ຂປລ
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄ້ັງທີ II ຂອງອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໃຫ້ຄະນະບໍລິຫານງານ ພັກ ຫສປທ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ,
ຂປລ. ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຊື່ອມຊຶມ, ກຳແໜ້ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີສາມຂອງພັກ, ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຍຶດໝ້ັນທັດສະນະພ້ືນຖານຂອງພັກ ກ່ຽວກັບສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກເຮັດໃຫ້ຖັນແຖວການນຳຂ້ັນຍຸດທະສາດ, ພະນັກງານຫລັກແຫລ່ງໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ບົດຮຽນຂອງປະເທດເພື່ອນມິດຍຸດທະສາດ ເພື່ອສ້າງພື້ນຖານທິດສະດີ ແລະ ການເບິ່ງບັນຫາຢ່າງພາວະວິໄສໃນເງື່ອນໄຂໃໝ່ ທີ່ມີຄວາມສະຫລັບສັບຊ້ອນໃນປັດຈຸບັນ.
ພ້ອມນີ້, ຄະນະບໍລິຫານງານພັກຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ນໍາພາ- ຊີ້ນໍາສ້າງການຫັນປ່ຽນໃໝ່ທາງດ້ານແນວຄິດຈິນຕະນາການຂອງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນອົງຄະນະພັກຢ່າງຕ້ັງໜ້າ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດຢູ່ພາຍໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຕິດພັນກັບການດຳເນີນຊີວິດການເມືອງ, ປັບປຸງປົວແປງພາຍໃນພັກຢ່າງຕໍ່ເນື່ອງ ໂດຍຖືເອົາການຕໍ່ສູ້ຕ້ານແນວຄິດຄອງເດີມ, ທັດສະນະການເມືອງທີ່ຜິດເຂວ, ແບບແຜນນຳພາທີ່ບໍ່ຖືກຕ້ອງ ກໍຄືຄ່ານິຍົມທີ່ບໍ່ເໝາະສົມຢູ່ໃນຖັນແຖວສະມາຊິກພັກ, ພະນັກງານ- ລັດຖະກອນ ໂດຍຖືເອົາອົງການຈັດຕັ້ງມະຫາຊົນຂອງພັກເປັນກໍາລັງແຮງ ແລະ ເປັນຈຸດເຕົ້າໂຮມຄວາມສາມັກຄີ; ຄະນະພັກ, ຄະນະໜ່ວຍພັກ ເປັນເຈົ້າການປຸກລະດົມຂະບວນການຝຶກຝົນຫລໍ່ຫລອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບຢ່າງນໍາໜ້າຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ແກ້ໄຂສະພາບການຖືເບົາການພັດທະນາຕົນເອງທາງດ້ານການເມືອງ-ແນວຄິດເພື່ອ ແກ້ໄຂ ແລະ ຕີຖອຍການເສ່ືອມຖອຍທາງດ້ານແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ, ໃຫ້ມີທັດສະນະຫລັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນ ໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ມີຄວາມຊື່ສັດບໍລິສຸດ, ມີຈັນຍາບັນ-ຈັນຍາທໍາ, ມີສະຕິຕ່ໍການຈັດຕ້ັງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ; ເປັນເຈ້ົາການນໍາພາ-ຊ້ີນໍາການຈັດຕ້ັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ນ້ີ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາເປັນອັນລະອຽດຢ່າງຕ້ັງໜ້າ ໂດຍເລ່ີມຈາກການຈັດຕ້ັງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາຊິກພັກ ກໍຄືບັນດາກົມ, ພະແນກການ, ພະນັກງານ-ລັດຖະກອນ ແລະ ອົງການຈັດຕັ້ງມະຫາຊົນຂອງຕົນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນເອກະພາບ ທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ມີຄວາມເປັນເຈົ້າການເຂ້ົາຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄ້ັງນ້ີ ເປັນຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິພາບ, ປະສິດທິຜົນສູງຕາມຄາດໝາຍ.
ພາຍຫລັງສໍາເລັດກອງປະຊຸມໃຫຍ່ຄ້ັງນ້ີ, ຄະນະພັກຊຸດໃໝ່ ຕ້ອງຮີບຮ້ອນແບ່ງໜ້າທ່ີຄວາມຮັບຜິດຊອບຂອງແຕ່ລະສະຫາຍໃຫ້ຈະແຈ້ງ, ພ້ອມທັງຍົກສູງຄວາມຮັບຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຕົນໃຫ້ສູງກວ່າເກົ່າ. ສະນັ້ນ, ສິ່ງສໍາຄັນທີ່ສຸດແມ່ນໃຫ້ຮັກສາຄວາມສາມັກຄີເປັນຈິດໜ່ຶງໃຈດຽວກັນ ແລະ ຄວາມເປັນເອກະພາບພາຍໃນຄະນະພັກຢ່າງມີຫລັກການ, ຫລີກເວັ້ນບໍ່ໃຫ້ເກີດກຸ່ມກ້ອນ, ພັກພວກ, ຕ້ອງເປັນຄະນະດຽວ, ທີມງານດຽວເອກະພາບສູງ, ເພາະວ່າບັນດາສະຫາຍສະມາຊິກພັກ ໃນກອງປະຊຸມໄດ້ເລືອກຕັ້ງ ແລະ ມອບໝາຍໜ້າທີ່ສູງສົ່ງໃຫ້ບັນດາສະຫາຍເປັນຜູ້ສືບຕໍ່ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ການເມືອງໃນ 5 ປີຕໍ່ໜ້າໃຫ້ພົ້ນເດັ່ນ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ຫລື ລື່ນ ຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງນ້ີວາງອອກ; ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາລົບ, ຍຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນຕ່າງໆເປັນໝູ່ຄະນະ, ແບ່ງບຸກຄົນ ຮັບຜິດຊອບເນື່ອງຈາກວ່າພວກສະຫາຍຢູ່ໃນໄລຍະຫາກໍ່ສໍາເລັດການປັບປຸງການຈັດຕັ້ງພັກ-ລັດຂອງຕົນ. ສະນັ້ນ, ຍິ່ງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ເພີ່ມທະວີ ແລະ ເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ການປະຕິບັດແຜນດໍາເນີນງານຕົວຈິງຂອງຄະນະພັກ, ໜ່ວຍພັກປະຕິບັດລະບອບປະຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິຕາມກົດລະບຽບຂອງພັກກໍານົດໄວ້, ມີການສະຫລຸບລາຍງານ, ຂໍການຊີ້ນໍາຈາກຂັ້ນເທິງ ແລະ ແນະນໍາຂັ້ນລຸ່ມເປັນປົກກະຕິ. ພ້ອມກັນນັ້ນ, ກໍເອົາໃຈໃສ່ປັບປຸງລະບອບແບບແຜນ, ວິທີນໍາພາຂອງຄະນະພັກ ໃຫ້ສອດຄ່ອງແທດເໝາະ ກັບຕົວຈິງ, ຫລີກເວັ້ນການເຮັດ ວຽກແບບພໍແລ້ວມື້ແລ້ວວັນ, ຕໍາອັນໃດເຮັດອັນນັ້ນ ຫລື ບອກຈຶ່ງເຮັດ, ບໍ່ບອກກໍເສີຍຢູ່, ການເຮັດວຽກຕ້ອງມີແຜນການ, ມີຈຸດສຸມ, ຕິດແທດຕົວຈິງ ແລະ ມີການຕິດ ຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນລະບົບ; ຍົກສູງບົດບາດການເປັນເສນາທິການໃນການຄ້ົນຄວ້າສັງຮວມເອກະສານທ່ີສໍາຄັນຂອງຊາດ ເຊັ່ນ: ການຄົ້ນຄວ້າ ແລະ ກວດກາຄວາມຖືກຕ້ອງ-ສອດຄ່ອງຂອງລັດຖະທໍາມະນູນ, ກົດໝາຍ, ລັດຖະບັນຍັດ, ລັດຖະດໍາລັດກ່ຽວກັບການອະໄພຍະໂທດ, ຍ້ອງຍໍ, ແຕ່ງຕັ້ງການນໍາຂັ້ນສູງ ຫລື ເອກອັກຄະລັດຖະທູດ ແລະ ອື່ນໆໃຫ້ມີຄວາມສອດຄ່ອງຈະແຈ້ງ, ຍຸຕິທຳ ແລະ ທັນເວລາ. ຄຽງຄູ່ກັນນ້ັນ, ພວກສະຫາຍຕ້ອງໄດ້ເອົາໃຈໃສ່ປັບປຸງ ຄຸນນະພາບການບໍລິການຮັບໃຊ້ໃນການຕ້ອນຮັບການມາຢ້ຽມຢາມຂອງການນຳຂັ້ນສູງຈາກປະເທດເພື່ອນມິດ, ຕ້ອນຮັບທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ລວມທັງການເຄື່ອນໄຫວຕ່າງປະເທດຂອງປະທານປະເທດ, ຮອງປະທານປະເທດ ໃຫ້ມີຄວາມຖືກຕ້ອງທາງດ້ານພິທີການທູດທັງຮັກສາໄດ້ເອກະລັກວັດທະນະທຳອັນດີງາມຂອງຊາດລາວ ແລະ ຮັບປະກັນຄວາມສະຫງົບປອດໄພ.
ສືບຕ່ໍປັບປຸງຄຸນນະພາບ ແລະ ຂ້ໍມູນຕ່າງໆໃນການກະກຽມເນ້ືອໃນເອກະສານບົດພົບປະ, ບົດປາໄສ, ບົດສູນທອນພົດຂອງປະທານປະເທດ ແລະ ຮອງປະທານປະເທດ ໃຫ້ມີຄຸນນະພາບສອດຄ່ອງກັບຈຸດພິເສດຂອງແຕ່ລະໜ້າວຽກຕົວຈິງ ໂດຍມີການປະສານສົມທົບກັບພາກທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖ່ິນຢ່າງເລິກເຊ່ິງ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ການປົກປັກຮັກສາ ແລະ ບູລະນະທໍານຽບປະທານປະເທດ ໃຫ້ມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ; ໃຫ້ຄະນະພັກຊຸດໃໝ່ເພີ່ມທະວີ ແລະ ເອົາໃຈໃສ່ຕໍ່ກັບວຽກງານກວດກາຢ່າງຈິງຈັງ ຊຶ່ງພວກສະຫາຍຫາກໍໄດ້ສ້າງຕັ້ງກົມກວດກາ ແລະ ຮັບຮອງເອົາຄະນະກວດກາຂອງອົງຄະນະພັກ ຢູ່ໃນກອງປະຊຸມຄ້ັງປະຖົມມະລືກ ທີ່ຫາກໍປະກາດສໍາເລັດໄປແລ້ວນີ້, ຈຶ່ງຮຽກຮ້ອງໃຫ້ຄະນະກວດກາເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ, ພ້ອມກັນນັ້ນ ພວກສະຫາຍກໍຕ້ອງໄດ້ເອົາໃຈໃສ່ຈັດຕັ້ງເຜີຍແຜ, ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67 ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍ້ໍທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານກວດກາໃນ 5 ປີຕໍ່ໜ້າທີ່ກໍານົດໄວ້ໃນທິດທາງແຜນການໃນລາຍງານການເມືອງຂອງພວກສະຫາຍ.
ຂ່າວ: ກິດຕາ
KPL