ຂປລ
ຂປລ,ຕາມຂ່າວຕ່າງປະເທດ, ວັນທີ 30 ກັນຍາ, ສຳນັກງານອຸຕຸນິຍົມວິທະຍາຝຣັ່ງ ໄດ້ປະກາດເຕືອນໄພພິບັດທາງທຳມະຊາດ ທາງພາກໃຕ້ຂອງປະເທດ ຈຳນວນ 60 ເມືອງ
ຂປລ,ຕາມຂ່າວຕ່າງປະເທດ, ວັນທີ 30 ກັນຍາ, ສຳນັກງານອຸຕຸນິຍົມວິທະຍາຝຣັ່ງ ໄດ້ປະກາດເຕືອນໄພພິບັດທາງທຳມະຊາດ ທາງພາກໃຕ້ຂອງປະເທດ ຈຳນວນ 60 ເມືອງ ທີ່ເກີດຝົນຕົກໜັກ ໂດຍສະເພາະ ເມືອງມົງເປລລີເຢຣ “Montpellier “ ແຄ້ວນ Languedoc-Roussillon ທີ່ຖືກຈົມນ້ຳ. ຂະນະດຽວກັນ ເຈົ້າໜ້າທີ່ສຸກເສີນ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫລືອ ຫລາຍ ກວ່າ 1.200ເທື່ອ ແລະມີເອລີຄອບແຕ້ຈຳນວນ 3 ລຳ ເພື່ອຊ່ວຍເຫລືອຕື່ມອີກ.
ຂ່າວແຈ້ງວ່າ: ຢູ່ເມືອງມົງເປລລີເຢຣ ເກີດຝົນທີ່ຕົກຫນັກບໍ່ເທົ່າໃດຊົ່ວໂມງ ວັດແທກປະລິມານນ້ຳຝົນສູງເກືອບ 40 ຊັງຕີແມັດ, ສູງກວ່າສະຖິຕິທີ່ບັນທຶກໄວ້ໃນປີ 1957, ຂະນະດຽວກັນ ທາງການທ້ອງຖິ່ນ ລາຍງານວ່າ: ປະຊາຊົນຈຳນວນ 4.000 ກວ່າຄົນ ທົ່ວພື້ນທີ່ໆຝົນຕົກໜັກ ຕ້ອງໄດ້ໄປພັກຕາມສູນພັກສຸກເສີນ ແລະ ໂຮງຮຽນຫລືບາງຈຳນວນກໍຖືກຄ້າງຢູ່ຕາມສະຖານີລົດໄຟ ແລະ ສະໜາມບິນ, ຄາດວ່າ ວັນທີ 30 ກັນຍາຜ່ານມາຝົນຈະຕົກຫນ້ອຍລົງ ແລະ ໄດ້ຫລຸດລະດັບການເຕືອນໄພ ຈາກສີແດງ ລົງເປັນ ສີສົ້ມ.
KPL