ຂປລ
ກິດຈະກຳການຮ່ວມມື ນະວັດຕະກຳ ຂ້າມຊາຍແດນດ້ານ ປັນຍາປະດິດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດກວາງຊີ ຂອງ ສປ ຈີນ. ກິດຈະກຳຄັ້ງນີ້ ຖືເອົາຄວາມຕ້ອງການຂອງຕະຫລາດອາຊຽນ ເປັນຈຸດແກນກາງ ໂດຍມີ ຈຸດປະສົງ ເພື່ອສ້າງຂົວແຫ່ງການຮ່ວມມື ລະຫວ່າງ ສປ ຈີນ ກັບອາຊຽນ ໃນດ້ານການເຊື່ອມໂຍງເຊື່ອມຈອດກັນ ຂອງເຕັກໂນໂລຊີ ແລະ ບຸກຄະລາກອນ ປັນຍາປະດິດ(AI).

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກິດຈະກຳການຮ່ວມມື ນະວັດຕະກຳ ຂ້າມຊາຍແດນດ້ານ ປັນຍາປະດິດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດກວາງຊີ ຂອງ ສປ ຈີນ. ກິດຈະກຳຄັ້ງນີ້ ຖືເອົາຄວາມຕ້ອງການຂອງຕະຫລາດອາຊຽນ ເປັນຈຸດແກນກາງ ໂດຍມີ ຈຸດປະສົງ ເພື່ອສ້າງຂົວແຫ່ງການຮ່ວມມື ລະຫວ່າງ ສປ ຈີນ ກັບອາຊຽນ ໃນດ້ານການເຊື່ອມໂຍງເຊື່ອມຈອດກັນ ຂອງເຕັກໂນໂລຊີ ແລະ ບຸກຄະລາກອນ ປັນຍາປະດິດ(AI). ໃນກິດຈະກຳດັ່ງກ່າວ ໄດ້ເປີດເຜີຍ 8 ຜົນງານກ້າວໜ້າ ດ້ານດີຈີຕອນ ແລະ ອັດສະລິຍະ ເຊິ່ງກວມເອົາ ຫລາຍຂົງເຂດ ເຊັ່ນ: ການປະຍຸກໃຊ້ເຮືອບິນ ຫລື ລົດບໍ່ມີຄົນຂັບແບບອັດສະລິຍະ, ເສດຖະກິດ ການບິນອາກາດຕ່ຳ, ການບໍລິການ ທາງການແພດ ແລະ ອື່ນໆ, ສະແດງໃຫ້ເຫັນເຖິງ ແຜນການແກ້ໄຂທີ່ສົມບູນແບບ ຂອງເຕັກໂນໂລຊີ AI ສປ ຈີນ ທີ່ຈັດຕັ້ງປະຕິບັດຢູ່ຕະຫລາດອາຊຽນ. ຜົນງານທີ່ກ່ຽວຂ້ອງ ບໍ່ພຽງແຕ່ສອດຄ່ອງກັບ ຄວາມຕ້ອງການຕົວຈິງ ໃນການຍົກລະດັບອຸດສາຫະກຳ ແລະ ການບໍລິການດ້ານຊີວິດ ການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ຍັງສະໜອງຄວາມສົມບູນແບບ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ຂ້າມຊາຍແດນ ໃນໄລຍະຕໍ່ໄປ.ໂດຍມີ ຜູ້ຕາງໜ້າລັດຖະບານ, ຜູ້ຊ່ຽວຊານວິສາຫະກິດ ແລະ ນັກວິຊາການ ຈາກມະຫາວິທະຍາໄລຂອງ ສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກິດຈະກຳດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL