ວິ​ທີປົວ​ຜິວໜ້າ​​ເບື້ອງ​ຕົ້ນ ​ເມື່ອ​ບໍ່​ຖືກເຄື່ອງ​ສຳອາງ

20/12/2021 15:53
Email Print 27679
ຂປລ ຫລາຍ​ຄົນ ​ເວລາ​ຮໍ​ໂມນ​ມີ​ການ​ປ່ຽນ​ແປງ​ເຂົ້າ​ສູ່​ໄວ​ໜຸ່ມ ຈະ​ເກີດ​ມີ​ສິວ, ຕຸ່ມ​ຄັນ ​ຕາມ​ຕົນ​​ໂຕ, ຫລັງ ​ແລະ ຜິວ​ໜ້າ ຍິ່ງ​ໃຊ້​ເຄື່ອງ​ສຳອາງ ຫລື ຄີມ​ບຳລຸງ​ບໍ່​ຖືກ​ກັບ​ຜິວ​ພັນ ກໍ​ເກີດ​ພິດ​ພາ​ໃຫ້​​ມີ​ອາການ​ຄັນ, ​ເປັນ​ຕຸ່ມ​ແດງ, ຕຸ່ມ​ອັກ​ເສບ​ເປັນ​ໜອງ ​ໂດຍ​ສະ​ເພາະ​ຜິວ​ໜ້າ .

ບ່າວ-ສາວ ຫລາຍ​ຄົນ ​ເວລາ​ຮໍ​ໂມນ​ມີ​ການ​ປ່ຽນ​ແປງ​ເຂົ້າ​ສູ່​ໄວ​ໜຸ່ມ ຈະ​ເກີດ​ມີ​ສິວ, ຕຸ່ມ​ຄັນ ​ຕາມ​ຕົນ​​ໂຕ, ຫລັງ ​ແລະ ຜິວ​ໜ້າ ຍິ່ງ​ໃຊ້​ເຄື່ອງ​ສຳອາງ ຫລື ຄີມ​ບຳລຸງ​ບໍ່​ຖືກ​ກັບ​ຜິວ​ພັນ ກໍ​ເກີດ​ພິດ​ພາ​ໃຫ້​​ມີ​ອາການ​ຄັນ, ​ເປັນ​ຕຸ່ມ​ແດງ, ຕຸ່ມ​ອັກ​ເສບ​ເປັນ​ໜອງ ​ໂດຍ​ສະ​ເພາະ​ຜິວ​ໜ້າ ທັງ​ນີ້​ກໍ​ຍ້ອນ​ຜິວ​ໜ້າ ​​ເປັນ​ພາກສ່ວນ​ທີ່​ອ່ອນ​ບາງ ​ເມື່ອ​ຖືກ​ຄີມ​ ຫລື ​ໂລ​ຊັນ ບຳລຸງ​ທີ່​ມີ​ສ່ວນ​ປະສົມ​ທີ່​ບໍ່​ຖືກ​ກັບ​ຜິວ ຫລື ມີ​ສ່ວນ​ປະກອບ ​ທີ່​ຫລາຍ​ເກີນ​ຄວາມ​ພໍດີ, ​ເປັນ​ຜະລິດ​ຕະພັນ ​ທີ່​ບໍ່​ໄດ້​ຮັບ​ມາດຕະຖານ​ ​ກໍ​ຈະ​ເກີດ​ປະຕິກິລິຍາ ​ເປັນ​ພິດ​ຄື​ດັ່ງກ່າວ, ​ໂດຍ​ອາການ​ບໍ່​ຖືກ​ກັບ​ໂລ​ຊັນ​ນີ້ ​ແຕ່ລະຄົນຈະ​ໄດ້​ຮັບ​ຜົນ​ສະທ້ອນ​ບໍ່​ຄື​ກັນ ​ແຕ່​ສ່ວນ​ໃຫຍ່​ຈະ​ມີ​ອາການ​​ຄັນ ​ເປັນ​ຕຸ່ມ​ນ້ອຍໆ ຫລື ​ເປັນ​ສິວ​ອັກ​ເສບໜ້າ​ໃຄ່​,​ ແສບຄັນຖ້າ​ມີ​ອາການ​​ແບບ​ນີ້ ​ຄວນ​ປະ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ທັນທີ.

  1. ​ເຊົາ​ໃຊ້​ເຄື່ອງ​ສໍາອາງ ​ແລະ ຄີມ​ບຳລຸງ​ນັ້ນທັນທີ, ການ​ທົດ​ລອງ​ໃຊ້​ຄີມ​ໃໝ່ໆ​ ມີ​ຫລາຍ​ຄົນ​ໂຊກ​ດີ ​ໃຊ້​ແລ້ວ​ຜິວ​ພັນ​ດີ​ຂຶ້ນ ​ແຕ່​ບາງ​ຈຳນວນ ອາດ​ຈະ​ໂຊກ​ບໍ່​ດີ ຜິວ​ພັນ​ບໍ່​ຖືກ​ກັບ​ຜະລິດ​ຕະພັນ ຈາກ​​ໂລ​ຊັນ​ບຳລຸງ ກາຍ​ເປັນ​ເຄື່ອງ​ສຳອາງ​ທຳລາຍ​ຜິວ ສະ​ນັ້ນ ກ່ອນ​ຈະ​ໃຊ້​ຄີມບໍາລຸງ​ຍີ່​ຫໍ້​ໃດ ​ຕ້ອງ​ສຶກສາກ່ອນ ​ວ່າ​ມັນ​ມີ​ສ່ວນ​ປະສົມ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ໃຊ້​ແລ້ວ​ບໍ່ຖືກ.
  2. ​ໃນ​ໄລຍະ​ທີ່​ເກີດ​ພິດຍ້ອນ​​ໃຊ້​ບໍ່​ຖືກ​ກັບ​ຜິວ​ພັນ ມາ​ໃຫ້​ມີ​ຕຸ່ມ ມີ​ສິວ ​ໃຫ້​ເຊົາໃຊ້​ເຄື່ອງ​ສໍາອາງ​ທຸກ​ຊະນິດ ລວມ​ເຖິງ​ຄີມ​ບໍາລຸງໜ້າ ທີ່​ເຮົາ​​ໃຊ້​​ເປັນ​ປະ​ຈໍາ ປະມານ 1 ຫລື 2 ອາທິດ ​ເພາະ​ສານ​ຕ່າງໆ ​ອາດ​ຈະ​ໄປ​ຕ້ານລະບົບ​ການ​ພັກ​ຟື້ນ ປິ່ນປົວ​ໃບໜ້າ​​ແບບ​ອັດຕະ​ໂນ​ມັດ.
  3. ລ້າງໜ້າດ້ວຍ​ນໍ້າລ້າ ຫລື ນໍ້າ​ເກືອ ​ເພາະວ່າ​ເວລາໜ້າ​ເຮົາ​ໃຊ້​ຄີມ​ບໍ່​ຖືກ ຜິວໜ້າຈະ​ຊຸດ​ໂຊມ ການ​ລ້າງໜ້າດ້ວຍ​ນໍ້າລ້າ​ທີ່​ມີຄ່າ PH ປານ​ກາງ ​ແລະ ບໍ່​ມີ​ສານ​ຕ່າງໆ ​ເປັນ​ທາງ​ເລືອກ​ທີ່​ດີ​ໃນ​ການ​ຮັກສາ​ຂັ້ນ​ຕໍ່​ໄປ.
  4. ບໍ່​ຄວນ​​ເອົາ​ແຜ່ນພອກໜ້າ  ​ມາ​ປົກ​ໜ້າ​ໃນ​ໄລຍະນີ້ ​ເພາະ​ຈຳພວກ​ແຜ່ນ​ບຳລຸງ​ໜ້າ ຈະ​ມີ​ສານ​ຕ່າງໆມາ​ກະທົບ​ ໃສ່​ຜິວ​ຄື​ກັນ ສະ​ນັ້ນ ​ໄລຍະ​ນີ້​ກໍ​ຄວນ​ເຊົາ​ໃຊ້​ກ່ອນ.
  5.  ການ​ຟື້ນ​ຟູ​ຄວາມ​ອຸດົມສົມບູນ​ຂອງຈຸລິນ​ຊີ ​ໂດຍ​ທໍາ​ມະ​ຊາດ​​ແລ້ວ ​ໃບໜ້າຂອງ​ຄົນ​ເຮົາ​ຈະ​ມີ ຈຸລິນ​ຊີ​ໄບ​ໂອ​ຕິກ​ຢູ່ ຈຸລິນ​ຊີ​ເຫລົ່າ​ນີ້​ ຈະ​ຊ່ວຍ​ເພີ່ມ​ພູມຕ້ານທານ​ຕໍ່​ໃບໜ້າ ຈຸ​ລິນ​ຊີ​ເຫລົ່າ​ນີ້​ ຈະ​ຕາຍ​ເມື່ອຜີວໜ້າ ​ເສຍ​ຄວາມ​ສົມ​ດຸນ ​ເກີດ​ອາການ​ເປັນ​ພິດ ດັ່ງ​ນັ້ນ​ຖ້າ​ຢາກ​ໃຫ້​ໃບໜ້າ ກັບ​ມາ​ມີ​ສະພາບ​ປົກກະຕິ​​ໂດຍ​ໄວ ຕ້ອງກິນ​ອາຫານ​ເສີມ​ໂປຣ​ໄບ​ໂອ​ຕິກ (​ຈຸລິ​ນຊີ​ທີ່​ມີ​ຊີວິດ) ຄຽງ​ຄູ່​ໄປ​ນຳ.

ຮຽບຮຽງ: ມາລີ​ດາ



KPL

ຂ່າວອື່ນໆ

    • ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວສຸຂະພາບ

      ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວ

      4/8/2024 10:42:13 AM

      ຂປລ. ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

    • ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍສຸຂະພາບ

      ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍ

      9/4/2023 11:04:29 AM

      *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ

    • ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກສຸຂະພາບ

      ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

      6/2/2022 1:05:52 PM

      *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.

    • ປະໂຫຍດຂອງໝາກເລັ່ນສຸຂະພາບ

      ປະໂຫຍດຂອງໝາກເລັ່ນ

      1/10/2022 4:45:46 PM

      ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

    •  ຄຸນປະໂຫຍດ ແລະ ໂທດຂອງນົມງົວສຸຂະພາບ

      ຄຸນປະໂຫຍດ ແລະ ໂທດຂອງນົມງົວ

      1/7/2022 2:01:09 PM

      ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

ads
ads

Top