ຂປລ
ຂປລ. ຕາມຂ່າວ NHK, ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຍີ່ປຸ່ນ ກັບທ່ານ ບາຣັກ ໂອບາມາ ປະທານາທິບໍດີອາເມລິກາ ເຫັນດີຮ່ວມກັນເຖິງຄວາມຈຳເປັນ ທີ່ປະເທດຂອງຕົນ ແລະ ປະເທດອື່ນໆໃນປະຊາຄົມສາກົນ ຈະຕ້ອງເຮັດວຽກຮ່ວມກັນເພື່ອຮັບມືການແຜ່ລະບາດ ຂອງພະຍາດອີໂບລາ.

ທ່ານ ບາຣັກ ໄດ້ໂທລະສັບເຖິງທ່ານ ອາເບ ເມື່ອວັນທີ 15 ເດືອນຕຸຸລາຜ່ານມາ (ຕາມເວລາໃນປະເທດຍີ່ປຸ່ນ), ຜູ້ນຳທັງສອງປະເທດເຫັນດີຮ່ວມກັນວ່າ ອີໂບລາ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສາກົນ ແລະ ຕ້ອງດຳເນີນຄວາມພະຍາຍາມຮ່ວມກັນເພື່ອປ້ອງກັນບໍ່ໃຫ້ພະຍາດນີ້ແຜ່ລ່າມຫລາຍຂຶ້ນ.
ເຈົ້າໜ້າທີ່ອົງການອະນາໄມໂລກ ກ່າວວ່າ: ພະຍາດອີໂບລາ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 4.400 ຄົນ, ສ່ວນຫລາຍໃນອາຟຣິກກາຕາເວັນຕົກ ແລະ ເຕືອນວ່າ ຈຳນວນຜູ້ຕິດເຊື້ອຈະເຖິງ 9.000 ຄົນພາຍໃນອາທິດນີ້.
ທ່ານ ອາເບ ອະທິບາຍເຖິງຄວາມພະຍາຍາມ ຂອງຍີ່ປຸ່ນ ເລື່ອງການຮັບມືກັບພະຍາດລະບາດນີ້ ໃນຮູບແບບຂອງການຈັດສັນຢາ, ສົ່ງຜູ້ຊ່ຽວຊານດ້ານການແພດ ໄປປະເທດອາຟຣິກກາຕາເວັນຕົກ ແລະ ຈະເລັ່ງການຊ່ວຍເຫລືອຫລາກຫລາຍປະເພດໃຫ້ໄວຂຶ້ນ. ສ່ວນຜູ້ນຳອາເມລິກາ ກໍສະແດງຊົມເຊີຍຕໍ່ຄວາມພະຍາຍາມດັ່ງກ່າວ.
KPL