ຂປລ
ຂປລ. ຕາມຂ່າວຕ່າງປະເທດ, ທ່ານດຣ ໂທມັດສ ໄຟເດນ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ ໄດ້ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ:

ຂປລ. ຕາມຂ່າວຕ່າງປະເທດ, ທ່ານດຣ ໂທມັດສ ໄຟເດນ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ ໄດ້ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະຫະລັດອາເມລິກາ ຈະຕ້ອງໄດ້ທົບທວນມາດຕະການຄວບຄຸມການຕິດຕໍ່ຂອງເຊື້ອພະຍາດອີໂບລາ ເພື່ອປັບແຜນຮັບມືພະ ຍາດດັ່ງກ່າວຢ່າງເຂັ້ມງວດ ຫລັງຈາກກ່ອນໜ້ານີ້ຍັງບໍ່ທັນມີແຜນຫ້າມນັກເດີນທາງທີ່ມາຈາກບັນດາ ປະເທດໃນອາຟຣີກກາຕາເວັນຕົກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ເຊື້ອພະຍາດອີໂບລາ ເຂົ້າປະເທດ.
ການປັບແຜນຮັບມືຄັ້ງນີ້ ໄດ້ອອກມາດຕະການກວດກາຂາເຂົ້າທີ່ສະໜາມບິນສາກົນໃນນິວ ຢອກ ແລະ ຈະຂະຫຍາຍແຜນນີ້ໄປສູ່ສະໜາມບິນອື່ນໆອີກ 4 ແຫ່ງໃນວັນທີ 16 ຕຸລານີ້ ໂດຍເນັ້ນໃສ່ ການກວດສອບຜູ້ໂດຍສານຂາເຂົ້າມອາການເປັນໄຂ້ ຫລືບໍ່ ເນື່ອງຈາກເປັນອາການຂັ້ນທຳອິດຂອງການຕິດເຊື້ອອີໂບລາ ແລະ ກຳນົດໃຫ້ຜູ້ໂດຍສານທີ່ເດີນທາງມາຈາກລີເບເຣຍ, ເຊຍຣາລີອອນ ແລະ ກິເນ ລວມທັງຖ້ຽວບິນໂດຍກົງ, ຕໍ່ເຮືອບິນ ແລະ ມີແບບສອບຖາມຜູ້ໂດຍສານທີ່ເຄີຍສຳພັດຜູ້ຕິດເຊື້ອພະ ຍາດນີ້ຫລືບໍ່ ພ້ອມທັງຄົ້ນຄວ້າຫາມາດຕະການຕ່າງໆທີ່ຈະຫລຸດຜ່ອນຄວາມສ່ຽງໃນການຕິດ ເຊື້ອພະ ຍາດນີ້./.
KPL