ເອີຣົບ ມີແຜນຈະແກ່ຍາວເວລາມາດ ຕະການລົງໂທດຕໍ່ລັດເຊຍ

22/09/2026 17:17
ຂປລ ເອກ​ອັກ​ຄະ​ລັດ​ຖະ​ທູດ​​​ຂອງ 27 ປະ​ເທດ ​ສະ​ມາ​ຊິກ​ ສະ​ຫະ​ພາບ ​ເອີ​ຣົບ ​ໄດ້​ປຶກ​ສາ​ຫາ​ລື​ກັນ ​ເປັນ​ເວ​ລາ​ດົນ, ໂດຍ​ກຽມ​ຈະ​ແກ່​ຍາວ​ເວ​ລາ​​ ມາດ​ຕະ​ການ​ການ​ລົງ​ໂທດ​ຕໍ່ 3.000 ກວ່າບຸກ​ຄົນ ແລະ ອົງ​ກອນ​ຂອງ​ລັດ​ເຊຍ​ ອອກ​ໄປ​ເປັນ 36 ເດືອນ, ພ້ອມ​ທັງ​ ລຶບນັກ​ທຸ​ລະ​ກິດ ລັດ​ເຊຍ 2 ຄົນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ​ທີ່​ຖືກ​ລົງ​ໂທດ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນ​ທີ 21 ກັນ​ຍາ​ນີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​​​ຂອງ 27 ປະ​ເທດ ​ສະ​ມາ​ຊິກ​ ສະ​ຫະ​ພາບ ​ເອີ​ຣົບ ​ໄດ້​ປຶກ​ສາ​ຫາ​ລື​ກັນ ​ເປັນ​ເວ​ລາ​ດົນ, ໂດຍ​ກຽມ​ຈະ​ແກ່​ຍາວ​ເວ​ລາ​​ ມາດ​ຕະ​ການ​ການ​ລົງ​ໂທດ​ຕໍ່ 3.000 ກວ່າບຸກ​ຄົນ ແລະ ອົງ​ກອນ​ຂອງ​ລັດ​ເຊຍ​ ອອກ​ໄປ​ເປັນ 36 ເດືອນ, ພ້ອມ​ທັງ​ ລຶບນັກ​ທຸ​ລະ​ກິດ ລັດ​ເຊຍ 2 ຄົນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ​ທີ່​ຖືກ​ລົງ​ໂທດ. ນັກ​ການ​ທູດ​ສະ​ຫະ​ພາບ​ເອີ​ຣົບ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ແຜນ​ການ​ດັ່ງ​ກ່າວ ​ໄດ້​ຖືກຍື່ນ​ໃຫ້​ແກ່ ​ລັດ​ຖະ​ບານ​​ບັນ​ດາປະ​ເທດ ​ສະ​ມາ​ຊິກ​​ຂອງ​ສະ​ຫະ​ພາບ​ເອີ​ຣົບ ເພື່ອຂໍການ​ອະ​ນຸ​ມັດ ​​ທີ່​ເປັນ​ລາຍ​ລັກ​ອັກ​ສອນ. ການ​ແກ່​ຍາວ​ເວ​ລາ​ ມາດ​ຕະ​ການ​ລົງ​ໂທດ​ຄັ້ງ​ນີ້ ​ແມ່ນ​ຍາວກວ່າ​ການ​ຕໍ່​ອາ​ຍຸ​ ແບບ​ປົກ​ກະ​ຕິ​ ໃນ​ເມື່ອ​ກ່ອນ ທີ່ເປັນ 6 ເດືອນ ຫລື 12 ເດືອນ. ສ​ະ​ຫະ​ພາບ​ເອີ​ຣົບ​ ຫວັງ​ວ່າ ​ຜ່ານ​ການ​ແກ່​ຍາວ ​ເວ​ລາ​​ການ​ລົງ​ໂທດ ຈະ​ຊ່ວຍ​ໃຫ້​ປ້ອງ​ກັນ ​ກໍ​ລະ​ນີ​ທີ່​ມາດ​ຕະ​ການ​ລົງ​ໂທດ​ຕົກ​ໃນ​ສະ​ພາ​ບ ​ບໍ່​ໄປ​ບໍ່​ມາ​ກ່ຽວ​ກັບ ​ບັນ​ຫາ​ການ​ຕໍ່​ອາ​ຍຸ ໃນ​ອະ​ນາ​ຄົດ ​ຍ້ອນ​ປະ​ເທດ​ ສະ​ມາ​ຊິກ​ມີ​ຫລັກ​ໝັ້ນ ​ທີ່ແຕກ​ຕ່າງ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top