ສຳມະນາຊາວໜຸ່ມ ແລະ ການແລກປ່ຽນຄວາມຮູ້ ກ່ຽວກັບການທູດເສດຖະກິດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

13/10/2026 09:32
ຂປລ ກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈັດພິທີເປີດໂຄງການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ແລະ ສຳມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມ ແລະ ການແລກປ່ຽນຄວາມຮູ້ກ່ຽວກັບການທູດເສດຖະກິດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ສົກປີ 2026-2027 ໃນວັນທີ 9 ຕຸລາ 2026 ຢູ່ແຂວງຫຼວງພະບາງ.

 ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC Special Fund) ໂດຍມີເປົ້າໝາຍສຳຄັນໃນການເສີມສ້າງຂີດຄວາມສາມາດວຽກງານຄົ້ນຄວ້າໃຫ້ແກ່ຊາວໜຸ່ມ ໂດຍສະເພາະນັກການທູດໜຸ່ມ, ພ້ອມທັງສົ່ງເສີມການຮ່ວມມື ແລະ ແລກປ່ຽນຄວາມຮູ້ປະສົບການ ດ້ານວຽກງານການທູດເສດຖະກິດຮ່ວມກັນຂອງຊາວໜຸ່ມ ຈາກບັນດາປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ພິທີເປີດໂຄງການ ແລະ ການສຳມະນາຄັ້ງນີ້ ຈັດຂຶ້ນໂດຍການເປັນຄະນະປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂອງ ສປປ ລາວ ແລະ ທ່ານ ຈ່າງ ເຊີຜິງ (ZHANG SHEPING) ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ທີ່ແຂວງຫຼວງພະບາງ. ນອກຈາກນັ້ນ, ຍັງມີສຳມະນາກອນ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງ, ຄະນະຮັບຜິດຊອບວຽກງານການທູດເສດຖະກິດຂັ້ນແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຈັດກອງປະຊຸມຄັ້ງນີ້ ທີ່ເປັນເວທີສຳຄັນໜຶ່ງໃນການຍົກສູງຂີດຄວາມສາມາດ ແລະ ຄວາມຮັບຮູ້ໃຫ້ແກ່ນັກການທູດໜຸ່ມ ແລະ ພະນັກງານກ່ຽວຂ້ອງໃນຂັ້ນທ້ອງຖິ່ນ ສາມາດເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານການທູດເສດຖະກິດ ແລະ ບັນດາບຸລິມະສິດຂອງຂອບການຮ່ວມມື MLC ແລະ ວິທີການນຳສະເໜີບົດໂຄງການ ເພື່ອຂໍການສະໜັບສະໜູນຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC Project Proposal for MLC Special Fund). ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນ ແລະ ລະດົມແນວຄວາມຄິດ ເຂົ້າໃນການສ້າງຂໍ້ແນະນຳການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຂອງ ສປປ ລາວ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.

KPL

ຂ່າວອື່ນໆ

    • ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງການເມືອງ

      ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

      10/13/2026 9:57:22 AM

      ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.

    • ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດການເມືອງ

      ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

      10/13/2026 9:50:35 AM

      ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

    • ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດການເມືອງ

      ປີ 2026 ສານປະຊາຊົນສູງສຸດ ແກ້ໄຂຄະດີໄດ້ 9.597 ເລື່ອງ ກວມ 72,46% ຂອງຄະດີທັງໝົດ

      10/13/2026 9:46:35 AM

      ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2026 ສານປະຊາຊົນ ມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ. ໃນນີ້, ສາມາດແກ້ໄຂໄດ້ 9.597 ເລື່ອງ ກວມ 72,46% ແລະ ຍັງມີຄະດີທີ່ສືບຕໍ່ແກ້ໄຂ 3.647 ເລື່ອງ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈຳລາວ

      10/13/2026 9:42:48 AM

      ໃນວັນທີ 9 ຕຸລາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພ່ືອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຮັບການເເຕ່ງຕັ້ງເປັນກໍາມະການກົມການເມືອງສູນກາງພັກ.

    • ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍການເມືອງ

      ສນຊ ສະເໜີໃຫ້ສະພາແຫ່ງຊາດ ຊຸກຍູ້ ໃຫ້ລັດຖະບານແກ້ໄຂບາງຂໍ້ຫຍຸ້ງຍາກໃຫ້ບັນລຸຕາມເປົ້າໝາຍ

      10/13/2026 9:38:56 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 12 ຕຸລາ 2026 ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕາງໜ້າໃຫ້ຄະນະປະຈຳສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027 ຂອງສະພາແຫ່ງຊາດ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍທ່ານໄດ້ສະເໜີໃຫ້ສະພາແຫ່ງຊາດ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອລັດຖະບານໃນການແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຂອງລັດຖະບານເກີດຜົນເປັນຮູບປະທຳຍິ່ງຂຶ້ນ.

ads
ads

Top