ຂປລ
ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 29 ເດືອນກັນຍາ, ເວທີປຶກສາຫາລືຈີນ-ຍີ່ປຸ່ນ ຄັ້ງທີ່ 10 ທີ່ຈັດໂດຍສຳນັກຂ່າວສານໜັງສືພິມລາຍວັນຈີນ ແລະ ອົງການ NPO
ຂປລ. ຕາມຂ່າວຕ່າງປະເທດ, ວັນທີ 29 ເດືອນກັນຍາ, ເວທີປຶກສາຫາລືຈີນ-ຍີ່ປຸ່ນ ຄັ້ງທີ່ 10 ທີ່ຈັດໂດຍສຳນັກຂ່າວສານໜັງສືພິມລາຍວັນຈີນ ແລະ ອົງການ NPO ດ້ານຖ້ອຍຄວາມຍີ່ປຸ່ນ ໄດ້ອັດລົງ ຢູ່ນະຄອນຫລວງໂຕກຽວ ຂອງຍີ່ປຸ່ນ. ສອງຝ່າຍໄດ້ເປີດເຜີຍຄວາມຮັບຮູ້ ທີ່ເປັນເອກະກະສັນກັນໂຕກຽວ ປີ 2014 ໂດຍໄດ້ຍົກຂໍ້ສະເໜີກ່ຽວກັບທິດທາງການພັດທະນາການພົວພັນສອງປະເທດ.
ສອງຝ່າຍໄດ້ມີຄວາມເຫັນເປັນເອກະສັນກັນວ່າ: ການແກ້ໄຂບັນຫາຄວາມຮັບຮູ້ດ້ານປະຫວັດ ສາດ ແລະ ບັນຫາດິນແດນຢ່າງສົມເຫດສົມຜົນນັ້ນ ມີຄວາມສຳຄັນທີ່ສຸດຕໍ່ການປັບປຸງ ແລະ ການພັດ ທະນາການພົວພັນຈີນ-ຍີ່ປຸ່ນ. ການດຳເນີນການເຈລະຈາທີ່ມີປະສິດທິຜົນສູງ ແລະ ຍົກສະເໜີໂດຍຜ່ານເວທີໃນສັງຄົມ ເປັນສິ່ງທີ່ຂາດບໍ່ໄດ້ສຳລັບສອງປະເທດ. ສອງຝ່າຍຕົກລົງກັນວ່າ ໃນ 10 ປີຕໍ່ໜ້າ ຈະພະ ຍາຍາມສືບຕໍ່ດຳເນີນເວທີປຶກສາຫາລືປັກກິ່ງ-ໂຕກຽວ ທີ່ເປັນກົນໄກສົນທະນາທາງສັງຄົມລະຫວ່າງຈີນກັບຍີ່ປຸ່ນ ແລະ ຍົກລະດັບກົນໄກ ເພື່ອໃຫ້ເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າ./.
KPL