ອຸດົມໄຊ ສຳເລັດການຍົກລະດັບວຽກງານ ບັນນາທິການ -ນັກຂ່າວ-ນັກຈັດລາຍການ

18/09/2018 12:27
Email Print 1313
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ສະຖານີ ວິທະຍຸ-ໂທລະພາບແຂວງອຸດົມໄຊ ​ໄດ້ສໍາ​ເລັດການຝຶກອົບຮົມ ຍົກລະ ດັບຄວາມຮູ້ດ້ານວິຊາການໃຫ້ແກ່ ບັນນາທິການ, ນັກຂ່າວ ແລະ ນັກ ຈັດລາຍການ ວິທະຍຸ-ໂທລະພາບ ​​ແກ່ ​ບັນດາ​ສື່​ມວນ​ຊົນອ້ອມຂ້າງແຂວງ ​​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສັງຂານ ຈູມຄໍາພັນ ຮອງອໍານວຍການ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ.

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້,  ຢູ່ສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊ  ​ໄດ້ສໍາ​ເລັດການຝຶກອົບຮົມ  ຍົກລະດັບຄວາມຮູ້ດ້ານວິຊາການໃຫ້ແກ່  ບັນນາທິການ, ນັກຂ່າວ ແລະ ນັກຈັດລາຍການ  ວິທະຍຸ-ໂທລະພາບ ​​ແກ່​ບັນດາ​ສື່​ມວນ​ຊົນອ້ອມຂ້າງແຂວງ  ​​ໂດຍ​ການ​ເປັນ​ປະທານ​ຂອງ  ທ່ານ ສັງຂານ ຈູມຄໍາພັນ  ຮອງອໍານວຍການສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້  ກໍເພື່ອຍົກລະດັບວຽກງານສື່ມວນຊົນ  ຢູ່ພາຍໃນແຂວງອຸດົມໄຊ  ໃຫ້ມີບາດກ້າວຂະຫຍາຍຕົວ,  ທັນສະໄຫມ, ວ່ອງໄວ  ແລະ ສາມາດຕອບສະໜອງ ຕາມ ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໄດ້ ແນ່ໃສ່ເຮັດໃຫ້ບັນນາທິ ການມີຄວາມຊຳນິຊຳນານ ໃນການກວດແກ້ຂ່າວ,ການຄັດເລືອກຂ່າວ, ເຮັດໃຫ້ນັກຂ່າວມີຄວາມຮູ້ທາງດ້ານ ການຂຽນຂ່າວທີ່ມີເນື້ອຫາ, ສັ້ນກະທັດຮັດ, ເປັນຂ່າວທີ່ໜ້າສົນໃຈ, ການຈັບປະເດັນ ສຳຄັນມາຂຽນເປັນຂ່າວ ລວມທັງເຮັດໃຫ້ນັກຈັດລາຍການ  ມີຄວາມສາມາດໃນການຈັດລາຍການ ໃຫ້ມີເນື້ອຫາສາລະ ເພື່ອດຶງດູດຜູ້ຊົມ,  ຜູ້ຝັງ. ໃນນັ້ນ ສໍາມະນາ ກອນ ແມ່ນໄດ້ຮຽນ​ຮູ້ຄວາມໝາຍ,  ຄວາມສໍາຄັນຂອງວຽກງານສື່ມວນຊົນ,  ຮູບແບບ, ຂັ້ນຕອນ,  ຫລັກການຕ່າງໆ  ແລະ ສິ່ງທີ່ຄວນຫລີກລ້ຽງ  ໃນການເປັນບັນນາທິການ,  ການ ຂຽນ ຂ່າວ ແລະ ການ ຈັດລາຍການ  ທັງພາກທິດສະດີ ແລະ ປະຕິບັດຕົວຈິງ.

ຂ່າວ: ຄານມະນີ ຮຽນດໍຈັນ

 

KPL

ຂ່າວອື່ນໆ

ads
ads

Top