ຂປລ
ທ່ານ ນາງ ໄຄອິງ ໄຄງ ຊໍ ຮອງລັດຖະມົນຕີ ຂອງທຳນຽບປະທານາທິບໍດີ ທັງເປັນໂຄສົກ ຂອງປະທານາທິບໍດີມຽນມາ ໄດ້ແນະນຳ ສະພາບການປະຕິບັດງານ ຂອງ ລັດຖະບານຊຸດໃໝ່ ໃນໄລຍະ ເຄິ່ງປີທີ່ຜ່ານມາ ພ້ອມດ້ວຍ ແຜນການ ພັດທະນາ 5 ປີ ຂອງລັດຖະບານຊຸດໃໝ່ ຄືແຕ່ປີ 2026-2030.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ທ່ານ ນາງ ໄຄອິງ ໄຄງ ຊໍ ຮອງລັດຖະມົນຕີ ຂອງທຳນຽບປະທານາທິບໍດີ ທັງເປັນໂຄສົກ ຂອງປະທານາທິບໍດີມຽນມາ ໄດ້ແນະນຳ ສະພາບການປະຕິບັດງານ ຂອງ ລັດຖະບານຊຸດໃໝ່ ໃນໄລຍະ ເຄິ່ງປີທີ່ຜ່ານມາ ພ້ອມດ້ວຍ ແຜນກາພັດທະນາ 5 ປີ ຂອງລັດຖະບານຊຸດໃໝ່ ຄືແຕ່ປີ 2026-2030. ທ່ານ ນາງ ໄຄອິງ ໄຄອິງ ຊໍ ກ່າວວ່າ: ລັດຖະບານຊຸດໃໝ່ ຈະສຸມ ໃສ່ຖືການສ້າງຄວາມໝັ້ນຄົງທາງດ້າການເມືອງເປັນພື້ນຖານ, ການພັດທະນາ ເສດຖະກິດ ເປັນໃຈກາງ ແລະ ຖືການປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ເປັນເປົ້າໝາຍ, ຢຶດໝັ້ນການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມືສາກົນ, ເພີ່ມທະວີ ການຮ່ວມມື ທາງດ້ານເສດຖະ ກິດ ແລະ ການຄ້າກັບ ສປ ຈີນ, ອາຊຽນ ແລະ ປະເທດອື່ນໆ, ເປີດກວ້າງການລົງທຶນສາກົນ ແລະ ການຄ້າຂາຍລະ ຫວ່າງປະເທດ. ລັດຖະບານຊຸດໃໝ່ ຍັງຈະສືບຕໍ່ ຊຸກຍູ້ການສົນທະນາ ດ້ານການເມືອງ ພາຍໃນປະເທດ, ແລະ ມີແຜນຈະຈັດການເຈລະຈາ ສັນຕິພາບ ທົ່ວປະເທດ ກັບກຸ່ມປະກອບອາວຸດ ຂອງຊົນເຜົ່າ ທ້ອງຖິ່ນ ໃນປີ 2028 ເພື່ອພະຍາຍາມ ບັນລຸສັນຕິພາບຖາວອນ ພາຍໃນອາຍຸຕຳແໜ່ງ ຂອງລັດຖະບານຊຸດນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL