ໄທ-ມຽນມາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫລາຍ​ດ້ານ

13/10/2014 21:20
Email Print 529
ຂປລ ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 10 ​ເດືອນ​ຕຸລາ,​​ ໃນ​ໂອກາດ​ເດີນທາງ​ໄປ​ຢ້ຽມຢາມມຽນ ມາ ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີປະ​ເທດ​​ໄທ ເປັນ​ເວລາ 2 ມື້ນັ້ນ,
ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 10 ​ເດືອນ​ຕຸລາ,​​ ໃນ​ໂອກາດ​ເດີນທາງ​ໄປ​ຢ້ຽມຢາມມຽນ ມາ ​ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີປະ​ເທດ​​ໄທ ເປັນ​ເວລາ 2 ມື້ນັ້ນ, ໄທ​ ແລະ ​ມຽນມາ ​ໄດ້​ຈັດ​ພິທີສະ​ຖາປະນາ​ການ​ເມືອງ​ສຳຄັນ​ຂອງ​ສອ​ງປະ​ເທດ ​ໃຫ້​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ ຄື:​ ເມືອງ​ຊຽງ​ໃໝ່ ກັບ​ ຊຽງ​ຕຸ​ງ ​ໃນລັດ​ສານ,​ ເມ​ືອງປະຈວບ​ຄີຣີຂັນ ກັບ​ເມືອງ​ມະຣິດ ​ໃນ​ເຂດ​ຕະນາ​ວະສຣີ​ແລະ ​ເມືອງ​ຣະນອງ​ ກັບ ​ເກ​າະສອງ ​ໃນ​ແຂວງ​ເກາະ​ສອງ ທາງ​ໃຕ້​ສຸດ​ຂອງ​ປະ ເທດມຽນມາ ອັນຈະຊ່ວຍເຮັດໃຫ້ບັນດາເມືອງດັ່ງກ່າວ ມີການແລກປ່ຽນຂໍ້ມູນຂ່າວສານ, ວັດທະນະທຳ, ສົ່ງ​ເສີມ​ການທ່ອງທ່ຽວ ​ເຮັດ​​ໃຫ້ໄປມາຫາ​ສູ່ກັນ​ຫລາຍ​ຂຶ້ນ ກໍຄື ການ​ຊ່ວຍ​ເຫລືອ​​ເຊິ່ງ​ກັນ​ ແລະ​ ກັນ ຮ່ວມ​ກັນ​ພັດທະນາ​ເສດ​ຖະກິດ​ສັງຄົມ​ ແລະ​ ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທັງ​ສອງ​ປະ​ເທດ.
ຂ່າວ​ແຈ້ງ​ຕື່ມ ​ໃນ​ພິທີສະ​ຖາປະນາການ​ເມືອງ​ສຳຄັນ​ຂອງ​ສອງ​ປະ​ເທດ​ດັ່ງກ່າວ ທີ່ອາຄານ​ຮັບ ຮອງທຳນຽບປະທານາທິບໍດີ​ມຽນມາ ທ່ານ ພົນ​ເອກ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ ແລະ ທ່ານ ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາ ​ໄດ້​ເຈລະຈາ​ກັນ​ໃນ​ຫລາຍ​ຫົວ​ຂໍ້ ເພື່ອ​ສົ່ງ​ເສີມສາຍ​ພົວພັນ​ ກັບ​ການ​ຄ້າຂາຍ​ລະຫວ່າງ 2​ ຝ່າຍ ກໍ​ຄື​ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ທະວາຍ, ​ກໍ່ສ້າງ​ການ​ເຊື່ອມ​ຕໍ່​ດ້ານ​ຄົມມະນາຄົມ​ລະຫວ່າງ​ມຽນມາ, ອິນ​ເດຍ ​ແລະ​ ໄທ, ການ​ຮັກສາ​ສິດ ​ແລະ ​ຜົນ​ປະ​ໂຫຍ​ດ ຂອງ​ແຮງ​ງານ​ມຽນມາ ທີ່​ເຮັດ​ວຽກ​ຢູ່ປະ​ເທດ​ໄທ, ບັນຫາ​ແຮງ​ງານ​ມຽນມາ​ຜິດ​ກົດໝາຍ, ການ​ພັດທະນາ​ຊັບພະ ຍາກອນມະນຸ​ດ, ດ້ານ​ພະລັງງານ, ການ​ສຶກສາ, ສາທາລະນະ​ສຸກ​ ແລະ​ ວຽກ​ງານ​ກະສິກຳ.
KPL

ຂ່າວອື່ນໆ

ads
ads

Top