ກະຊວງສຶກສາທິການ-ກິລາ ຊຸກຍູ້ ວິທະຍາໄລ ກຽມສອນຫລັກສູດຕໍ່ເນື່ອງ ປະລິນຍາຕີ ຍົກຄຸນນະພາບ ການສຶກສາຊັ້ນສູງ

01/09/2016 15:26
Email Print 1336
ຂປລ ຂປລ. ກະຊວງ​ ສຶກສາ​ທິການ ​ແລະ ກິລາ ​ໄດ້​​ເລັ່ງ​ໃຫ້ ການ​ສະໜັບສະໜູນ, ຊຸກຍູ້ ​ແລະ ສົ່ງ​ເສີມ ​ໃຫ້​ສະ​ຖາ​ບັນ​ ການ​ສຶກສາ​ຊັ້ນ​ສູງ ​ໃນ​ລະດັບ​ວິທະຍາ​ໄລ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ ທົ່ວ​ປະ​ເທດ ສືບຕໍ່ ສ້າງ​ນັກວິຊາການ, ນາຍ​ຊ່າງ​ເຕັກນິກ ລະດັບ​ວິຊາ​ຊີບ​ຊັ້ນ​ສູງ ຫລື ອະນຸ​ປະລິນຍາ
ຂປລ. ກະຊວງສຶກສາທິການແລະ ກິລາໄດ້​​ເລັ່ງໃຫ້ ການສະໜັບສະໜູນ, ຊຸກຍູ້ແລະ ສົ່ງເສີມໃຫ້ສະຖາບັນ ການສຶກສາຊັ້ນສູງໃນລະດັບວິທະຍາໄລ ທັງພາກລັດແລະເອກະຊົນ ທົ່ວປະເທດ ສືບຕໍ່ ສ້າງນັກວິຊາການ, ນາຍຊ່າງເຕັກນິກ ລະດັບວິຊາຊີບຊັ້ນສູງ ຫລື ອະນຸປະລິນຍາ ໃຫ້ໄດ້ທັງປະລິມານແລະ ຄຸນນະພາໂດຍໃຫ້ມີຫລາກຫລາຍ ສາຂາອາຊີບ. ທັງກຽມຄວາມພ້ອມ ໃນການເປີດສອນຫລັກສູດຕໍ່ເນື່ອງ ລະດັບປະລິນຍາຕີ ໃນຫລາຍສາຂາວິຊາອາຊີບເພື່ອສ້າງເງື່ອນໄຂໂອກາດ ໃຫ້ຜູ້ທີ່ຮຽນຈົບລະດັບວິຊາຊີບຊັ້ນສູງ ຫລື ອະນຸປະລິນຍາຕີ ຈາກວິທະຍາໄລຕ່າງໆ​​ ໄດ້ເຂົ້າຮຽນຕໍ່ເນື່ອງ ຕາມຄວາມສາມາດຕົວຈິງແລະ ຄວາມສະໝັກໃຈ​.

ສະ
ເພາະສົກຮຽນ 2016-2017 ​ໃຫ້ທຸກສະຖາບັນ ກຽມຄວາມພ້ອມ ເພື່ອສະເໜີ ຍົກຖານະເປັນສະຖາບັນ ຕາມທີ່ກຳນົດໄວ້ ໃນດຳລັດ ວ່າດ້ວຍ ການສຶກສາຊັ້ນສູງ (ມາດຕາ 2 ວັກ 10) ​ໃຫ້ສາມາດຈັດຕັ້ງ ການຮຽນ-ການສອນ, ການຄົ້ນຄວ້າ ວິທະຍາສາດແລະ ການບໍລິການ ວິຊາການ ຕາມຫລັກສູດລະດັບຕ່າງໆ. ພ້ອມນັ້ນໃຫ້ອົງການຈັດຕັ້ງກ່ຽວຂ້ອງ ມີພາລະບົດບາດ ໃນການຄຸ້ມຄອງ ສະຖານການສຶກສາຊັ້ນສູງ ທັງຢູ່ສູນກາງແລະ ທ້ອງຖິ່ນ, ພ້ອມກວດກາຄືນ ລະບຽບຫລັກການແລະ ນິຕິກຳຕ່າງໆໃຫ້ສອດຄ່ອງກັບ ດໍາລັດວ່າດ້ວຍ ການສຶກສາຊັ້ນສູງ. ນອກນີ້, ຍັງໄດ້ຊີ້ນຳ ໃຫ້ວິທະຍາໄລແຫ່ງຕ່າງໆ  ສຶກສາ-ຄົ້ນຄ້ວາ ສ້າງເງື່ອນໄຂແລະ ຄວາມພ້ອມໃນການຮ່ວມມື ດ້ານວິຊາການ ກັບສະຖາບັນການສຶກສາຊັ້ນສູງ ລະດັບວິທະຍາໄລ ພາຍໃນແລະ ຕ່າງປະເທດເພື່ອກໍ່ສ້າງນັກວິຊາການ ລະດັບສູງຮ່ວມກັນໂດຍສອດຄ່ອງກັບ ນະໂຍບາຍແລະ ກົດໝາຍຂອງລັດ.

ທ່ານນາງ
ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການແລະ ກິລາ ​​ໄດ້ອອກແຈ້ງການ ເມື່ອທ້າຍເດືອນສິງ 2016 ນີ້ໂດຍລະບຸວ່າ: ການຊຸກຍູ້ສົ່ງເສີມ ສະຖາບັນ ການສຶກສາຊັ້ນສູງ ຍົກຖານະດັ່ງກ່າວ,ແມ່ນເພື່ອຍົກສູງ ຄຸນນະພາບການສ້າງ ນັກວິຊາການລະດັບສູງ​ ​ແນໃສ່ໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ, ຄວາມຕ້ອງການ ກັບວຽກງານຕົວຈິງ ໃນປັດຈຸບັນແລະ ອະນາຄົດ, ພ້ອມນີ້ ຍັງ​​ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ທັງເປັນການສືບຕໍ່ຜັນຂະຫຍາຍ ຜົນສຳເລັດ ຂອງການປະຕິຮູບ ລະບົບການສຶກສາແຫ່ງຊາດ ເພື່ອຍົກສູງ ຄຸນນະພາບຂອງ ການສຶກສາຊັ້ນສູງ ໃຫ້ໄປຕາມເປົ້າໝາຍ ການພັດທະນາ ແບບຍືນຍົງ, ສອດຄ່ອງກັບ ຍຸດທະສາດ ການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດໂດຍສະເພາະ ການປະຕິບັດ ແຜນພັດທະນາການສຶກສາ 5 ປີຄັ້ງທີ VIII ​ໃຫ້ມີຜົນສຳເລັດ ຕາມຄາດໝາຍ./.
KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top