ຂປລ
ຈີນ ເພີ່ມການຮ່ວມມືກັບສາກົນ ໃນການວິໄຈ ແລະ ພັດທະນາ ຢາຕ້ານເຊື້ອພະຍາດ ໂຄວິດ-19 (ຢາວັກແຊັງ) ພາຍຫລັງ ທ່ານ ສວີ ໜານຜີງ, ຮອງລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງຈີນ ເປີດເຜີຍ ເມື່ອບໍ່ດົນມານີ້
ຂປລ.ຕາມຂ່າວຊິນຮວາຂອງຈີນ, ຈີນ ເພີ່ມການຮ່ວມມືກັບສາກົນ ໃນການວິໄຈ ແລະ ພັດທະນາ ຢາຕ້ານເຊື້ອພະຍາດ ໂຄວິດ-19 (ຢາວັກແຊັງ) ພາຍຫລັງ ທ່ານ ສວີ ໜານຜີງ, ຮອງລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງຈີນ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຢາວັກແຊັງ ເປັນກຸນແຈ ສຳຄັນ ໃນການຕໍ່ສູ້ ກັບ ການແຜ່ລະບາດ ເຊື້ອພະຍາດ ດັ່ງກ່າວ ແລະ ເປັນທາງເລືອກ ທີ່ເໝາະສົມ ໃນການ ດຳເນີນ ການຮ່ວມມື ກັບສາກົນ ເນື່ອງຈາກ ການພັດທະນາ ວັກແຊັງ ເປັນເລື້ອງຍາກ ແລະ ຕ້ອງຜະເຊີນກັບ ຄວາມບໍ່ແນ່ນອນ ຫລາຍຢ່າງ.
ຈີນ ໄດ້ແບ່ງປັນ ຂໍ້ມູນລຳດັບ ກຳມະພັນ(genome) ທີ່ສົມບູນແບບ ຂອງເຊື້ອພະຍາດ ໂຄວິດ-19 ນີ້ ກັບ ທົ່ວໂລກ ທັນທີ ທີ່ລະບຸໄດ້ ດ້ວຍຄວາມຫວັງວ່າ ຫລາຍປະເທດ ຈະສາມາດ ດຳເນີນການວິໄຈ ແລະ ພັດທະນາ ຢາວັກແຊັງ ໃຫ້ສຳເລັດໃນໄວໆນີ້./.
KPL