ສປ ຈີນ-ອາຊຽນ ຮ່ວມກັນປຶກສາຫາລື ກ່ຽວກັບ ໂອກາດໃໝ່ ໃນການເຊື່ອມໂຍງເຊື່ອມຈອດ

25/11/2026 16:44
ຂປລ ປີ​ນີ້​ແມ່ນ​ຄົບ​ຮອບ 5 ປີ​ ແຫ່ງ​ການ​ສ້າງ​ຕັ້ງ​ ສາຍ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ. ລະ​ຫວ່າງ ວັນ​ທີ 23-25 ພະ​ຈິກ​ນີ້, ສັບ​ປະ​ດາ​ຈີນ-ອາ​ຊຽນ 2026 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງຂອງ​ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ປີ​ນີ້​ແມ່ນ​ຄົບ​ຮອບ 5 ປີ​ ແຫ່ງ​ການ​ສ້າງ​ຕັ້ງ​ ສາຍ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ. ລະ​ຫວ່າງ ວັນ​ທີ 23-25 ພະ​ຈິກ​ນີ້, ສັບ​ປະ​ດາ​ຈີນ-ອາ​ຊຽນ 2026 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງຂອງ​ ສປ ຈີນ. ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ຕ່າງໆ​ຂອງ ສປ ​ຈີນ ແລະ ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ 300 ກວ່າ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ ເພື່ອ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລກ​ປ່ຽນ​ຫລາຍ​ຄັ້ງ ທາງ​ດ້ານ​ເສດ​ຖະ​ກິດ-ການ​ຄ້າ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ວັດ​ທະ​ນະ​ທຳ. ທ່ານ ຈ່າງ​ລີ້​ຈົ່ງ ເລ​ຂາ​ທິ​ການ​ສູນ​ຈີນ-ອາ​ຊຽນ​ ກ່າວ​ວ່າ: ໃນ​ຕໍ່​ໜ້າ, ຈະ​ສຸມ​ກຳ​ລັງ​​ໃສ່​ການດຳ​ເນີນ​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ ​ເຕັກ​ໂນ​ໂລ​ຊີ ​ລ້ຳ​ຍຸກ ເຊັ່ນ: ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ ​ດິ​ຈິ​ດອນ, ການ​ພັດ​ທະ​ນາສີ​ຂຽວ ແລະ ​ກາກບອນ​ຕ່ຳ ເພື່ອ​ເຮັດ​ໃຫ້ ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ເສີມ​ສ້າງ​ການ​ພັດ​ທະ​ນາ ໃນ​ຄຸນ​ນະ​ພາບ​ສູງ​ ໃຫ້​ດີກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top