ຂປລ
ຍ້ອນວ່າ ສ.ອາເມລິກາ ແລະ ອີຣານ ຢືນຢັນວ່າ: ໄດ້ບັນລຸສັນຍາ ແລະ ຄາດວ່າ ຊ່ອງແຄບຮໍມູສ ຈະເປີດຄືນໃໝ່ ໃນໄວໆນີ້, ວັນທີ 14 ມິຖຸນານີ້, ລາຄານ້ຳມັນດິບສາກົນ ທີ່ສັ່ງຊື້ລ່ວງໜ້າ ໄດ້ຫລຸດລົງ ຢ່າງຫລວງຫລາຍ ພາຍຫລັງ ໄດ້ເລີ່ມການຊື້-ຂາຍໃນອາທິດໃໝ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຍ້ອນວ່າ ສ.ອາເມລິກາ ແລະ ອີຣານ ຢືນຢັນວ່າ: ໄດ້ບັນລຸສັນຍາ ແລະ ຄາດວ່າ ຊ່ອງແຄບຮໍມູສ ຈະເປີດຄືນໃໝ່ ໃນໄວໆນີ້, ວັນທີ 14 ມິຖຸນານີ້, ລາຄານ້ຳມັນດິບສາກົນ ທີ່ສັ່ງຊື້ລ່ວງໜ້າ ໄດ້ຫລຸດລົງ ຢ່າງຫລວງຫລາຍ ພາຍຫລັງ ໄດ້ເລີ່ມການຊື້-ຂາຍໃນອາທິດໃໝ່. ນັບມາຮອດ ວັນທີ 14 ມິຖຸນານີ້ ຕາມເວລາພາກຕາເວັນອອກຂອງ ສ.ອາເມລິກາ, ລາຄານ້ຳມັນດິບທາດເບົາ ທີ່ກຳນົດສົ່ງມອບໃນເດືອນກໍລະກົດໜ້ານີ້ ຢູ່ຕະຫລາດຊື້-ຂາຍນິວຢອກ ຂອງ ສ.ອາເມລິກາ ໄດ້ຫລຸດລົງສູ່ ລະດັບຕ່ຳສຸດທີ່ 80,25 ໂດລາຕໍ່ຖັງ(ບາເຣວ), ຫລຸດລົງ 5,45%; ລາຄານ້ຳມັນດິບ ເບຣນທ໌ ທີ່ກຳນົດສົ່ງມອບໃນເດືອນສິງຫາປີນີ້ ຢູ່ຕະຫລາດຊື້-ຂາຍ ລອນດອນ ຂອງອັງກິດ ໄດ້ຫລຸດລົງ ສູ່ລະດັບຕ່ຳສຸດທີ່ 83,51 ໂດລາຕໍ່ຖັງ, ຫລຸດລົງ 4,37%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL