ຂປລ
ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື OPEC ໄດ້ອອກຖະແຫລງການວ່າ: 7 ປະເທດຜະລິດນ້ຳມັນທີ່ສຳຄັນ ໄດ້ຕົກລົງຈະຮັກສາລະດັບ ການຜະລິດ ນ້ຳມັນເຊື້ອໄຟ ໄວ້ເທົ່າເກົ່າ ໃນເດືອນທັນວາໜ້ານີ້.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອົງການປະເທດ ຜູ້ສົ່ງອອກ ນ້ຳມັນເຊື້ອໄຟ ຫລື OPEC ໄດ້ອອກຖະແຫລງການວ່າ: 7 ປະເທດຜະລິດນ້ຳມັນທີ່ສຳຄັນ ໄດ້ຕົກລົງຈະຮັກສາລະດັບ ການຜະລິດ ນ້ຳມັນເຊື້ອໄຟ ໄວ້ເທົ່າເກົ່າ ໃນເດືອນທັນວາໜ້ານີ້. ຖະແຫລງການລະບຸວ່າ: ຜູ້ຕາງໜ້າຈາກ ອາຣັບບີ ຊາອຸດິດ, ຣັດເຊຍ, ອີຣັກ,ກູເວດ,ກາຊັກສະຖານ,ອານເຊຣີ ແລະ ໂອມານ ໄດ້ຈັດກອງປະຊຸມ ຜ່ານທາງອອນລາຍ ໃນວັນທີ 1 ພະຈິກນີ້ ເພື່ອປະເມີນສະພາບຕະຫລາດນ້ຳມັນເຊື້ອໄຟສາກົນ ໃນປັດຈຸບັນ ແລະອະນາຄົດ ໂດຍໄດ້ຕົກລົງ ຈະຮັກສາລະດັບ ການຜະລິດນ້ຳມັນເຊື້ອໄຟ ໃນເດືອນທັນວາໜ້ານີ້ ໃຫ້ເທົ່າກັບ ເດືອນກັນຍາປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL