ອິນ​ໂດ​ເນ​ເຊຍ​​ຈັດ​​ເປັນ​ແຖວ​ໜ້າ​ກ່ຽວກັບ ການ​​ຜະລິດ​ນ້ຳມັນ​ປາມ​ໃນ​ປີ 2020​

05/11/2014 14:02
Email Print 542
ຂປລ ຂປລ. ຂ່າວສານ ​ຫວຽດນາມ, ອ້າງ​ຕາມບໍລິສັດ​ປຶກສາ ທຸລະ​ກິດ​ໃນ​ທົ່ວ​ໂລກ Frost ​ແລະ Sullivan​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ ຈະ​ສືບຕໍ່​ຮັກສາ​ຕຳ​ແໜ່​ງ ຜູ້ຜະລິດ​ນ້ຳມັນ​ປາມ ອັນ​ດັບ​ໜຶ່ງ​ໃນ​ໂລກ ​ເຖິງ​ປີ 2020 ​ແລະ​ ອາດ​ຈະ​​ແກ່ຍາວ​ກວ່າ​ນັ້ນອີກ, ​ຍ້ອນມີ​ປະລິມານ​ການ​ຜະລິດ​ ເພີ່ມ​ຂຶ້ນຢ່າງ​​ແຂງແຮງ​ກວ່າ​ຄູ່​ແຂ່ງ ​ຕົ້ນຕໍ​ແມ່ນມາ​ເລ​ເຊຍ, ປັດຈຸບັັນອິນ​ໂດ​ເນ​ເຊຍ​ຈັດ​ ເປັນດັບ ​2 .

ຂປລ. ຂ່າວສານ ​ຫວຽດນາມ, ອ້າງ​ຕາມບໍລິສັດ​ປຶກສາ ທຸລະ​ກິດ​ໃນ​ທົ່ວ​ໂລກ Frost ​ແລະ Sullivan​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ ຈະ​ສືບຕໍ່​ຮັກສາ​ຕຳ​ແໜ່​ງ ຜູ້ຜະລິດ​ນ້ຳມັນ​ປາມ ອັນ​ດັບ​ໜຶ່ງ​ໃນ​ໂລກ ​ເຖິງ​ປີ 2020 ​ແລະ​ ອາດ​ຈະ​​ແກ່ຍາວ​ກວ່າ​ນັ້ນອີກ, ​ຍ້ອນມີ​ປະລິມານ​ການ​ຜະລິດ​ ເພີ່ມ​ຂຶ້ນຢ່າງ​​ແຂງແຮງ​ກວ່າ​ຄູ່​ແຂ່ງ ​ຕົ້ນຕໍ​ແມ່ນມາ​ເລ​ເຊຍ, ປັດຈຸບັັນອິນ​ໂດ​ເນ​ເຊຍ​ຈັດ​ ເປັນດັບ ​2 .
ອິນ​ໂດ​ເນ​ເຊຍ ​ແລະ ​ມາ​ເລ​ເຊຍ​ ຖື​ວ່າ​ເປັນ​ສອງ​ປະ​ເທດ​ທີ່ຜະລິດ​ນ້ຳມັນ​ປາມ​ແລະ​ສົ່ງ​ອອກ​ຂະໜາດໃຫ່ຍສຸດ​ຂອງ ​ໂລກ, ຄາດ​ວ່າ ປະລິມານ​ການ​ຜະລິດ​ ອາດຈະ​ບັນລຸ​ຕາມລຳດັບ ປະມານ 29-30 ລ້ານ​ໂຕນ ​ແລະ19-20 ລ້ານ​ໂຕນ ​​ໃນ​ປີ 2014. ໃນ​ນັ້ນ ປະລິມານ​ການ​ຜະລິດ​ຂອງ Frost ​ແລະ Sullivan ​ອິນ​ໂດ​ເນ​ເຊຍ ອາດ​ຈະ​​​ເພີ່ມຂຶ້ນສະ​ເລ່ຍ 7,8% / ປີ ​ໃນ​ໄລຍະປີ 2011-2020, ​ເມື່ອ​ທຽບ​​ໃສ່​ລະດັບ​ເພ​ີ່ມຂຶ້ນ ທີ່​ກ່າວ​ມາ​5,9% ຂອງ​ໂລກ​ ແລະ 2,7%  ຂອງ​ ມາ​ເລ​ເຊຍ.
ທ່ານ ກຣິສ​ເດີ ລາ​ວິດ  ຮອງ​ຜູ້ອຳ​ນວຍການ Frost & Sullivan, ຮັບຜິດຊອບ​ພາກພື້ນອາຊີ-ປາຊີ​ຟິກ ກ່າວ​ວ່າ ປະລິ​ມາ​ນນ້ຳມັນ​ປາມ​ຂອງ​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນຫລາຍ ​ເມື່ອ​ທຽບ​ໃສ່​ປະ​ເທດມາ​ເລ​ເຊຍ ​ຕົ້ນຕໍແມ່ນ​ຍ້ອນລະດັບ​ເພີ່ມ​ຂຶ້ນຂອງ​ເນື້ອທີ່​​ປູກ​ຕົ້ນ​ປາມ(6,7%) ສູງ​ກວ່າ​ເມື່ອ​ທຽບ​ໃສ່​ມາ​ເລ​ເຊຍ(3,5%), ຫລື 420.000 ເຮັກ​ຕາ/ປີ ເມື່ອ​ທຽບ​ໃສ່ 150.000 ເຮັກຕາ / ປີ. ນອກຈາກ​ນັ້ນ,  ເນື້ອທີ່​ປູກ​ຕົ້ນ​ປາມ​ທັງ​ໝົດ ຢູ່​ອິນ​ໂດ​ເນ​ເຊຍທີ່​ຍັງບໍ່​ທັນ​ເຕີບ​​ໃຫຍ່​ກວມ​ເອົາປະມານ 49%  ​ເຮັດ​​ໃຫ້​ພື້ນຖານ​ເສດຖະກິດ​ຂະໜາດ​ໃຫຍ່​ສຸດ​ຂອງ​ພາກພື້ນອາຊີ​ຕາ​ເວັນ​ອອກ​ ສ່ຽງ​ໃຕ້​ນີ້ ຈະ​ສືບຕໍ່ຄອບ​ງຳ​ແຫ​ລ່ງສະໜອງ​ນ້ຳມັນ​ປາມ​ຂອງ​ໂລກ./.

KPL

ຂ່າວອື່ນໆ

ads
ads

Top