ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

15/01/2025 20:35
Email Print 516
ຂປລ ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດ ແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ໃຫ້ຮູ້ວ່າ: ການຈັດງານວັດທະນະທໍາບຸນກຸດຈີນ ກ້າວເຂົ້າສູ່ ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025” ໃນຄັ້ງນີ້ ເປັນຮູບການໜຶ່ງເພື່ອເຜີຍແຜ່ ສ້າງຄວາມຮັບຮູ້ ຄວາມເຂົ້າໃຈກ່ຽວກັບ ບຸນປີໃໝ່ ປະຈໍາຊາດຂອງປະເທດຈີນ ທີ່ເປັນມູນເຊື້ອວັດທະນະທໍາ ອັນດີງາມມາແຕ່ດຶກດໍາບັນໃຫ້ກັບຄົນລາວ.

ໃນໄລຍະຜ່ານມາ ໜັງສືພິມປະຊາຊົນ ແລະ ໜັງສືພິມລາຍວັນຢຸນນານ ໄດ້ມີການພົວພັນຮ່ວມມືກັນ ຢ່າງແໜ້ນແຟ້ນ ໃນການແລກປ່ຽນຂໍ້ມູນຂ່າວສານປະຈໍາອາທິດ ໂດຍສະເພາະ ດ້ານວັດທະນະທໍາ, ການສຶກສາ ແລະ ການທ່ອງທ່ຽວ ສ່ອງແສງຄວາມເປັນຈິງ ຕໍ່ການສ້າງສາພັດທະນາ ຂອງແຕ່ລະປະເທດ,  ໝາກຜົນຂອງໂຄງການຮ່ວມມື ລະຫວ່າງລາວ-ຈີນ. ຜ່ານການຮ່ວມມືໄດ້ເຮັດໃຫ້ ປະຊາຊົນທັງສອງປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານ ທີ່ຖືກຕ້ອງຕາມຄວາມເປັນຈິງ ໄດ້ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ປະຊາຊົນທຽວໄປ ມາຫາສູ່ກັນນັບມື້ນັບຫລາຍຂຶ້ນໃນແຕ່ລະປີ, ໜັງສືພິມປະຊາຊົນໄດ້ເຂົ້າຮ່ວມກອງປະຊຸມ ຈັດໂດຍສູນ ການສື່ສານສາກົນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້  ແຂວງຢຸນນານ ໃນຫລາຍຫົວຂໍ້ ເພື່ອແລກປ່ຽນບົດຮຽນ ປະສົບການແນໃສ່ການພັດທະນາ ສື່ມວນຊົນກ້າວໜ້າໄປພ້ອມກັນ. ທັງໝົດນີ້, ເປັນການສືບຕໍ່ເສີມຂະຫຍາຍ ແນວທາງຄູ່ຮ່ວມ ສະຕາກໍາລາວ-ຈີນ, ຈີນ-ລາວ ທີ່ທ່ານ ສີຈີ້ນຜິງ ກໍານົດອອກໃຫ້ແຕກ ດອກອອກຜົນເປັນກ້າວໆ, ພ້ອມກັນນັ້ນສື່ມວນຊົນ ກໍມີບົດບາດສໍາຄັນ ເປັນຢ່າງຍິ່ງໃນການຄົ້ນຄວ້າ, ເກັບກໍາຂໍ້ມູນ, ວິເຄາະວິໄຈບັນຫາຕ່າງໆ ເພື່ອໂຄສະນາເຜີຍແຜ່ສະພາບການ ຂອງໂລກໃຫ້ສັງຄົມໄດ້ຮັບຮູ້ ມີຄວາມເຂົ້າໃຈ ຕໍ່ເຫດການຕ່າງໆຢ່າງຖືກຕ້ອງ ເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃນຍຸກປັດຈຸບັນສື່ມວນຊົນ ຍິ່ງມີການຂະຫຍາຍຕົວຢ່າງວ່ອງໄວ ໂດຍສະເພາະ ສື່ສັງຄົມອອນລາຍ, ການນໍາໃຊ້ລະບົບເອໄອ ເຂົ້າມາມີບົດບາດ ໃນສັງຄົມເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການໄຈ້ແຍກຂໍ້ມູນ ແລະ ເຫດການຕ່າງໆວ່າ ແມ່ນເຫດການຕົວຈິງ ຫລື ການປັ້ນແຕ່ງເລື່ອງຂຶ້ນມາ ເພື່ອລອກລວງສັງຄົມ, ເຮັດໃຫ້ກຸ່ມຄົນບໍ່ດີ ນໍາໃຊ້ສື່ສັງຄົມອອນລາຍ ໃນທາງ ທີ່ບໍ່ຖືກຕ້ອງ, ໃສ່ຮ້າຍປ້າຍສີ, ບິດເບື່ອນຄວາມເປັນຈິງ ເຮັດໃຫ້ປະຊາຊົນ ຈໍານວນໜຶ່ງຫລົງເຊື່ອ, ສ້າງຄວາມແຕກແຍກພາຍໃນ ເຊິ່ງເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງ ໃນໄລຍະຍາວ ຕໍ່ໜ້າສະພາບການດັ່ງກ່າວ ຈຶ່ງເປັນໜ້າທີ່ອັນໜັກໜ່ວງ ຂອງສື່ມວນຊົນທີ່ຈະຕ້ອງໄດ້ ຮ່ວມກັນຄົ້ນຄວ້າຫາ ວິທີການແກ້ໄຂ ຢ່າງສົມເຫດສົມຜົນ ແລະ ທັນການ.

ໃນວັນດຽວກັນ, ກໍໄດ້ມີກອງປະຊຸມສົນທະນາ ເສັ້ນທາງແຫ່ງວັດທະນະທຳ ລາວ-ຈີນ ແລະ ພິທີເປີດວາລະສານ ສະບັບພິເສດ ສະບັບເດືອນມັງກອນ 2025 ອີກດ້ວຍ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top