7392.17

ຂປລ. ກອງປະຊຸມສະຫລຸບຕີ ລາຄາວຽກງານກວດກາທົ່ວແຂວງ ວຽງຈັນ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນ ວັນທີ 22 ຕຸລາ 2026 ໂດຍການ ເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ປະທານຄະນະກວດ ກາສູນກາງພັກ, ປະທານອົງການ ກວດກາແຫ່ງລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນ ສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປະຊາຊົນແຂວງວຽງຈັນ, ສະຫາຍ ລຳໄມ ກູດລາວົງ ກຳມະ ການປະຈຳພັກແຂວງ, ປະທານ ຄະນະກວດກາພັກ, ປະທານອົງ ການກວດກາລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງແຂວງ ວຽງຈັນ ພ້ອມດ້ວຍບັນດາພະແນກ ການ ແລະ ພະນັກງານທີ່ເຮັດ ວຽກງານກວດກາພາຍໃນແຂວງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ວຽກງານ ກວດກາເປັນວຽກງານຍຸດທະສາດ ສໍາຄັນຂອງພັກ ເພື່ອສ້າງຄວາມບໍ ລິສຸດຜຸດຜ່ອງພາຍໃນພັກ, ສ້າງພັກ ]k;{dex6 g9p -5 dp6h dkoIj ;,,n veo;p7;k,ltf;d c]t lqj 'glu ,dko]q 'mb ofh kodkomj v'mj P;lv'xtgmf ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 23.10.2026 ປີທີ 25 ສະບັບທີ 6.548ັຸີີັີ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ຂປລ. ພິທີຮັບຮອງຢ່າງເປັນ ທາງຂອບການຮ່ວມມືເພື່ອການ ພັດທະນາແບບຍືນຍົງລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ສຳລັບ ປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ ນະຄອນຫລວງວຽງຈັນ ໂດຍການ ໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານທອງສະຫວັນ ພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ຂປລ. ກົມສິ່ງແວດລ້ອມ, ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕ ສີຂຽວໂລກ (GGGI) ແລະ ອົງ ການພັດທະນາແຫ່ງສະຫະປະຊາ ຊາດ (ສປຊ) ໂດຍໄດ້ຮັບການສະ ໜັບສະໜູນຈາກລັດຖະບານອົດສະ ຕຣາລີ ຈັດສຳມະນາກະກຽມຄະນະ ຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ Ia [Iv'1j k'gxa omk'dko0v[dkoIj ;,,n grnj vdkora fmtokc[[pn opq ' ]ts;j k' ]a f4t[ko]k; c]t vq 'dko lx- le]a [xu 2027-2031 dkooe slop goA o.sh xt8y [a f7elaj ' dkogda [d6h vk;5 fxn o c]t ;a f45 ]tg[u f1j k'g0A ,';f c0;';P'9a o lts]5 [8u ]k7k ;Pd'kod;fdk w]pt 5 xu xtmkoxtgmf 8h voIa [m6 f8j k'xtgmfxt9e]k; g0Q kpnj olko8k8A ' c]t ,v[lko8k8A '.sh m6 f]k; wxxt9e16j 8j k'xtgmf ]a f4t[kopuj x5j o -5 dp6h dkopq d]tfa [ ]t[q [oExtxk 16j c0;'lk]t;a o lxx ]k; dtdP,7;k,rh v,dj vog0Q kIj ;,dv'xt-5 ,]a frk7u lq omy la opk lx- ;j kfh ;pdkoxj Pocx'fy o2h kvkdkf 7A 'mu 31 ຂປລ. ລັດຖະບານຍີ່ປຸ່ນ ໄດ້ ໃຫ້ການຊ່ວຍເຫລືອລ້າມູນຄ່າ 108.610 ໂດລາສະຫະລັດ ເພື່ອ ປະຕິບັດໂຄງການປັບປຸງລະບົບນ້ຳ ປະປາໃນແຂວງສາລະວັນ ພາຍ ໃຕ້ໂຄງການຊ່ວຍເຫລືອລ້າຂັ້ນ ຮາກຖານ (GGP) ເພື່ອຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ 3 ]a f4t[kory 9k]tok 7 sq ;0= le7a o.odv'xt-5 ,ltw\lk,a o xt9egfn vo85 ]k h  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ( ປະທານ )  ອ່ານຕໍ່ໜ້າ 2່ າໍ່ ໜ້າ d5j ,[= ]y la f]k;3m]t7q , Ij ;,;k'ltcf' .o'kola [xtfkfu 9y 8vo]k; xt9exu 2026 ທ່ານ ພົອ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີີ ( ກາງ ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ນາງ ເຈີໄມມາ ກໍດອນ-ດາຟ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ມອບສານຕາຕັ້ງໃຫ້ ທ່ານ ຈະຕຸລິນ ສີຫາພົມ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ກູບາ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 3 ນັບຈາກຂວາຫາຊ້າຍ ) ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ ພ້ອມຄະນະ ( ຂວາ ) ຂປລ. ໃນຕອນເຊົ້າວັນທີ 22 ຕຸລາ 2026 ທີ່ທໍານຽບປະທານ ປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາ ຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະ ເທດ ຈໍານວນ 9 ທ່ານ ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ບັນດາທູດຕ່າງປະເທດເຂົ້າຍື່ນ ສານຄັ້ງນີ້, ປະກອບມີ: ທ່ານ ນາງ ເຈີໄມມາ ກໍດອນ-ດາຟ (H.E. Ms. Jemima GORDONDUFF) ເອກອັກຄະລາຊະທູດວິສາ

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 23/10/2026 xtgmf]k; ປະທານປະເທດ ຕ້ອນຮັບ...້ັ ກຸ່ມບໍລິສັດລາວໂທລະຄົມ...ຸ່ໍິັົ ຂປລ. ພິທີເປີດງານສັບປະດາດີ ຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ຈັດ ຂຶ້ນໃນວັນທີ 21 ຕຸລາ 2026 ທີ່ ສູນວາງສະແດງສິນຄ້າລາວ-ໄອ ເຕັກພາຍໃຕ້ຄຳຂວັນ: “ຍູ້ແຮງ ການຫັນເປັນລັດຖະບານດີຈິຕອນ, ສ້າງແຮງງານດີຈິຕອນ, ຂັບເຄື່ອນ ນະວັດຕະກຳກ້າວສູ່ຍຸກປັນຍາປະ ດິດ”. ໃນນັ້ນ, ກຸ່ມບໍລິສັດລາວໂທ ລະຄົມ ທີ່ປະກອບດ້ວຍລາວໂທລະ ຄົມ (Lao Telecom), ທີ-ພາດ (T-Plus) ແລະ ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານ ຕ່າງປະເທດໄດ້ເຂົ້າຮ່ວມຈັດວາງ ສະແດງຜະລິດຕະພັນ, ການບໍລິ ການດີຈິຕອນ ແລະ ເຕັກໂນໂລ ຊີໂທລະຄົມມະນາຄົມ ເພື່ອໃຫ້ຜູ້ ເຂົ້າຮ່ວມງານໄດ້ຮັບຊົມ, ສຶກສາ ແລະ ທົດລອງນຳໃຊ້ຕົວຈິງ ໂດຍ ການເປັນປະທານຂອງທ່ານ ພົອ cdh 7ezy f *ໜັງສືພິມປະເທດລາວ ສະບັບວັນທີ 22/10/2026 ໃນຫົວຂໍ້ຂ່າວ: ຜົນສໍາເລັດຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X. ຢູ່ເນື້ອໃນໜ້າ1 ວັກສອງ ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ນັ້ນແມ່ນຜິດ, ຖືກແທ້ແມ່ນ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ. ຂໍອະໄພໃນຄວາມຜິດພາດ ແລະ ຂໍໃຫ້ເຂົ້າໃຈຕາມນີ້ດ້ວຍ. ບ.ກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ນາງ ຄູລາ ໂຊເຟຍນູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ ເອກອັກຄະລັດຖະທູດວິສາມັນຜູ້ ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ ເອກອັກຄະລັດຖະທູດວິສາມັນ ຜູ້ ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານ ຕາຕັ້ງຂອງທ່ານ ນາງ ເຣນາຕາ ຢາຊີລີອໍນີແຕ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າຍື່ນ ສານຕາຕັ້ງຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ( ຂວາ ) ຕ້ອນຮັບການເຂົ້າ ຍື່ນສານຕາຕັ້ງຂອງທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ໄນຈີເຣຍ ປະຈຳ ສປປ ລາວ ມັນຜູ້ມີອໍານາດເຕັມ ແຫ່ງ ສະຫະ ລາຊະອານາຈັກອັງກິດ ແລະ ອຽກ ລັງເໜືອ ປະຈຳ ສປປ ລາວ, ມີ ສຳນັກງານການທູດຕັ້ງຢູ່ນະຄອນ ຫລວງວຽງຈັນ; ທ່ານ ລີ ຈອງ ຮັອບ (H.E. Mr. LEE Jeong Hyop) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor) ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະ ຄອນຫລວງວຽງຈັນ; ທ່ານ ແຊມ ສະລາຍເນີ (H.E. Mr. Sam Schreiner) ເອກອັກຄະລາຊະ ທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ;ທ່ານນາງຄູລາ ໂຊເຟຍນູ (H.E. Ms. Koula SOPHIANOU) ເອກອັກຄະລັດ ຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ມີສຳນັກງານ ການທູດຕັ້ງຢູ່ນະຄອນຫລວງປັກ ກິ່ງ ສປ ຈີນ; ທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ (H.E. Mr. Mohamed Abdellahi El Boukhary El Vi laly) ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫລວງປັກກິ່ງ, ສປ ຈີນ; ທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ (H.E. Mr . Be l l o Dogon-Daji Haliru) ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສາທາລະນະລັດ ສະຫະ ພັນ ໄນຈີເຣຍ ປະຈຳ ສປປ ລາວ, ມີສໍານັກງານການທູດຕັ້ງຢູ່ນະຄອນ ຫລວງບາງກອກ, ລາຊະອານາຈັກ ໄທ; ທ່ານ ອານເດຣດ ໂອເດັນເບຣ ອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດວິສາມັນຜູ້ ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ; ທ່ານ ນາງ ເຣ ນາຕາ ຢາຊີລີອໍນີແຕ (H.E. Mrs. Renata JASILIONYTe) ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ, ມີສຳ ນັກງານການທູດຕັ້ງຢູ່ສິງກະໂປ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທູດທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າດ້ວຍປະສົບ ການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ ອຸດົມສົມບູນຂອງບັນດາທູດຈະ ຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ນັບມື້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກ ປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ລວມ ທັງການໄປມາຫາສູ່ລະຫວ່າງປະ ຊາຊົນດ້ວຍກັນ, ເສີມຂະຫຍາຍການ ຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງ ການອື່ນໆທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດ ບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ ຄຳລຽງ ອຸທະໄກສອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການຄະນະ ກຳມະການລະດັບຊາດ ເພື່ອການ ຫັນເປັນດີຈິຕອນຂອງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍ ການໃຫຍ່ ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ພ້ອມດ້ວຍຄະ ນະອຳນວຍການ, ຜູ້ບໍລິຫານ, ບໍລິ ສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ງານສັບປະດາດີຈິຕອນລາວ ປະຈຳປີ 2026 ເປັນເວທີສໍາຄັນໃນ ການສະແດງຄວາມກ້າວໜ້າດ້ານ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນ ຕ່າງໆໄດ້ສຶກສາ ແລະ ສຳຜັດກັບ ການນຳໃຊ້ເຕັກໂນໂລຊີດີຈິຕອນ ຊຶ່ງເນື້ອໃນຂອງງານສະທ້ອນເຖິງ ຄວາມສຳຄັນຂອງການພັດທະນາ ລັດຖະບານດີຈິຕອນ, ການສ້າງ ບຸກຄະລາກອນທີ່ມີທັກສະດີຈິຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກ ປັນຍາປະດິດ. ພື້ນທີ່ວາງສະແດງຂອງກຸ່ມບໍລິ ສັດລາວໂທລະຄົມ ໄດ້ຮັບຄວາມ ສົນໃຈຈາກບັນດາທ່ານຜູ້ນຳພັກລັດ, ແຂກຜູ້ມີກຽດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າ ຊົມງານ. ການຈັດສະແດງໄດ້ເນັ້ນ ໃສ່ການແນະນຳຜະລິດຕະພັນ ແລະ ການບໍລິການ, ຄວບຄູ່ກັບການເປີດ ໂອກາດໃຫ້ຜູ້ເຂົ້າຊົມໄດ້ທົດລອງນຳ ໃຊ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ບົດບາດຂອງເຕັກໂນໂລຊີໃນການ ດຳເນີນຊີວິດ ແລະ ການດຳເນີນ ທຸລະກິດ. ການເຂົ້າຮ່ວມງານຄັ້ງນີ້, ສະ ແດງເຖິງບົດບາດ ແລະ ຄວາມພ້ອມ ຂອງກຸ່ມບໍລິສັດລາວໂທລະຄົມ ໃນ ການເປັນສ່ວນໜຶ່ງຂອງການຂັບ ເຄື່ອນການຫັນປ່ຽນດີຈິຕອນຂອງ ຮ່ວມກັນລົງນາມໃຫ້ປະກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆ ຂອງ ສປປ ລາວ ເພື່ອເບິ່ງການພັດ ທະນາຕົວຈິງຂອງແຂວງ, ຊ່ວຍ ຍາດແຍ່ງ ແລະ ຂົນຂວາຍບັນດາ ນັກທຸລະກິດ-ນັກລົງທຶນທີ່ມີຄວາມ ສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນໂອກາດດຽວກັນ, ບັນດາ ທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳ ເວົ້າອັນຈົບງາມ ແລະ ການຕ້ອນ ຮັບອັນອົບອຸ່ນຂອງທ່ານປະທານ ປະເທດ ທອງລຸນ ສີສຸລິດ, ພ້ອມທັງ ໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ຮັບ ການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ ການທູດຢູ່ສປປ ລາວ ໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນທີ່ຈະ ປະຕິບັດໜ້າທີ່ການທູດຂອງຕົນຢ່າງ ສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີກັບ ສປປ ລາວ ໃຫ້ ນັບມື້ນັບໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ. ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ ແກ່ທ່ານ ຈະຕຸລິນ ສີຫາພົມ ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ກູບາ, ພ້ອມ ທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດແຕ່ງຕັ້ງ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ ຕ່າງປະເທດ ແລະ ໄດ້ມີຄໍາເຫັນ ຊີ້ນຳໃຫ້ສືບຕໍ່ປະກອບສ່ວນສຸມທຸກ ເຫື່ອແຮງ ແລະ ຄວາມຮູ້ຄວາມ ສາມາດຂອງຕົນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ ຊຶ່ງທ່ານ ເອກອັກຄະລັດຖະທູດແຕ່ງຕັ້ງ ກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທິດຊີ້ນໍາດັ່ງກ່າວ ແລະ ສະແດງ ຄວາມໝາຍໝັ້ນທີ່ຈະເຮັດສຸດຄວາມ ສາມາດຂອງຕົນໃນການສືບຕໍ່ຊຸກຍູ້ ການພົວພັນຮ່ວມມືລະຫວ່າງສອງ ປະເທດໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຂ່າວ-ພາບ: ກົມຂ່າວກະຊວງຕ່າງປະເທດ ແຂວງວຽງຈັນ ສະຫລຸບ...ັຸ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຄຸ້ມຄອງ ບໍລິຫານລັດມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ເພື່ອຮັບປະກັນ ການພັດທະນາປະເທດຊາດ ໃຫ້ມີ ຄວາມຍືນຍົງ. ກອງປະຊຸມຄັ້ງນີ້ ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີ ວຽກງານຕິດຕາມ, ກວດກາໃຫ້ເຂັ້ມ ງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫລວງເດັດຂາດ, ໂປ່ງໃສ, ແລະ ທັນສະໄໝ ເພື່ອການ ພັດທະນາປະເທດຊາດທີ່ຍືນຍົງ”. ປະເທດ, ຜ່ານການນຳສະເໜີເຕັກ ໂນໂລຊີ ແລະ ການບໍລິການທີ່ຮອງ ຮັບຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ ພ້ອມທັງປະກອບ ສ່ວນສ້າງພື້ນຖານໃຫ້ແກ່ການພັດ ທະນາເສດຖະກິດ ແລະ ສັງຄົມດີຈິ ຕອນຂອງ ສປປ ລາວ ຢ່າງໝັ້ນຄົງ ແລະ ຍືນຍົງ. ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຈະ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນ ເປັນຕົ້ນບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ 5 ປີຜ່ານມາ (20212025) ແລະ ທິດທາງແຜນການ ເຄື່ອນໄຫວ 5 ປີໃນຕໍ່ໜ້າ (20262030); ແຜນພັດທະນາວຽກງານ ກວດກາ 5 ປີ (2021-2025) ແລະ ທິດທາງແຜນພັດທະນາ ວຽກງານກວດກາ 5 ປີ ໃນຕໍ່ໜ້າ (2026-2030); ເຜີຍແຜ່, ເຊື່ອມ ຊຶມນິຕິກຳຕ່າງໆຂອງສູນກາງ; ການປະກອບຄໍາຄິດ-ຄໍາເຫັນຂອງ ຜູ້ແທນກອງປະຊຸມ ພ້ອມທັງຮັບຟັງ ການຄໍາເຫັນຊີ້ນໍາ ແລະ ໂອ້ລົມຈາກ ຂັ້ນເທິງ. ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນ ເປັນເວລາ 2 ວັນ ຊຶ່ງບັນດາເນື້ອໃນ ເອກະສານທີ່ນໍາມາສະເໜີຕໍ່ກອງ ປະຊຸມ ລ້ວນແຕ່ແມ່ນເອກະສານ ທີ່ສໍາຄັນ ແລະ ເປັນເອກະສານ ຍຸດທະສາດຕໍ່ວຽກງານກວດກາ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ແທນ ກອງປະຊຸມຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງຂອງຕົນ, ສຸມ ສະຕິປັນຍາຄົ້ນຄວ້າ, ຄິດຫງໍ່າ, ຕຶກຕອງ ແລະ ປະກອບຄຳຄິດຄໍາ ເຫັນຕໍ່ເນື້ອໃນຕ່າງໆໃຫ້ມີຄວາມ ເລິກເຊິ່ງ, ໜັກແໜ້ນ, ໃຫ້ກາຍເປັນ ສະຕິລວມໝູ່ ເພື່ອເປັນທິດຊີ້ນໍາໃຫ້ ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດວຽກງານໃຫ້ເປັນຈິງເຮັດ ໃຫ້ຄາດໝາຍທີ່ກອງປະຊຸມວຽກ ງານກວດກາກຳນົດທິດທາງແຜນ ການເຄື່ອນໄຫວ 5 ປີ ໃນຕໍ່ໜ້າບັນລຸ ຜົນສໍາເລັດຕາມຄາດໝາຍ.

26/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສຸວັນໂນ ທະລັງສີຸັັີ ໂດຍ: ພຸດທະສິນ ວົງວິໄລທອງຸ ດິ ນົ ງິ ໄ 0= h ]y g]u j ,fh kodko[= ]y sko3]d0v'9u o rkps]a ' 1 xu ma fltot c]t dkoxtdv[lj ;o0v' lxx ]k; g,n v'30' l5 ,.lj -5 dp6 h dkozt]y fgxa oly o7h k c]t ra fmtokrN o4ko37']j k' *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ ສະຖາບັນການຕ່າງປະເທດ (IFA), ັ່ ກະຊວງການຕ່າງປະເທດ, ສປປ ລາວ່ ຂປລ. ປະຊາຄົມໂລກກຳລັງຜະ ເຊີນໜ້າກັບການຜັນແປໄປຢ່າງໄວ ວາ ແລະ ສະຫລັບສັບຊ້ອນ ໂດຍ ຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວ ທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະ ນາ, ວິວັດທະນາການຢ່າງໄວວາ ດ້ານເຕັກໂນໂລຊີ ແລະ ບັນຫາຂ້າມ ຊາດທີ່ນັບມື້ນັບເກີນຂອບເຂດຂີດ ຄວາມສາມາດຂອງປະເທດໃດປະ ເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ ໂດຍລໍາພັງ. ຈາກປັດໄຈເຫລົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາ ລະນາຄືນໃໝ່ ກ່ຽວກັບວິທີທີ່ລະບົບ ສາກົນ ຈະສາມາດຮັກສາປະສິດທິ ຜົນ, ແບບກວມລວມ ແລະ ມີຄວາມ ສາມາດຕອບສະໜອງຕໍ່ສະພາບ ແວດລ້ອມສາກົນທີ່ກຳລັງຜັນແປ. ພາຍໃຕ້ສະພາບການດັ່ງກ່າວ, ຂໍ້ລິເລີ່ມດ້ານການບໍລິຫານໂລກ ຫລືGGI (Global Governance Initiative) ຂອງຈີນ ໄດ້ປະກົດ ຂຶ້ນ. ຂໍ້ລິເລີ່ມນີ້ຖືກສະເໜີໂດຍທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໃນເດືອນກັນຍາ 2025 ແລະ ເປັນການພັດທະນາຕໍ່ຍອດແນວ ທາງຂອງຈີນຕໍ່ການຮ່ວມມືສາກົນ, ພາຍຫລັງຂໍ້ລິເລີ່ມການພັດທະນາ ໂລກ (GDI), ຂໍ້ລິເລີ່ມຄວາມໝັ້ນ ຄົງໂລກ (GSI) ແລະ ຂໍ້ລິເລີ່ມອາ ລິຍະທຳໂລກ (GCI). ໃນຂະນະ ທີ່ຂໍ້ລິເລີ່ມເຫລົ່ານັ້ນ ສຸມໃສ່ຂົງເຂດ ການພັດທະນາ, ຄວາມໝັ້ນຄົງ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງ ອາລິຍະທຳ, ຂໍ້ ລິເລີ່ມ GGI ໄດ້ແກ້ໄຂບັນຫາທີ່ ກວ້າງຂວາງກວ່ານັ້ນຂອງການ ຮ່ວມມືສາກົນ ແລະ ສະຖາບັນພະ ຫຸພາຄີ ຈະສາມາດປັບຕົວໃຫ້ແທດ ເໝາະຕໍ່ກັບສິ່ງທ້າທາຍໃນປັດຈຸບັນ ໄດ້ແນວໃດ ແລະ ບັນດາປະເທດກຳ ລັງພັດທະນາ ຈະສາມາດເຂົ້າມາ ມີບົດບາດຢ່າງຫ້າວຫັນຫລາຍຂຶ້ນ ໃນຂະບວນການດັ່ງກ່າວໄດ້ແນວ ໃດ. ພາຍຫລັງຜ່ານໄປ 1 ປີ, ຄວາມ ສຳຄັນຂອງ GGI ບໍ່ພຽງແຕ່ແມ່ນ ຫລັກການທີ່ໄດ້ວາງອອກເທົ່ານັ້ນ, ແຕ່ມັນກໍາລັງຖືກຜັນຂະຫຍາຍໄປ ສູ່ການຮ່ວມມື, ໂຄງຮ່າງສະຖາບັນ ແລະ ຜົນໄດ້ຮັບຕົວຈິງ. ຈາກຫລັກການສູ່ການປະຕິບັດັ ກູ່ ກິ ບັດ ຂໍ້ລິເລີ່ມ GGI ຖືກສ້າງຂຶ້ນບົນ ພື້ນຖານ 5 ຫລັກການສໍາຄັນຄື: ຄວາມສະເໝີພາບດ້ານອະທິປະໄຕ, ຫລັກນິຕິທໍາສາກົນ, ລະບົບຫລາຍ ຝ່າຍ, ແນວທາງທີ່ຖືເອົາປະຊາຊົນ ເປັນໃຈກາງ ແລະ ການລົງມືປະຕິ ບັດຕົວຈິງ. ໂດຍລວມແລ້ວ, ຫລັກ ການເຫລົ່ານີ້ໄດ້ປະກອບເຂົ້າກັນ ເປັນຂອບການເຮັດວຽກ ເພື່ອແກ້ໄຂ ການເປັນຕົວແທນ, ການມີສ່ວນຮ່ວມ, ຄວາມເປັນທຳແລະ ປະສິດທິຜົນໃນ ການບໍລິຫານໂລກ. ໃນນີ້, ຄວາມສະ ເໝີພາບດ້ານອະທິປະໄຕ ເນັ້ນໜັກ ເຖິງສິດທິທີ່ເທົ່າທຽມກັນຂອງທຸກ ປະເທດໂດຍບໍ່ຈຳແນກຂະໜາດຫລື ລະດັບການພັດທະນາ ໃນການເຂົ້າ ຮ່ວມວຽກງານສາກົນ. ໃນຂະນະທີ່ ຫລັກນິຕິທໍາສາກົນ ໄດ້ວາງກົດບັດ ສະຫະປະຊາຊາດ ແລະ ກົດໝາຍ ສາກົນ ເປັນສູນກາງຂອງການພົວ ພັນສາກົນ. ສ່ວນລະບົບຫລາຍຝ່າຍ ເນັ້ນໃສ່ການປຶກສາຫາລື, ການຮ່ວມ ມືແລະບົດບາດຂອງອົງການສະຫະ ປະຊາຊາດ (ສປຊ). ສໍາລັບແນວ ທາງທີ່ຖືເອົາປະຊາຊົນເປັນໃຈກາງ ແມ່ນການເຊື່ອມໂຍງຮ່ວມມືສາກົນ ເຂົ້າກັບການພັດທະນາ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນ. ສໍາລັບ ຫລັກການສຸດທ້າຍຂອງ GGI ທີ່ ເປັນການລົງມືປະຕິບັດຕົວຈິງ ແມ່ນ ການເອົາໃຈໃສ່ຕໍ່ການຈັດຕັ້ງປະຕິ ບັດ ແລະ ຜົນໄດ້ຮັບໃຫ້ເປັນຮູບປະ ທຳ. ຈີນໄດ້ສະເໜີຫລັກການເຫລົ່ານີ້ ເພື່ອເປັນການຕອບສະໜອງຕໍ່ກັບ ສິ່ງທີ່ຕົນອະທິບາຍວ່າເປັນ “ການ ຂາດແຄນດ້ານການບໍລິຫານ” (Governance Deficit) ທີ່ນັບ ມື້ນັບເພີ່ມຂຶ້ນ ໃນສະພາບແວດລ້ອມ ສາກົນທີ່ເຕັມໄປດ້ວຍລັດທິຝ່າຍ ດຽວ, ການແບ່ງຂົ້ວ ແລະ ສິ່ງທ້າ ທາຍສາກົນທີ່ນັບມື້ນັບສັບສົນ. ໃນຫລາຍຂໍ້ຂອງຫລັກການ ເຫລົ່ານີ້ ເປັນຕົ້ນແມ່ນຄວາມສະເໝີ ພາບດ້ານອະທິປະໄຕ, ກົດໝາຍສາ ກົນ ແລະ ລະບົບຫລາຍຝ່າຍ ແມ່ນ ໄດ້ຖືກບັນຈຸໄວ້ຢູ່ເແລ້ວໃນຈຸດປະ ສົງ ແລະ ຫລັກການຂອງ ສປຊ. ສະ ນັ້ນ, ຄຳຖາມທີ່ສຳຄັນກວ່ານັ້ນຄື: GGI ຈະສາມາດປະກອບສ່ວນ ເຂົ້າໃນການປັບປຸງການຈັດຕັ້ງປະ ຕິບັດ, ຄວາມເປັນຕົວແທນ ແລະ ປະ ສິດທິຜົນຂອງກົນໄກຫລາຍຝ່າຍທີ່ ມີຢູ່ແລ້ວໄດ້ແນວໃດ?. ສິ່ງນີ້ບໍ່ຈຳ ເປັນຕ້ອງໝາຍເຖິງການປ່ຽນແທນ ສະຖາບັນດັ້ງເດີມທີ່ມີຢູ່ແລ້ວ, ແຕ່ ເປັນການປະກອບສ່ວນທີ່ອາດຈະຢູ່ ໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກທີ່ມີຢູ່ແລ້ວ ພ້ອມທັງ ພັດທະນາຮູບແບບການຮ່ວມມືເພີ່ມ ເຕີມຕໍ່ກັບສິ່ງທ້າທາຍໃໝ່ໆມີຄວາມ ຮຽກຮ້ອງຕ້ອງການ. ຕະຫລອດ 1 ປີຜ່ານມາ, GGI ໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມ ຈາກປະຊາຄົມໂລກເປັນຈໍານວນ ຫລວງຫລາຍ. ອີງຕາມກະຊວງ ການຕ່າງປະເທດແຫ່ງສປຈີນ, ປະ ມານ 160 ປະເທດ ແລະ ອົງການ ຈັດຕັ້ງສາກົນ ໄດ້ສະແດງການສະ ໜັບສະໜູນ ຫລື ມີທ່າທີ່ຕອບຮັບໃນ ທິດທາງບວກຕໍ່ຂໍ້ລິເລີ່ມດັ່ງກ່າວ, ໃນນັ້ນ ຫລາຍກວ່າ 60 ປະເທດ ໄດ້ເຂົ້າຮ່ວມ “ກຸ່ມເພື່ອນມິດຂອງ ການບໍລິຫານໂລກ” (Group of FriendsofGlobal Governance). ກຸ່ມດັ່ງກ່າວໄດ້ມີການສ້າງຕັ້ງຂຶ້ນຢູ່ ນະຄອນນິວຢອກ, ເຊີແນວ ແລະ ວຽນນາ ຊຶ່ງສ້າງເປັນເວທີເພີ່ມເຕີ່ມ ສຳລັບການປຶກສາຫາລືພາຍໃນ ຂອບຫລາຍຝ່າຍທີ່ມີຢູ່ແລ້ວ. ຕົວ ເລກເຫລົ່ານັ້ນ ໄດ້ສະແດງໃຫ້ເຫັນ ຄວາມສົນໃຈຂອງສາກົນໃນລະດັບ ສູງ, ແຕ່ການເຂົ້າຮ່ວມ GGI ບໍ່ໄດ້ ໝາຍຄວາມວ່າທຸກປະເທດຈະມີຄໍາ ເຫັນ ຫລື ເຂົ້າໃຈຕໍ່ຂໍ້ລິເລີ່ມດັ່ງກ່າວ ຄືກັນ. ແຕ່ລະປະເທດເຂົ້າຮ່ວມຂໍ້ລິ ເລີ່ມນີ້ ຈາກຜົນປະໂຫຍດ ແລະ ບຸລິ ມະສິດດ້ານການເມືອງ, ເສດຖະກິດ ແລະ ການພັດທະນາທີ່ແຕກຕ່າງ ກັນ. ສະນັ້ນ, ການປຶກສາຫາລືຢ່າງ ຕໍ່ເນື່ອງຈຶ່ງມີຄວາມສຳຄັນເພື່ອເຮັດ ໃຫ້ປະເທດຕ່າງໆສາມາດແລກປ່ຽນ ທັດສະນະ, ເຂົ້າໃຈຈຸດຢືນຂອງກັນ ແລະ ກັນ ແລະ ຊອກຫາຈຸດຮ່ວມທີ່ ສາມາດຮ່ວມມືກັນໄດ້. ຈີນ ຍັງໄດ້ສົ່ງເສີມການປຶກສາ ຫາລືກ່ຽວກັບການບໍລິຫານໂລກ ຜ່ານເວທີສໍາຄັນຕ່າງໆ ເຊັ່ນ: ກຸ່ມ BRICS ແລະ ອົງການຮ່ວມມືຊຽງ ໄຮ້ (SCO), ໂດຍເນັ້ນໜັກໃສ່ ການຍົກສູງກະບອກສຽງ (Voice) ແລະ ບົດບາດຂອງບັນດາປະເທດ ໃນໂລກໃຕ້ (Global South) ຫລື ກຸ່ມປະເທດກໍາລັງພັດທະນາ. ໃນຂະນະດຽວກັນ, ສາຍພົວພັນລະ ຫວ່າງ GGI ກັບບັນດາສະຖາບັນ ພະຫຸພາຄີທີ່ມີຢູ່ແລ້ວ, ໂດຍສະເພາະ ອົງການ ສປຊ, ຈະຍັງຄົງເປັນສິ່ງ ສຳຄັນທີ່ຕ້ອງພິຈາລະນາ ເມື່ອຂໍ້ລິ ເລີ່ມນີ້ພວມຂະຫຍາຍຕົວ. ຈີນໄດ້ ເນັ້ນວ່າ GGI ຍຶດໝັ້ນຈຸດປະສົງ ແລະ ຫລັກການຂອງກົດບັດອົງ ການ ສປຊ ແລະ ມຸ່ງຫວັງທີ່ຈະເສີມ ສ້າງບົດບາດຂອງອົງການດັ່ງກ່າວ ໃຫ້ເຂັ້ມແຂງຂຶ້ນ. ໃນໄລຍະໜຶ່ງປີທຳອິດນີ້, ຍັງໄດ້ ເຫັນເຖິງຄວາມພະຍາຍາມໃນ ການຜັນຂະຫຍາຍຫລັກການຂອງ GGI ໄປສູ່ກົນໄກທີ່ເປັນຮູບປະທໍາ. ຈີນ ໄດ້ຍົກໃຫ້ເຫັນການຮ່ວມມືໃນ ຫລາຍຂົງເຂດ ລວມທັງການໄກ ເກ່ຍຂໍ້ພິພາດສາກົນ, ຂໍ້ມູນຂ່າວ ສານ, ແລະ ປັນຍາປະດິດ (AI), ໂດຍໄດ້ສ້າງຕັ້ງອົງການໄກ່ເກ່ຍສາ ກົນ(IOMed), ອົງການຂໍ້ມູນໂລກ (World Data Organization) ແລະ ອົງການຮ່ວມມືດ້ານປັນຍາ ປະດິດໂລກ (WAICO). ຄວາມ ຄືບໜ້າເຫລົ່ານີ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມທີ່ຈະກ້າວຈາກ ຫລັກການໃນລະດັບກວ້າງ ໄປສູ່ ການຮ່ວມມືດ້ານສະຖາບັນ ແລະ ການຮ່ວມມືໃນພາກປະຕິບັດຕົວ ຈິງ. ເຖິງຢ່າງໃດກໍດີ, ປະສິດທິຜົນ ໃນໄລຍະຍາວຂອງກົນໄກເຫລົ່າ ນີ້ ຈະຂຶ້ນກັບຂີດຄວາມສາມາດ ຂອງສະຖາບັນ, ກົດລະບຽບ, ຊັບ ພະຍາກອນ ແລະ ການຈັດຕັ້ງປະຕິ ບັດ. ດັ່ງນັ້ນ, ໃນໄລຍະຕໍ່ໄປ ຈຶ່ງຈໍາ ເປັນຕ້ອງໃຫ້ຄວາມສົນໃຈ ບໍ່ພຽງ ແຕ່ຕໍ່ຂອບເຂດການເຂົ້າຮ່ວມຈາກ ນາໆປະເທດ, ແຕ່ຍັງຕ້ອງຄຳນຶງ ເຖິງຄວາມສໍາຄັນຂອງລະດັບການ ຮ່ວມມື ສາມາດສ້າງຜົນໄດ້ຮັບຕົວ ຈິງໃນຂົງເຂດທີ່ທຸກຝ່າຍມີຜົນປະ ໂຫຍດຮ່ວມກັນ. ຂໍ້ລິເລີ່ມ GGI ຍັງໄດ້ກາຍມາ ເປັນສ່ວນໜຶ່ງຂອງການວາງແຜນ ນະໂຍບາຍໂດຍລວມຂອງຈີນ. ບົດ ລາຍງານວຽກງານລັດຖະບານ ປີ 2026 ໄດ້ຢືນຢັນຄືນເຖິງການສືບ ຕໍ່ຊຸກຍູ້ ແລະ ບົດບາດຂອງຂໍ້ລິເລີ່ມ ດັ່ງກ່າວ ໃນການປະຕິຮູບ ແລະ ພັດ ທະນາລະບົບການບໍລິຫານໂລກ. ແຜນພັດທະນາ 5 ປີ ຄັ້ງທີ 15 (2026-2030) ໄດ້ວາງຂອບນະ ໂຍບາຍໄລຍະຍາວຊຶ່ງຈະເປັນບ່ອນ ອີງໃຫ້ຂໍ້ລິເລີ່ມນີ້ສາມາດພັດທະນາ ຈາກຫລັກການຊີ້ນຳ ໄປສູ່ແຜນ ງານທີ່ຕໍ່ເນື່ອງ, ການຮ່ວມມືດ້ານ ສະຖາບັນ ແລະ ໝາກຜົນຕົວຈິງ. ຂປລ. ໄລຍະຜ່ານມາ, ອົງການ ປົກຄອງເມືອງໂຂງ ແຂວງຈຳ ປາສັກ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິ 04/ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ ໂດຍໄດ້ ສຸມໃສ່ 3 ວຽກງານຈຸດສຸມ ເພື່ອ ສ້າງຄວາມເຂັ້ມແຂງພາຍໃນໃຫ້ ກຸ້ມຕົນເອງ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນຊຸກ ຍູ້ດ້ານການຜະລິດແລະກຸ່ມການຜະ ລິດເປັນສິນຄ້າ, ການພັດທະນາພື້ນ ຖານໂຄງລ່າງ ແລະ ຄົມມະນາຄົມ, ການສົ່ງເສີມຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ. ທ່ານ ພອນໄຊ ສັກປະສິດ ຫົວ ໜ້າຫ້ອງວ່າການເມືອງໂຂງ ໄດ້ ລາຍງານໃນກອງປະຊຸມຄົບຄະນະ ບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝທີ IX ເມື່ອບໍ່ດົນມານີ້ວ່າ: ເມືອງໂຂງ ໄດ້ເອົາໃຈໃສ່ຊຸກຍູ້ ການຜະລິດກະສິກຳເປັນສິນຄ້າ ເພື່ອສະໜອງໃຫ້ແກ່ການບໍລິໂພກ ພາຍໃນເມືອງໃຫ້ພຽງພໍ. ປັດຈຸບັນ, ທົ່ວເມືອງໄດ້ສ້າງຕັ້ງກຸ່ມຜະລິດ ທັງໝົດ 33 ກຸ່ມ ແລະ ຮັບຮອງຢ່າງ ເປັນທາງການແລ້ວ 4 ກຸ່ມ ຄື: ກຸ່ມ ປູກພືດຜັກຄົບວົງຈອນ ບ້ານທ່າຄໍ້, ມີສະມາຊິກ 132 ຄົນ, ກຸ່ມລ້ຽງໝູ ບ້ານບຸ່ນນ້ອຍມີສະມາຊິກ124ຄົນ, ກຸ່ມປູກຢາສູບ ບ້ານດອນໂລງ ມີສະ ມາຊິກ 134 ຄົນ, ກຸ່ມຜະລິດເຟີນິ ເຈີແບບຄອບຄົວ ບ້ານຂີ້ນາກ ມີສະ ມາຊິກ 46 ຄົນ. ພ້ອມນັ້ນ, ຍັງຊຸກຍູ້ ສົ່ງເສີມກຸ່ມປູກເຂົ້າແນວພັນຈຳ ນວນ 5 ບ້ານ (ບ້ານກະດັນ, ຫ້ວຍ, ນາ, ຫົວລົບປາກດີ ແລະ ບ້ານທ່າ ໝາກເຫບ), ສ້າງຕັ້ງກຸ່ມປູກພືດຜັກເຮືອນຮົ່ມ 1 ກຸ່ມ ຢູ່ບ້ານດອນ ຫວດ ມີ 8 ຫລັງ, ມີ 9 ຄອບຄົວ, ສາ ມາດປູກຜັກໄດ້ 2 ລະດູ, ມີລາຍຮັບ ສະເລ່ຍ 37 ລ້ານກີບຕໍ່ຄອບຄົວ); ສົ່ງເສີມການລ້ຽງສັດແບບເປັນ ຟາມ 9 ຟາມ (ຟາມລ້ຽງໝູຊີພີ 1 ຟາມ, ຟາມລ້ຽງຂະໜາດນ້ອຍ 5 ຟາມ ແລະ ຟາມລ້ຽງງົວ 3 ຟາມ) ພ້ອມທັງສົ່ງເສີມການລ້ຽງປານິນ ກະຊັງ ຢູ່ບ້ານຫີນສິ່ວ ແລະ ບ້ານ ດົງ (2 ຄອບຄົວ, ມີ 90 ກະຊັງ, ຜະລິດປານິນໄດ້ 63 ໂຕນ, ຄິດເປັນ ມູນຄ່າ 3,46 ຕື້ກີບ) ແລະ ສະຖານີ ເພາະພັນປາ ບ້ານນາ ສາມາດຜະ ລິດລູກປານິນ ເພື່ອຈຳໜ່າຍພາຍ ໃນ ແລະ ສົ່ງຂາຍຕ່າງເມືອງ-ຕ່າງ ແຂວງ ໄດ້ 1 ລ້ານໂຕ. ດ້ານການພັດທະນາພື້ນຖານ ໂຄງລ່າງ ແລະ ຄົມມະນາຄົມ: ເພື່ອ ເຊື່ອມຈອດການສັນຈອນໃຫ້ສະ ດວກສະບາຍ, ວຽກງານພັດທະນາ ພື້ນຖານໂຄງລ່າງ ກໍຖືກຈັດຕັ້ງປະ ຕິບັດຢ່າງຕັ້ງໜ້າ ເຊັ່ນ: ສ້ອມແປງຍົກລະດັບເສັ້ນທາງດິນແດງ ບ້ານ ໂພນວິໄຊ ຍາວ 7,5 ກິໂລແມັດ, ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານ ພຽງດີ ຍາວ 2,55 ກິໂລແມັດ ມູນຄ່າ 4,9 ຕື້ກີບ ສໍາເລັດປູຢາງ ຊັ້ນ 1, ບ້ານພຽງດີ ຫາບ້ານນາ ກະສັງ ຍາວ 2,1 ກິໂລແມັດ ມູນ ຄ່າ 4,6 ຕື້ກີບ, ປະຕິບັດໄດ້ 80% ສໍາເລັດ ປູຢາງຊັ້ນ 1 ໄດ້ 50%; ກໍ່ສ້າງທາງປູຢາງ 2 ຊັ້ນ ບ້ານ ໂສດ-ນາປາກຽບ ຍາວ 35,5 ກິໂລແມັດ ມູນຄ່າ 115 ຕື້ກີບ, ປະ ຕິບັດໄດ້ 18,91%; ສໍາເລັດການ ສ້ອມແປງທາງດິນແດງ ບ້ານຫົວ ດອນຊ້າງໄພ ແລະ ບ້ານຫາງດອນ ຊ້າງໄພ ມູນຄ່າ 250 ລ້ານກີບ. ພິເສດ, ໂຄງການກໍ່ສ້າງທາງເບ ຕົງ ບ້ານເມືອງແສນ ຫາ ບ້ານກາງ ໂຂງ ຍາວ 8,1 ກິໂລແມັດ, ປະຕິ ບັດໃນໄລຍະທີ 1 ຍາວ 300 ແມັດ, ກວ້າງ 6 ແມັດ, ໜາ 20 ຊັງຕີແມັດ ມູນຄ່າ 1,38 ຕື້ກີບ ແລະ ທາງ ເບຕົງແຕ່ບ້ານຫົວໂຂງ-ບ້ານດົງ ຍາວ 3,1 ກິໂລແມັດ, ປະຕິບັດໄດ້ 30%, ທາງເບຕົງແຕ່ຫົວຂົວບ້ານ ຫ້ວຍ-ວັດບ້ານຫ້ວຍ ຍາວ 500 ແມັດ, ປະຕິບັດໃນໄລຍະທີ 1 ໄດ້ 50% ຂອງມູນຄ່າ ຊຶ່ງລ້ວນແຕ່ ເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຄົມມະນາຄົມຂອງເມືອງ. ທ່ານ ພອນໄຊ ສັກປະສິດ ກ່າວ ຕື່ມວ່າ: ສ່ວນດ້ານການສົ່ງເສີມຜູ້ ປະກອບການ ແລະ ວິສາຫະກິດ ຂະໜາດນ້ອຍ (SME): ເມືອງ ໂຂງ ຍັງໄດ້ສົ່ງເສີມວິສາຫະກິດ ຂະໜາດນ້ອຍ ໃຫ້ມີຄວາມເຂັ້ມ ແຂງ ເພື່ອສ້າງເປັນເສດຖະກິດ ປາຍແຫລມຂອງເມືອງ, ຜ່ານມາ ສາມາດສ້າງຜົນຜະລິດທີ່ໂດດ ເດັ່ນ ເຊັ່ນ: ການຜະລິດເສັ້ນເຝີ ໄດ້ 1,9 ລ້ານກິໂລກຣາມ (ມູນຄ່າ 53,20 ຕື້ກີບ), ການຜະລິດນ້ຳ ຕານກ້ອນ ໄດ້ 19.000 ກິໂລ ກຣາມ (ມູນຄ່າ 950 ລ້ານກີບ), ສະຫະກອນຜະລິດເຫລົ້າຂາວ ໄດ້ 1.315.000 ຂວດ (ມູນຄ່າ 18,75 ຕື້ກີບ), ສະຫະກອນຈັກ ສານໄມ້ປ່ອງ ບ້ານໂພນສະອາດ ຜະ ລິດໄດ້9ລາຍການ(ກະບຸງ, ກະຕ່າ ໜ້ອຍ, ກະຕ່າໃຫຍ່, ຫວດ, ໂອ- ຂັນ, ໂຄມໄຟ ແລະ ກະຕຸ້ມໃສ່ໄກ່, ມູນຄ່າ 937,08 ລ້ານກີບ) ແລະ ກຸ່ມປຸງແຕ່ງປາ ພັດທະນາຊຸມຊົນ ດອນເຊໂຮງ ຜະລິດໄດ້ 6.950 ກິໂລກຣາມ (ມູນຄ່າ 253 ລ້ານ ກີບ). ພ້ອມນັ້ນ, ຍັງໄດ້ເອົາໃຈ ໃສ່ຊຸກຍູ້ຜູ້ປະກອບການປັບປຸງ ມາດຕະຖານການບໍລິການສະຖານ ທີ່ທ່ອງທ່ຽວ ເຊັ່ນ: ເຮືອນພັກ ແລະ ຮ້ານອາຫານ ໃຫ້ມີຄວາມ ສະອາດສວຍງາມ ເພື່ອດຶງດູດນັກ ທ່ອງທ່ຽວຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==