ຂປລ
ເມື່ອບໍ່ດົນມານີ້ ສຳນັກບໍລິຫານ ພະລັງງານ ແຫ່ງຊາດ ສປຈີນ ເປີດເຜີຍວ່າ: ຜົນຜະລິດນໍ້າມັນດິບ ແລະ ແກັສທຳມະຊາດຂອງ ສປຈີນ ສູງກວ່າ 400 ລ້ານໂຕນ ທຽບເທົ່ານໍ້າມັນ ເປັນຄັ້ງທຳອິດໃນປີ 2024 ແລະ ມີການເຕີບໂຕ ລາຍປີກວ່າ 10 ລ້ານໂຕນເປັນປີທີ 8 ຕິດຕໍ່ກັນ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ສຳນັກບໍລິຫານ ພະລັງງານ ແຫ່ງຊາດ ສປຈີນ ເປີດເຜີຍວ່າ: ຜົນຜະລິດນໍ້າມັນດິບ ແລະ ແກັສທຳມະຊາດຂອງ ສປຈີນ ສູງກວ່າ 400 ລ້ານໂຕນ ທຽບເທົ່ານໍ້າມັນ ເປັນຄັ້ງທຳອິດໃນປີ 2024 ແລະ ມີການເຕີບໂຕ ລາຍປີກວ່າ 10 ລ້ານໂຕນເປັນປີທີ 8 ຕິດຕໍ່ກັນ.
ໂດຍການຜະລິດນໍ້າມັນດິບ ສູງເຖິງ 213 ລ້ານໂຕນໃນປີ 2024 ເພີ່ມຂຶ້ນ 24 ລ້ານໂຕນ ຈາກປີ 2018, ໃນຂະນະທີ່ ການຜະລິດ ແກັສທໍາມະຊາດ ບັນລູເຖິງ 2,46 ແສນລ້ານແມັດກ້ອນ, ເພີ່ມຂຶ້ນ ສະເລ່ຍກວ່າ 1,3 ໝື່ນລ້ານແມັດກ້ອນ ຕໍ່ປີ ໃນໄລຍະ 6 ປີຜ່ານມາ. ສ່ວນແຫລ່ງ ສຳຮອງ ນອກແຄມຝັ່ງ ແລະ ແຫລ່ງສຳຮອງ ນອກຮູບແບບ (unconventional reserve) ກາຍເປັນປັດໄຈຫລັກ ໃນການຊຸກຍູ້ ກຳລັງ ການຜະລິດ ໃຫ້ເຕີບໂຕເຊັ່ນ: ຜົນຜະລິດນໍ້າມັນຈາກ ຊັ້ນຫີນ ດິນດາດ ຂອງ ສປຈີນ ເພີ່ມຂຶ້ນເປັນ 6 ລ້ານໂຕນ ໃນປີ 2024 ເພີ່ມຂຶ້ນກວ່າ 30% ເມື່ອທຽບປີຕໍ່ປີ.
KPL