ສີລັງກາ ອະນຸມັດເງິນ ກູ້ຢືມ 30 ລ້ານໂດລາ ຈາກກອງທຶນໂອເປກ

27/11/2026 13:06
ຂປລ ຄະນະ ລັດຖະບານ ສີລັງກາ ໄດ້ມີມະຕິ ເຫັນດີ ຕໍ່ຂໍ້ສະເໜີ ຂໍກູ້ຢືມເງິນ ຈໍານວນ 30 ລ້ານໂດລາ ສະຫະລັດ ຈາກ ກອງທຶນໂອເປກ ເພື່ອການພັດທະນາ ສາກົນ (OPEC Fund) ເພື່ອສະໜັບ ສະໜູນ ໂຄງການ ປະຕິຮູບ ສີລັງກາ ເພື່ອການ ເຕີບໂຕ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຄະນະ ລັດຖະບານ ສີລັງກາ ໄດ້ມີມະຕິ ເຫັນດີ ຕໍ່ຂໍ້ສະເໜີ ຂໍກູ້ຢືມເງິນ ຈໍານວນ 30 ລ້ານໂດລາ ສະຫະລັດ ຈາກ ກອງທຶນໂອເປກ ເພື່ອການພັດທະນາ ສາກົນ (OPEC Fund) ເພື່ອສະໜັບ ສະໜູນ ໂຄງການ ປະຕິຮູບ ສີລັງກາ ເພື່ອການ ເຕີບໂຕ, ຄວາມທົນທານ ແລະ ການເປີດກວ້າງ ເຊິ່ງມີ ຮູບແບບ ການຈັດຫາ ແຫລ່ງທຶນ ເພື່ອໃຫ້ສອດຄ່ອງກັບ ເງິນທຶນ ສະໜັບ ສະໜູນ ຈາກ ທະນາຄານໂລກ ພາຍໃຕ້ໂຄງການ ດຽວກັນ.

ວົງເງິນກູ້ຢືມ 30 ລ້ານໂດລາ ສະຫະລັດນີ້ ປະກອບດ້ວຍ ເງິນຈໍານວນ 24 ລ້ານໂດລາ ສະຫະລັດ ຈາກແຫລ່ງເງິນທຶນ ສາມັນ (Ordinary Capital Resources) ແລະ ຈໍານວນ 6 ລ້ານ ໂດລາສະຫະລັດ ຈາກແຫລ່ງເງິນທຶນພິເສດ (Special Capital Resources) ໂດຍການຈັດຫາ ແຫລ່ງທຶນ ໃນຄັ້ງນີ້ ເພື່ອການຟື້ນຟູ ສະຖຽນລະພາບ ທາງເສດຖະກິດ ມະຫາພາກ, ສ້າງຄວາມຍືນຍົງ ທາງການເງິນ ແລະ ສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ ຢ່າງຍືນຍົງ ແລະ ຮອບດ້ານ./

KPL

ຂ່າວອື່ນໆ

ads
ads

Top