ສປ ຈີນ ຊຸກຍູ້ການພັດທະນາ ປັນຍາປະດິດທີ່ສ້າງສັນ ໃຫ້ຜົນປະໂຫຍດທົ່ວເຖິງ

17/07/2026 17:06
ຂປລ ກອງ​ປະ​ຊຸມ ​ປັນ​ຍາ​ປະ​ດິດ​ໂລກ ແລະ ​ກອງ​ປະ​ຊຸມ​ຂັ້ນ​ສູງ ​ການຄຸ້ມຄອງ​ປັນ​ຍາ​ປະ​ດິດ​ໂລກ 2026 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ ສປ ຈີນ ​ໃນ​ລະ​ຫວ່າງ ວັນ​ທີ 17 ຫາ 20 ກໍ​ລະ​ກົດ​ນີ້.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ​ປັນ​ຍາ​ປະ​ດິດ​ໂລກ ແລະ ​ກອງ​ປະ​ຊຸມ​ຂັ້ນ​ສູງ ​ການຄຸ້ມຄອງ​ປັນ​ຍາ​ປະ​ດິດ​ໂລກ 2026 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ ສປ ຈີນ ​ໃນ​ລະ​ຫວ່າງ ວັນ​ທີ 17 ຫາ 20 ກໍ​ລະ​ກົດ​ນີ້. ບຸກຄົນສາກົນໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນວ່າ: ສປ ຈີນ ໄດ້ເພີ່ມແຮງ ຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ ການພັດທະນາ ປັນຍາປະດິດໂລກ ດ້ວຍການປະດິດສ້າງໃໝ່ ດ້ານເຕັກ ໂນໂລ ຊີ, ການເປີດປະຕູ ແລະ ການຮ່ວມມື. ຈາກນັ້ນ ທ່ານ ຈິດຄາຍ ຊິນ ກໍາມະການ ຈາກສະຖາບັນຄົ້ນຄວ້າ ຍຸດທະສາດໃນເຂດແຄວ້ນທີ່ເປັນຄັງປັນຍາຂອງມາເລເຊຍ ເຫັນວ່າ: ຈີນສຸມໃສ່ ການເປີດ ປະຕູ ແລະ ການຮ່ວມມື ເຮັດໃຫ້ປະເທດຕ່າງໆ ສາມາດມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດ ຈາກການພັດທະນາປັນຍາປະດິດ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງສິ່ງນີ້ສອດຄ່ອງກັບ ບັນດາແນວຄິດ ການພັດ ທະນາ ທີ່ອົງການສະຫະປະຊາຊາດ ສົ່ງເສີມໃນລະດັບສູງ ເປັນຕົ້ນ ແມ່ນແນວຄິດການພັດທະນາ ແບບກວມລວມ ແລະ ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ. ທ່ານ ເດຣິກ ໂກໂຕ ນັກວິຊາການ ຊິມບັບເວ ກ່າວ ວ່າ: ໃນຊຸມປີມໍ່ໆມານີ້, ສປ ຈີນ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ລິເລີ່ມການຄຸ້ມຄອງ ປັນຍາປະດິດໂລກຢ່າງຕໍ່ເນື່ອງ, ຈາກການຮ່ວມມື ດ້ານການບໍາລຸງສ້າງ ຜູ້ມີຄວາມຮູ້ ຄວາມສາມາດ ຢູ່ທ້ອງຖິ່ນ ຮອດການຊຸກຍູ້ ການພັດທະນາ ເຕັກໂນໂລຊີ ຮ່ວມກັນ, ມາດຕະການ ທີ່ຕິດແທດກັບຕົວຈິງ ຂອງ ສປ ຈີນເຮັດໃຫ້ ອາຟຣິກາ ເຫັນເຖິງຄວາມມຸ່ງຫວັງ ແຫ່ງການຫລຸດຜ່ອນ ຊ່ອງຫວ່າງ ດ້ານດີຈີຕອນ ແລະ ຊົມໃຊ້ຜົນປະໂຫຍດດ້ານເຕັກໂນໂລຊີຮ່ວມກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top