ຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 24” ເຊື່ອມຕໍ່ກັບສະຖານີອະວະກາດສຳເລັດ

25/11/2026 16:44
ຂປລ ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ໄດ້​ເຊື່ອມຕໍ່ກັບ ສະຖານີອະວະກາດ ຢ່າງສຳເລັດຜົນ, ຂະ​ບວນ​ການ​ເຊື່ອມ​ຕໍ່​ ໄດ້​ດຳ​ເນີນ​ເປັນ​ເວ​ລາ 3 ຊົ່ວ​ໂມງເຄິ່ງ.

      ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “​ເຊີນ​ໂຈ່ວ 24” ໄດ້​ເຊື່ອມຕໍ່ກັບ ສະຖານີອະວະກາດ ຢ່າງສຳເລັດຜົນ, ຂະ​ບວນ​ການ​ເຊື່ອມ​ຕໍ່​ ໄດ້​ດຳ​ເນີນ​ເປັນ​ເວ​ລາ 3 ຊົ່ວ​ໂມງເຄິ່ງ. ອີງ​ຕາມ​ແຜນ​ການ​ພາ​ລະ​ກິດ, ນັກ​​ບິນ​ອະ​ວະ​ກາດ 3 ຄົນ ​​ຈະ​ອອກຈາກ​ຍານອະວະກາດ ບັນທຸກຄົນ “ເຊີນໂຈ່ວ 24” ​ແລະ ເຂົ້າ​ສູ່ຫ້ອງແກນ​ກາງ “​​ທ່ຽນ​ເຮີ” ຂອງສະ​ຖາ​ນີ​ອະ​ວະ​ກາດ. ຈຸບິນອະວະກາດ “ເຊີນໂຈ່ວ 23” ໄດ້​​ສຳ​ເລັດ​ ການ​ກະ​ກຽມ​ວຽກ​ງານ​ຕ່າງໆ ເພື່ອ​ຕ້ອນ​ຮັບ ຈຸບິນອະວະກາດ “ເຊີນໂຈ່ວ 24”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top