ຂປລ
ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 12 ເດືອນຕຸລາ, ສອງປະເທດໃນອາຊີ ພວມປະເຊີນກັບພາຍຸພັດຖະຫລົ່ມຮຸນແຮງ
ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 12 ເດືອນຕຸລາ, ສອງປະເທດໃນອາຊີ ພວມປະເຊີນກັບພາຍຸພັດຖະຫລົ່ມຮຸນແຮງ ຄື: ຢູ່ຍີ່ປຸ່ນ ໃນເວລານີ້ຜູ້ຄົນທີ່ອາໄສຢູ່ເກາະໃຫຍ່ໃນຄິວຊູ ແລະ ຮອນຊູ ກຽມພ້ອມຮັບມືກັບພາຍຸວ່ອງຟົງ ຫລັງຈາກທີ່ພັດຖະຫລົ່ມທາງທິດໃຕ້ຂອງເກາະໂອການາວາ ເມື່ອວັນທີ 11 ເດືອນຕຸລານີ້ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈຳນວນ 35 ຄົນ, ເຊັ່ນດຽວກັນ ຢູ່ພື້ນທີ່ແຖບແຄມຝັ່ງຕາເວັນອອກຂອງອິນເດຍ ພວມຖືກພາຍຸຮຸດຮຸດ ທີ່ເຄື່ອນຕົວດ້ວຍຄວາມໄວລົມ 195 ກິໂລແມັດຕໍ່ຊົ່ວໂມງ ພັດຖະຫລົ່ມຮຸນແຮງເຮັດໃຫ້ເກີດຝົນຕົກໜັກ, ມີຜູ້ເສຍຊີວິດຈຳນວນ 3 ຄົນ ແລະ ໄດ້ຍົກຍ້າຍປະຊາຊົນຈຳນວນເກືອບ 4 ແສນ ຄົນໄປພື້ນທີ່ປອດໄພ, ສາຍການບິນຕ່າງໆ ຖືກຍົກເລີກຖ້ຽວບິນຈຳນວນຫລາຍ, ພ້ອມນີ້ ທາງການ ໄດ້ສັ່ງປິດການສັນຈອນຕາມທ້ອງຖະໜົນ ແລະ ລົດໄຟ. ຂະນະດຽວກັນ ດ້ານກອງທັບອິນເດຍ ໄດ້ກຽມພ້ອມໃຫ້ ການຊ່ວຍເຫລືອປະຊາຊົນ.
ຂ່າວແຈ້ງຕື່ມ ວ່າ: ທາງການຍີ່ປຸ່ນ ໄດ້ແນະນຳໃຫ້ປະຊາຊົນຈຳນວນ 2 ແສນຄົນ ໃນໂອກິນາວາແລະ ຄາໂກຊິມະ ຍົກຍ້າຍອອກຈາກພື້ນທີ່ສ່ຽງເນື່ອງຈາກມີຄວາມເປັນໄປໄດ້ທີ່ຈະເກີດນ້ຳຖ້ວມ, ດິນ ຖະຫລົ່ມ, ປັດຈຸບັນ ພາຍຸດັ່ງກ່າວ ພວມເຄື່ອນຕົວໄປທິດເໜືອ ຄາດວ່າ ຈະຖະຫລົ່ມ ເກາະຄິວຊູ ແລະ ຮອນຊູ ວັນທີ12-13 ເດືອນຕຸລານີ້ (ຕາມເວລາທ້ອງຖິ່ນ).
KPL