ຂປລ
ຂປລ. ຕາມຂ່າວສານຫວຽດນາມ, ທະນະຄານໂລກ(WB) ຫາກໍຮັບຮອງບ້ວງເງິນກູ້ຢືມ ມູນຄ່າ 300 ລ້ານໂດລາສະຫະລັດ ໃຫ້ແກ່ຟິລິບປີນ ເພື່ອຊ່ວຍລັດຖະບານປະເທດນີ້ ເພື່ອດຳເນີນການປະຕິຮູບສິ່ງຈຳເປັນ ແນໃສ່ຊຸກຍູ້ການຈະເລີນເຕີບໃຫຍ່ຢ່າງຮອບດ້ານ ແລະ ການສ້າງວຽກເຮັດງານ.

ໃນຖະແຫລງການເມື່ອບໍ່ດົນມານີ້, WB ໃຫ້ຮູ້ວ່າ ບ້ວງເງິນກູ້ຢືມດັ່ງກ່າວ ຈະຊ່ວຍບັນດາໂຄງການຂອງລັດຖະບານຟິລິບປີນ ກ່ຽວກັບ ການລົງທຶນເຂົ້າໃນພື້ນຖານໂຄງລ່າງ, ການສຶກສາ, ການບໍລິການສັງຄົມໃຫ້ແກ່ຄົນທຸກຍາກ, ຫລຸດຜ່ອນລາຍຈ່າຍດ້ານທຸລະກິດ ເພື່ອສ້າງວຽກເຮັດງານທຳ, ແລະ ຄວາມປົ່ງໃສກ່ຽວກັບການເງິນ. ຜູ້ອຳນວຍການຂອງ WB ປະຈຳຟິລິບປີນ, ທ່ານ ໂມໂຕ ໂກນີຊີ, ເຊື່ອວ່າ ປະເທດນີ້ ຈະສືບຕໍ່ເກັບກ່ຽວໝາກຜົນ ໃນບັນດາຄວາມພະຍາຍາມຢ່າງຕັ້ງໜ້າ ເພື່ອໃຫ້ບັນລຸການຈະເລີນເຕີບໃຫຍ່ຢ່າງ ຮອບດ້ານ.
ທ່ານ ລັດຖະມົນຕີການເງິນ ເຊຊັສ ປູຣິຊີມາ ກ່າວວ່າ, ການຈະເລີນເຕີບໃຫຍ່ດ້ານເສດຖະກິດຂອງຟິລິບປິນ ພວມໄດ້ຮັບການປະຕິຮູບ ຈາກ 5,6% ໃນໄຕມາດ 1 / 2014 ຂຶ້ນເປັນ 6,4% ໃນໄຕມາດ 2 / 2014. ເຖິງແມ່ນວ່າ, ລະດັບການຈະເລີນເຕີບໃຫຍ່ໃນເຄິ່ງປີນີ້ ຈະບັນລຸພຽງແຕ່ 6%, ຕ່ຳກວ່າເມື່ອທຽບໃສ່ເປົ້າໝາຍຂອງລັດຖະບານວາງໄວ້ແມ່ນ 6,5 - 7,5%./.
KPL