ຂປລ
ຂປລ, ຕາມຂ່າວຕ່າງປະເທດ, ວັນທີ 1 ເດືອນຕຸລານີ້, ຄະນະແພດໂຮງໝໍແຫ່ງຫນຶ່ງຂອງປະເທດ ໂອຕຣິດ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່
ຂປລ, ຕາມຂ່າວຕ່າງປະເທດ, ວັນທີ 1 ເດືອນຕຸລານີ້, ຄະນະແພດໂຮງໝໍແຫ່ງຫນຶ່ງຂອງປະເທດ ໂອຕຣິດ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ກ່ຽວກັບລະບົບການຫາຍໃຈ ຫລືເຊື້ອພະບາດ “MERS” ຄົນທຳອິດຂອງປະເທດແລະພວມຢູ່ພາຍໃຕ້ການເບິ່ງແຍງຢ່າງໃກ້ຊິດຂອງຄະນະງານແພດໝໍ ໃນນະຄອນຫລວງວຽນ, ພ້ອມນຳເອົາຜູ້ທີ່ຢູ່ໃກ້ຊິດຕິດແທດເພື່ອກວດກາສຸຂະພາບຕື່ມອີກ.
ກະຊວງສາທາລະນະສຸກໂອຕຣິດ ແຈ້ງວ່າ: ຜູ້ຕິດເຊື້ອພະຍາດ MERS ຄົນນີ້ ຫາກໍເດີນທາງມາຈາກ ອາຣັບບີ ຊາອຸດິດ, ສະຖານທີ່ຕົ້ນຕໍຂອງການລະບາດຂອງພະຍາດນີ້ ເຊັ່ນດຽວກັນ ຂໍ້ມູນຫລ້າສຸດຈາກອົງການອະນາໄມໂລກ ໃຫ້ຮູ້ວ່າ: ເຊື້ອພະຍາດ MERS ໄດ້ເຮັດໃຫ້ຜູ້ຄົນທົ່ວໂລກເສຍຊີວິດໄປແລ້ວຢ່າງໜ້ອຍ 333 ຄົນ ຈາກຈຳນວນຜູ້ຕິດເຊື້ອໄດ້ຮັບການຢືນຢັນຫລາຍກວ່າ 850 ຄົນ, ຊຶ່ງອາຣັບບີ ຊາອຸດິດ ມີຜູ້ເສຍຊີວິດໄປແລ້ວ 282 ຄົນ ຖືເປັນປະເທດທີ່ມີຜູ້ເສຍຊີວິດຍ້ອນເຊື້ອພະຍາດນີ້ຫລາຍກວ່າຫມູ່. ຕົ້ນກຳເນີດເຊື້ອພະຍາດ MERS ເກີດລະບາດມາຈາກສັດ ເຊັ່ນ: ໂຕອູດ, ໂຕເຈຍ ໃນອາຣັບບີ ຊາອູດິດ ແລະ ຖືກຄົ້ນພົບເປັນຄັ້ງທຳອິດໃນໂລກໃນເດືອນກັນຍາປີ 2012 , ປັດຈຸບັນ ຍັງບໍ່ມີຢາປິ່ນປົວໃຫ້ດີໄດ້./.
KPL