ຂປລ
ຂປລ:ຕາມຂ່າວຕ່າງປະເທດ, ໃນລະຫວ່າງວັນ 27-28ເດືອນຕຸລາປີ 2014 , ຄະນະເລຂາອາຊຽນ ແລະ ກະຊວງການຄ້າອິນໂດເນເຊຍ ໄດ້ຮ່ວມກັນ ຈັດກອງປະຊຸມຂຶ້ນ ຢູ່ຈາກາກຕາ ເພື່ອຊອກຫາຄວາມບຸກທະລຸໃນວິທີເຈລະຈາ ກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານ ໃນພາກພື້ນ (RCEP)

ຂປລ:ຕາມຂ່າວຕ່າງປະເທດ, ໃນລະຫວ່າງວັນ 27-28ເດືອນຕຸລາປີ 2014 , ຄະນະເລຂາອາຊຽນ ແລະ ກະຊວງການຄ້າອິນໂດເນເຊຍ ໄດ້ຮ່ວມກັນ ຈັດກອງປະຊຸມຂຶ້ນ ຢູ່ຈາກາກຕາ ເພື່ອຊອກຫາຄວາມບຸກທະລຸໃນວິທີເຈລະຈາ ກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານ ໃນພາກພື້ນ (RCEP)ຂອງອາຊຽນ ເພື່ອ ເປັນພື້ນຖານໃຫ້ແກ່ ຮອບເຈລະຈາສັນຍາການຄ້າ ຄັ້ງທີ 6 ໃນພາກພື້ນ ທີ່ຈະຈັດຂຶ້ນຢູ່ອິນເດຍໃນເດືອນທັນວາ ໂດຍມີ ຈະມີ ຜູ້ຕາງໜ້າຈາກ 10 ປະເທດສະມາຊິກອາຊຽນ ແລະ 6 ຄູ່ຮ່ວມມື ໃນພາກພື້ນອາຊີ-ປາຊີຟິກເຂົ້າຮ່ວມ.
ໃນຮອບເຈລະຈາ ຄັ້ງທີ່ 5 ກ່ຽວກັບ RCEP ທີ່ຈັດຂຶ້ນຢູ່ ສິງກະໂປ ເມື່ອເດືອນມີຖຸນາທີ່ຜ່ານມາ, ອາຊຽນ ແລະ 6 ຄູ່ຮ່ວມມືການຄ້າຂະໜາດໃຫຍ ່ໃນພາກພື້ນ ປະກອບມີ ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອິນເດຍ ແລະ ນູແວນເຊລັງ ທີ່ຍັງບໍ່ທັນບັນລຸເອກະພາບຄວາມເຫັນ ກ່ຽວກັບ ບັນຫາຈຸດສຸມ ທີ່ກ່ຽວຂ້ອງ ເຖິງຂົງເຂດການຄ້າ, ການບໍລິການ ແລະ ອື່ນໆ. ສິ່ງດັ່ງກ່າວໄດ້ເພີ່ມຄວາມ ກັງວົນໃຫ້ແກ່ ການບັນລຸຂໍ້ຕົກລົງລວມ ກ່ຽວກັບ RCEP ໃນປີ 2015.
ຂ່າວຍັງແຈ້ງໃຫ້ ຮູ້ຕື່ມອີກວ່າ: ເມື່ອບໍ່ດົນມານີ້ ໄດ້ມີການຈັດງານປະກວດສີມືແຮງງານອາຊຽນ ຄັ້ງທີ10 ຂຶ້ນ ເປັນເວລາ 3 ວັນ, ເຊິ່ງປະກອບມີ 25 ວິຊາ ໂດຍມີ ນັກສອເສັງ ຈຳນວນ 293 ຄົນ ທີ່ ມາຈາກ 10 ປະເທດສະມາຊິກອາຊຽນເຂົ້າຮ່ວມ. ທ່ານ ກາວວັນເຊີນ ຮອງຫົວໜ້າ ກົມໃຫຍ່ສອນວິ ຊາຊີບ, ກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມ, ຮອງຫົວໜ້າຄະນະຈັດຕັ້ງງານ ປະກວດ ດັ່ງກ່າວ ໃຫ້ຮູ້ວ່າ: ງານປະກວດສີມືແຮງງານອາຊຽນຄັ້ງນີ້ ຖືວ່າມີການພັດທະນາຂຶ້ນເລື້ອຍໆ ເມື່ອທຽບໃສ່ ໄລຍະຜ່ານມາ. ຈຸດປະສົງຕົ້ນຕໍໃນການຈັດງານປະກວດນີ້ແມ່ນເພື່ອຍົກສູງຄຸນນະພາບ ດ້ານສີມືແຮງງານໃຫ້ ນັບມື້ດີຂຶ້ນກວ່າເກົ່າ ແລະ ກ້າວຂຶ້ນໃນລະດັບສາກົນ ເພື່ອດຶງດູດເອົາບັນດານັກ ທ່ອງທ່ຽວສາກົນ ໃຫ້ເຂົ້າ ມາທ່ອງທ່ຽວໃນອາຊຽນ ໃຫ້ຫລາຍຂຶ້ນ./.
KPL