ຂປລ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ ວຽກງານຂໍ້ກຳນົດ ພາຍໃນພັກ,

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫວ່າງມໍ່ໆມານີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ໃຫ້ການຊີ້ນຳ ທີ່ສຳຄັນຕໍ່ ວຽກງານຂໍ້ກຳນົດ ພາຍໃນພັກ, ໂດຍເນັ້ນໜັກວ່າ: ຕ້ອງຖືເອົາແນວຄິດ ສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ເປັນທິດຊີ້ນຳ, ລົງເລິກເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວຄິດ ການກໍ່ສ້າງພັກໃນຍຸກໃໝ່, ຕັ້ງໃຈຈັດຕັ້ງປະຕິບັດຈິດໃຈ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX, ຍຶດໝັ້ນຖືເອົາການບໍລິຫານພັກ ຕາມຂໍ້ກຳນົດ ເປັນວິທີພື້ນຖານ ຂອງການຄຸ້ມຄອງພັກ-ບໍລິຫານພັກ. ຕ້ອງໃຫ້ຄວາມສຳຄັນຫລາຍກວ່າເກົ່າຕໍ່ການເຊື່ອມໂຍງ ແລະ ປະສານສົມທົບກັນລະຫວ່າງຂໍ້ກຳນົດພາຍໃນພັກ ແລະ ລະບຽບກົດໝາຍແຫ່ງຊາດ, ເພື່ອສະໜອງການຮັບປະກັນ ດ້ານລະບຽບການ ທີ່ເຂັ້ມແຂງກວ່າເກົ່າ ໃຫ້ແກ່ ການຍຶດໝັ້ນຊຸກຍູ້ ການບໍລິຫານພັກຢ່າງເຂັ້ມງວດ ຮອບດ້ານ ໃຫ້ສືບຕໍ່ຍາວນານ ແລະ ຮັບປະກັນໃຫ້ພັກສືບຕໍ່ ເປັນແກນກາງນຳພາ ທີ່ເຂັ້ມແຂງຂອງພາລະກິດສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ຢ່າງສະເໝີຕົ້ນສະເໝີປາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL