ອິດສະຣາແອນ ເກືອດຫ້າມ ພະນັກງານຈຸບິນສັນຊາດ 27 ປະເທດ

06/10/2026 03:40
ຂປລ ສື່ມວນ​ຊົ​ນ​ ອິດ​ສະ​ຣາ​ແອນ ​ລາຍ​ງານ​ວ່າ: ກະ​ຊວງ​ຄົມ​ມະ​ນາ​ຄົມ​ ອິດ​ສະ​ຣາ​ແອນ ​ໄດ້ອອກ​ແຈ້ງ​ການ ​ຕໍ່​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ​ ໂດຍ​ຫ້າມ ​ບໍ່​ໃຫ້​ພະ​ນັກ​ງານ​ຈຸ​ບິນ ​ທີ່​ມີ​ສັນ​ຊາດ​​ດຽວ ​ຫລື ​ສອງ​ສັນ​ຊາດ​​ຂອງ 27 ປະ​ເທດ

     ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ສື່ມວນ​ຊົ​ນ​ ອິດ​ສະ​ຣາ​ແອນ ​ລາຍ​ງານ​ວ່າ: ກະ​ຊວງ​ຄົມ​ມະ​ນາ​ຄົມ​ ອິດ​ສະ​ຣາ​ແອນ ​ໄດ້ອອກ​ແຈ້ງ​ການ ​ຕໍ່​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ​ ໂດຍ​ຫ້າມ ​ບໍ່​ໃຫ້​ພະ​ນັກ​ງານ​ຈຸ​ບິນ ​ທີ່​ມີ​ສັນ​ຊາດ​​ດຽວ ​ຫລື ​ສອງ​ສັນ​ຊາດ​​ຂອງ 27 ປະ​ເທດ​ເຊັ່ນ: ອິ​ຣານ,ອີ​ຣັກ,ລີ​ບັງ,ໂອ​ມານ,ປາ​ກິດ​ສະ​ຖານ,ກາ​ຕາ​,ອາ​ຣັບ​ບີ ຊາ​ອຸ​ດິດ ​ແລະ ປະເທດ ​ອື່ນໆອີກ​ ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ ​ຫລື ​ຂີ່​ຍົນ​ຖ້ຽວ​ບິນ​ໄປ​ກັບ ​ອິດ​ສະ​ຣາ​ແອນ. ເນື່ອ​ງ​ຈາກ​ ເຫດ​ການ​ຜູ້​ຂັບ​ຂີ່ສຳ​ຮອງ​ ສັນ​ຊາ​ດ​​ໂອ​ມານ​ ໂຈມ​ຕີ​​ຫົວ​ໜ້າ​ຈຸ​ບິນ ​ຂອງເຮືອບິນ​ໂດຍ​ສານ ​ບໍ​ລິ​ສັດ​ການ​ບິນ​ດູ​ບາຍ ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້, ຈາກນັ້ນ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິດ​ສະ​ຣາ​ແອນ​ ໄດ້​ຊີ້​ແຈງ​ ໃຫ້​ຄະ​ນະ​ກຳ​ມະ​ການ​ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ອິດ​ສະ​ຣາ​ແອນ ດຳ​ເນີນ​ການ​ສຳ​ຫລວດ ກວດ​ກາ​ດ້ານ​ຄວາມ​ປອດ​ໄພ​ ຢ່າງ​ຮອບ​ດ້ານ​ຕໍ່​ຖ້ຽວ​ບິ​ນ ​ທີ່​ບໍ​ລິ​ສັດ​ ການ​ບິນ​ຕ່າງ​ປະ​ເທດ​ ປະ​ຕິ​ບັດ​ການ​ບິນ​ ຫລື ​ຖ້ຽວ​ບິນ​ໄປ ​ອິດ​ສະ​ຣາ​ແອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top