫາລືບັນຫາ ການກະກຽມການນຳເຂົ້າ ຜູ້ອອກແຮງງານລາວ ເຮັດວຽກຢູ່ປະເທດໄທ ແລະ ເພື່ອເປັນການທົບທວນຄືນ ບາງເງື່ອນໄຂ ໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະຜ່ານມາ ແລະ ການປັບປຸງຂໍ້ຕົກລົງວ່າດ້ວຍ ການຈ້າງແຮງງານລາວ-ໄທ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊອານາຈັກໄທ, ໂດຍອີງຕາມບົດບັນທຶກກອງ ປະຊຸມວິຊາການລາວ-ໄທ ຄັ້ງວັນທີ 4-6 ມິຖຸນາ 2019 ຜ່ານມາ ແນໃສ່ໃຫ້ສອດຄ່ອງກັບ ສະຖານະການທີ່ເປັນຢູ່ປັດຈຸບັນ, ໃນສະພາບທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19.

ສຳລັບການອະນຸຍາດ ໃຫ້ມີການຈ້າງງານ ໃນໄລຍະສັ້ນຕໍ່າກວ່າ 2 ປີ ສະເໜີ ໃຫ້ພິຈາລະນາເລື່ອນໄປກ່ອນ ໂດຍບໍ່ກຳນົດເຂົ້າໃນ ການປັບປຸງຂໍ້ຕົກລົງ ໃນຄັ້ງນີ້, ເນື່ອງຈາກວ່າ ການອະນຸຍາດຈ້າງງານໄລຍະສັ້ນ ອາດຈະສົ່ງຜົນຕໍ່ການຈັດສົ່ງໃນລະບົບ ເພາະຜູ້ອອກແຮງງານ ຈະຫັນໄປນຳໃຊ້ລະບົບ ດັ່ງກ່າວນີ້ຫລາຍຂຶ້ນ, ເຊິ່ງຈະສ້າງຄວາມຫຍຸ້ງຍາກ ໃຫ້ປະເທດສົ່ງໃນການຕິດຕາມ ແລະ ຄຸ້ມຄອງແຮງງານ. ສ່ວນການກວດປະຫວັດ ອາດສະຍາກຳກ່ອນ ການຈັດສົ່ງ ສະເໜີໃຫ້ຝ່າຍໄທ ພິຈາລະນາຄືນໃໝ່ ເນື່ອງຈາກເປັນການເພີ່ມຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃຫ້ຜູ້ອອກແຮງງານ ເພາະໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ຜູ້ອອກແຮງງານຕ້ອງໄດ້ ປະກອບເອກະສານອື່ນໆ ອີກ ໂດຍສະເພາະ ໃບຢັ້ງ ຢືນໂຄວິດ-19 ກ່ອນການຈັດສົ່ງ, ລວມທັງກຸ່ມຜູ້ ອອກແຮງງານລາວ ທີ່ຄ້າງຢູ່ໄທ ທັງສາມກຸ່ມທີ່ທາງການໄທໄດ້ຂຶ້ນທະບຽນ ໃຫ້ຝ່າຍລາວອະນຸມັດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ອນທາງການໄທ ຈະອອກໃບອະນຸຍາດເຮັດວຽກ ໂດຍນາຍຈ້າງ ຫລື ຕົວແທນຂອງນາຍຈ້າງ ເພື່ອດຳເນີນການປະກອບ ເອກະສານ ອະນຸຍາດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງຈາກຝ່າຍລາວ ເພື່ອຊ່ວຍໃຫ້ຝ່າຍລາວ ສາມາດເກັບກໍາຈຳນວນ ຜູ້ອອກແຮງງານ,ຕິດຕາມ, ຄຸ້ມຄອງ ແລະ ໃຫ້ການຊ່ວຍເຫລືອເຂົາເຈົ້າ ໃນກໍລະນີຕ່າງ.

ນອກຈາກນີ້, ສປປ ລາວ ຍັງໄດ້ສະເໜີໃຫ້ຝ່າຍໄທ ດຳເນີນມາດຕະການ ຢ່າງເດັດຂາດກັບນາຍຈ້າງ ທີ່ຍັງນຳໃຊ້ແຮງງານ ແບບບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງຈະເປັນກົນໄກໜຶ່ງ ໃນການຊ່ວຍຫລຸດຜ່ອນຈຳນວນ ຜູ້ອອກແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ປະເທດໄທ ແບບຜິດກົດໝາຍ ໃນປັດຈຸບັນກໍ່ເປັນ ປະກົດການ ທີ່ມີນາຍໜ້າເຖື່ອນ ເຄື່ອນໄຫວເອົາແຮງງານລາວ ໄປເຮັດວຽກຢູ່ປະເທດໄທ ເນື່ອງຈາກນາຍຈ້າງໄທ ຍັງສືບຕໍ່ຈ້າງແຮງງານ ທີ່ຜິດກົດໝາຍຢູ່ ໂດຍການລັກລອບ ໄປເຮັດວຽກຢູ່ປະເທດໄທ ເຮັດໃຫ້ຜູ້ອອກແຮງງານ ຕ້ອງໄດ້ເສຍຄ່າໃຊ້ຈ່າຍ ຫລາຍກວ່າປົກກະຕິ ແລະ ຍັງມີຄວາມສ່ຽງຕໍ່ກັບ ການຖືກຫລອກລວງ ແລະ ຕົກເປັນເຫຍື່ອຂອງ ການຄ້າມະນຸດ.

ຂໍ້ມູນ-ພາບ: ກະຊວງ ຮສສ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top