ຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສປ ຈີນ-ອາຊຽນ ໃຫ້ຂຶ້ນສູ່ລະດັບໃໝ່

02/09/2026 16:09
Email Print 212
ຂປລ ໃນຂັ້ນຕໍ່ໄປ, ຈະສຸມໃສ່ຊຸກຍູ້ການຮ່ວມມື ດ້ານການຄ້າ​ ລະ​ຫວ່າງ ສປ ຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ ຈາກ 3 ດ້ານຫລັກ ຄື: ໜຶ່ງ ສປ ຈີນ ຈະຕັ້ງໜ້າຊຸກຍູ້ ໃຫ້ອ​ະ​ນຸ​ສັນ​ຍາຍົກລະດັບ ເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ທີ່ໄດ້ລົງນາມແລ້ວ ມີຜົນສັກສິດ ແລະ ຈັດຕັ້ງປະຕິບັດໂດຍໄວ; ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ໃນກອງປະຊຸມ ຖະແຫລງຂ່າວ ທີ່ຈັດຂຶ້ນໂດຍ ຫ້ອງການຖະແຫລງຂ່າວ ຂອງລັດຖະ​ບານຈີນ ໃນວັນທີ 1 ກັນຍານີ້, ເຈົ້າໜ້າທີ່ຮັບຜິດຊອບທີ່​ກ່ຽວ​ຂ້ອງ​​ ຈາກກະຊວງການຄ້າຈີນ ໃຫ້​ຮູ້ວ່າ: ໃນຂັ້ນຕໍ່ໄປ, ຈະສຸມໃສ່ຊຸກຍູ້ການຮ່ວມມື ດ້ານການຄ້າ​ ລະ​ຫວ່າງ ສປ ຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ ຈາກ 3 ດ້ານຫລັກ ຄື: ໜຶ່ງ ສປ ຈີນ ຈະຕັ້ງໜ້າຊຸກຍູ້ ໃຫ້ອ​ະ​ນຸ​ສັນ​ຍາຍົກລະດັບ ເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ທີ່ໄດ້ລົງນາມແລ້ວ ມີຜົນສັກສິດ ແລະ ຈັດຕັ້ງປະຕິບັດໂດຍໄວ; ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນ ເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະອື່ນໆ ໃຫ້ສຳເລັດຜົນ. ສອງ ອອກ​ແຮງພັດທະນາ ໃນດ້ານການຄ້າບໍລິການ, ການຄ້າດີຈີຕອນ ແລະ ການຄ້າສີຂຽວ, ຊຸກຍູ້ການຄ້າສອງຝ່າຍ ໃຫ້ກ້າວໄປສູ່ລະດັບກາງ ແລະ ສູງ ຂອງລະບົບຕ່ອງໂສ້ຄຸນຄ່າ. ແລະ ສາມ ສປ ຈີນ ​ຍັງຈະ​ຕັ້​ງ​ໜ້າຂະຫຍາຍ ການເປີດປະຕູ ຕໍ່​ພາຍນອກຢ່າງເປັນ​​ເຈົ້າ​​ຕົນ​ເອງ ເພື່ອສ້າງເງື່ອນໄຂ​ທີ່​ດີໃຫ້ປະເທດທີ່​ກ່ຽວ​ຂ້ອງ​ໃນອາຊຽນ ເປີດກວ້າງການສົ່ງອອກ​ສິນ​ຄ້າ​ຕໍ່ ສປ ຈີນ. ໃນປີ 2025, ຍອດມູນຄ່າການຄ້າ ລະ​ຫວ່າງ ສປ ຈີນ-ອາຊຽນ ​ບັນ​ລຸຫລາຍກວ່າ 1,000 ຕື້ໂດລາ, ສປ ຈີນ ແລະ ອາຊຽນ ໄດ້ກາຍເປັນຕົວແບບ ທີ່ປະສົບຜົນສຳເລັດ​ໃຫຍ່ທີ່ສຸດ ແລະ ມີ​ພ​ະ​ລັງຊີວິດຫຼາຍທີ່ສຸດ ໃນການຮ່ວມມື ລະດັບພາກພື້ນອາຊີ-ປາຊີຟິກ

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top