ເສັ້ນທາງການຄ້າສຳຄັນ 3 ສາຍ ຖືກກີດຂວາງ ເຮັດໃຫ້ວິກິດການຄວາມໝັ້ນຄົງ ດ້ານອາຫານຂອງໂລກ ຮຸນແຮງຂຶ້ນ

25/11/2026 16:41
ຂປລ ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳຖືກກີດຂວາງ ຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນ ດ້ານອາຫານ,ພະລັງງານ ແລະ ການຂົນສົ່ງຂອງໂລກ ເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມ ໝັ້ນຄົງ ດ້ານອາຫານຮ້າຍແຮງຂຶ້ນ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້,ອົງການອາຫານໂລກ ແຫ່ງສະຫະປະຊາຊາດ ຫລື WFP ໄດ້ເຕືອນວ່າ: ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳຖືກກີດຂວາງ ຢ່າງຕໍ່ເນື່ອງ,ກຳລັງເຮັດໃຫ້ຕົ້ນທຶນ ດ້ານອາຫານ,ພະລັງງານ ແລະ ການຂົນສົ່ງຂອງໂລກ ເພີ່ມສູງຂຶ້ນ,ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ.ປັດຈຸບັນ, ມີປະມານ 266.000.000 ຄົນ ໃນທົ່ວໂລກ ຜະເຊີນກັບ ບັນຫາຂາດແຄນອາຫານ ຢ່າງໜັກໜ່ວງ. WFP ຊີ້ອອກວ່າ:ປຸ໋ຍ ຈຳນວນປະມານ 30% ທົ່ວໂລກ ແມ່ນຂົນສົ່ງໂດຍຜ່ານຊ່ອງແຄບຮໍມຸສ, ເສັ້ນທາງການຄ້າ ຖືກກີດຂວາງ ບວກກັບການປະທະກັນ ໃນພາກພື້ນ ແລະ ສະພາບດິນຟ້າອາກາດຮ້າຍແຮງ, ກຳລັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະ ການສະໜອງອາຫານ. WFP ຮຽກຮ້ອງ ໃຫ້ປະຊາຄົມໂລກ ນຳໃຊ້ມາດຕະການ ເພື່ອຮັບປະກັນເສັ້ນທາງ  ການຄ້າອາຫານທົ່ວໂລກຢ່າງໂລ່ງລ່ຽນ ແລະ ປ້ອງກັນບໍ່ໃຫ້ອາຫານ ຖືກນຳໃຊ້ເປັນເຄື່ອງມືໃນສົງຄາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top