ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງ

25/08/2026 09:42
ຂປລ ພິທີປະກາດການນຳຂັ້ນ ສູງອອກພັກການ-ຮັບອຸດໜູນບຳ ນານ ແລະ ແຕ່ງຕັ້ງຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ໂດຍການເປັນປະ ທານຂອງທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການ ທະຫານຂັ້ນສູງ ເຂົ້າຮ່ວມ.

 ໃນພິທີ ທ່ານ ນາງ ກັນຍາ ແສງ ແກ້ວວົງພະຈັນ ຮອງຫົວໜ້າກົມ ຄຸ້ມຄອງພະນັກງານ, ຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກ ງານການນຳຂັ້ນສູງອອກພັກການຮັບອຸດໜູນບຳນານ ສະບັບເລກທີ 168/ປປທ, ລົງວັນທີ 4 ສິງຫາ 2026 ຄື: ທ່ານ ພົນຈັດຕະວາ ອຳເພັດ ພົມມະກອນ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະ ການທະຫານຂັ້ນສູງອອກພັກການ-ຮັບອຸດໜູນບຳນານ. ພ້ອມນັ້ນ, ກໍໄດ້ຜ່ານລັດຖະດຳລັດວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວ ໜ້າອົງການໄອຍະການທະຫານຂັ້ນສູງ ສະບັບເລກທີ 167/ປປທ, ລົງວັນທີ 4 ສິງຫາ 2026 ໂດຍໄດ້ແຕ່ງຕັ້ງ ທ່ານ ພັນເອກ ລັດສະໝີ ຂັນອາສາ ເປັນຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການ ໄອຍະການທະຫານຂັ້ນສູງ. ໂອກາດນີ້, ທ່ານ ນາງ ລີວົງ ລາວລີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບ ນະໂຍບາຍອອກພັກການ-ຮັບອຸດໜູນບຳນານ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃນຄັ້ງນີ້ ຊຶ່ງໄດ້ມີຜົນງານອັນ ໃຫຍ່ຫລວງຫລາຍດ້ານ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫລອດຮອດ ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ຄວາມ ຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍ ສະລະ ແລະ ຄວາມຮັບຊອບສູງຕໍ່ໜ້າທີ່ການເມືອງທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ ຊຶ່ງຄົນຮຸ່ນໜຸ່ມ ກໍຄື ພະນັກງານຮຸ່ນສືບທອດຕ້ອງໄດ້ຖອດຖອນບົດຮຽນເອົາ ເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກ ງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນ ນັ້ນ, ກໍເຊື່ອໝັ້ນວ່າເມື່ອໄດ້ອອກພັກການ-ຮັບບຳນານ ແລ້ວ, ບັນດາທ່ານຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ ດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ ຊຶ່ງ ສະແດງໃຫ້ເຫັນວ່າທັງສອງທ່ານແມ່ນໄດ້ຮັບຄວາມ ເຊື່ອໝັ້ນໄວ້ວາງໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ການ ນຳຂັ້ນເທິງ ຊຶ່ງຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າ ເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ ຮອບດ້ານ ແລະ ທີ່ສຳຄັນຕ້ອງເປັນແກນກາງຮັກສາ ຄວາມສາມັກຄີພາຍໃນ, ປັບປຸງແບບແຜນການນໍາພາ-ຊີ້ ນໍາໃຫ້ມີຜົນສໍາເລັດໃນໜ້າທີ່ວຽກງານໃນຕໍ່ໜ້າ. ຂ່າວ-ພາບ ສຸກ ອອປສ

KPL

ຂ່າວອື່ນໆ

ads
ads

Top