ຂປລ
ຂປລ. ໃນວັນທີ 24 ສິງຫາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມເຜີຍແຜ່ປື້ມຄູມື ກິດຈະກໍາເຕົ້າໂຮມເດັກຊາຍ ເພື່ອສົ່ງເສີມບົດບາດຍິງ-ຊາຍ ໃນວຽກງານສຸຂະພາບຈະເລີນພັນ ແລະ ເພດສຶກສາ ພາຍໃຕ້ການຊ່ວຍເຫລືອ ຈາກອົງການສະຫະປະຊາຊາດກອງທຶນ ເພື່ອປະ ຊາກອນ (UNFPA) ແລະ ອົງການ KOICA ປະຈໍາ ສປປ ລາວ

ຂປລ. ໃນວັນທີ 24 ສິງຫາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມເຜີຍແຜ່ປື້ມຄູມື ກິດຈະກໍາເຕົ້າໂຮມເດັກຊາຍ ເພື່ອສົ່ງເສີມບົດບາດຍິງ-ຊາຍ ໃນວຽກງານສຸຂະພາບຈະເລີນພັນ ແລະ ເພດສຶກສາ ພາຍໃຕ້ການຊ່ວຍເຫລືອ ຈາກອົງການສະຫະປະຊາຊາດກອງທຶນ ເພື່ອປະ ຊາກອນ (UNFPA) ແລະ ອົງການ KOICA ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ມາຣຽມຄານ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ ແລະ ທ່ານ ນາງ ຈອງຮີ ອິມ ຜູ້ຕາງໜ້າຈາກອົງການ ກອຍກາປະຈໍາ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ປື້ມຄູມືກິດຈະກໍາເຕົ້າໂຮມເດັກຊາຍ ເພື່ອສົ່ງເສີມບົດບາດຍິງ-ຊາຍ ໃນວຽກງານສຸຂະພາບຈະເລີນພັນ ແລະ ເພດສຶກສາ ພາຍໃຕ້ການຊ່ວຍເຫລືອຈາກອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ແລະ ອົງການ KOICA ປະຈໍາ ສປປ ລາວ, ໂດຍສະເພາະ ການຈັດຕັ້ງໃນການປະຕິ ບັດແຜນງານ ໄລຍະຜ່ານມາຢູ່ເມືອງເຊໂປນ ແຂວງ ສະຫວັນນະເຂດ, ເມືອງ ຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ ໂດຍສະເພາະກິດຈະກໍາເຕົ້າໂຮມເດັກຍິງ (ນາງ ນ້ອຍ) ເພື່ອລົດຄວາມແຕກໂຕນ ຄວາມຮັບຮູ້ທາງດ້ານເພດສຶກສາ, ສ້າງສິ່ງເອື້ອອໍານວຍ ເງື່ອນໄຂໃຫ້ມີຄວາມເທົ່າທຽມລະຫວ່າງຕົວເມືອງ ແລະ ຊົນນນະບົດ ພາຍໃຕ້ການຊ່ວຍເຫລືອຈາກອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ແລະ ອົງການ KOICA ປະຈໍາ ສປປ ລາວ, ກອງປະຊຸມຄັ້ງນີ້ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ຂະແໜງການສຶກສາ ແລະ ກິລາ ຂອງພວກຂ້າພະເຈົ້າ ໂດຍສະເພາະ ແຜນຂະຫຍາຍກິດຈະກໍາເຕົ້າໂຮມເດັກຊາຍ ເພື່ອສົ່ງເສີມບົດ ບາດຍິງຊາຍ ແລະ ບັນຫາກ່ຽວກັບສຸຂະພາບ, ການເຕົ້າໂຮມກຸ່ມເດັກຊາຍ ແມ່ນການເຮັດກິດຈະກໍາການໃຫ້ຄວາມຮູ້ໃຫ້ແກ່ເດັກຊາຍ ກ່ຽວກັບການສື່ສານກັບພໍ່, ແມ່, ຜູ້ປົກຄອງ, ອ້າຍ, ເອື້ອຍ, ນ້ອງ, ໝູ່ເພື່ອນ, ຄູ-ອາຈານ, ອາສາສະໝັກສາທາລະນະສຸກຂອງບ້ານ, ອໍານາດການປົກຄອງ ແລະ ຜູ້ອື່ນໆ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຕົນເອງ, ສະແດງຄວາມກ້າຫານໃນການປາກເວົ້າ ສິ່ງທີ່ຖືກຕ້ອງເໝາະສົມ ຕາມຮີດຄອງປະເພນີ, ລະບຽບກົດໝາຍບ້ານເມືອງ ແລະ ທ້ອງຖິ່ນທີ່ເດັກຊາຍອາໄສຢູ່.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມາຣຽມ ຄານ ໄດ້ກ່າວວ່າ: ການຈັດກິດຈະກໍາເດັກຊາຍ ເພື່ອເຮັດໃຫ້ພວກເຂົາເຈົ້າເຂົ້າໃຈ ກ່ຽວກັບເພດຍິງຢ່າງເລິກເຊິ່ງ ເພື່ອຮັບປະກັນການເຂົ້າເຖິງການບໍລິ ການສຸຂະພາບຈະເລີນພັນ, ສຸຂະພາບທາງເພດ ແລະ ການປົກປ້ອງຈາກຄວາມຮຸນແຮງ ບົນພື້ນຖານເພດ, ຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ໜ້າທີ່ຮັບຜິດຊອບຂອງເດັກຊາຍ ໃນການເບິ່ງແຍງ ແລະ ເປັນໝູ່ເພື່ອນກັບເດັກຍິງ ໂດຍບໍ່ໃຊ້ຄວາມຮຸນແຮງ. ຈຸດປະສົງຂອງປື້ມຄູ່ມືເຫລັ້ມນີ້, ແມ່ນເພື່ອສົ່ງເສີມໃຫ້ເດັກຊາຍຮູ້ໃຫ້ກຽດ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ມີຄວາມສໍາພັນທີ່ດີ, ປະລະພຶດຕິກໍາທີ່ເປັນການໃຊ້ຄວາມຮຸນແຮງ, ພ້ອມທັງໃຫ້ການສະໜັບສະໜູນແກ່ເດັກຍິງ ເພື່ອປ້ອງກັນການແຕ່ງງານ ແລະ ການຖືພາກ່ອນໄວອັນຄວນ.
ຂ່າວ-ພາບ ສົມຫວັງ
KPL