ຂປລ
ໃນ 3 ໄຕມາດຂອງປີ 2026 ນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 5.768 ຕື້ກວ່າຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 4 ພະຈິກນີ້, ກະຊວງການຄ້າຈີນ ເປີດເຜີຍວ່າ: ໃນ 3 ໄຕມາດຂອງປີ 2026 ນີ້, ຍອດມູນຄ່າ ການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 5.768 ຕື້ກວ່າຢວນ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ຕົວເລກສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດຂອງປີນີ້, ການສົ່ງອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸເຖິງ 2.271 ຕື້ກວ່າຢວນ, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ ປີກາຍ; ການນຳເຂົ້າ ດ້ານການບໍລິການມີ 3.497 ຕື້ກວ່າຢວນ, ເພີ່ມຂຶຶ້ນ 4.8%. ການຂາດດຸນການຄ້າ ດ້ານການບໍລິການແມ່ນ 1.225 ຕື້ກວ່າຢວນ, ຫລຸດລົງ 132 ຕື້ກວ່າຢວນ ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍນີ້. ອັດຕາການເຕີບໂຕ ຂອງການຄ້າຂາເຂົ້າ-ຂາອອກ ດ້ານການບໍລິການຂົນສົ່ງ ເປັນອັນດັບທີ 1 ແລະ ການຄ້າຂາອອກ ດ້ານການບໍລິການທີ່ເນັ້ນໃສ່ ຄວາມຮູ້ສູງເຕີບໂຕໄວສົມຄວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL