ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງ ສປ ຈີນ ສະໜອງຄວາມໝັ້ນທ່ຽງໃຫ້ແກ່ຄວາມເປັນລະບຽບໂລກ

13/05/2026 16:35
ຂປລ ທ່ານ ​ເມ​ຮາ​ມຸດ ອຸນ ຮາ​ຊັນ ຄານ, ຫົວ​ໜ້າ​ສູນ​ຄວາມ​ຮູ້ ແລະ ນະ​ໂຍ​ບາຍ ​ສາ​ທາ​ລະ​ນະ​ ປາ​ກິດ​ສະ​ຖານ ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ ​ຫົວ​ຂໍ້​ວ່າ “ໄລ​ຍະ​ຂ້າມ​ຜ່ານ​ສູ່​ຄວາມ​ເປັນ​ລະ​ບຽບ​ໃໝ່​:

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ​ເມ​ຮາ​ມຸດ ອຸນ ຮາ​ຊັນ ຄານ, ຫົວ​ໜ້າ​ສູນ​ຄວາມ​ຮູ້ ແລະ ນະ​ໂຍ​ບາຍ ​ສາ​ທາ​ລະ​ນະ​ ປາ​ກິດ​ສະ​ຖານ ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ ​ຫົວ​ຂໍ້​ວ່າ “ໄລ​ຍະ​ຂ້າມ​ຜ່ານ​ສູ່​ຄວາມ​ເປັນ​ລະ​ບຽບ​ໃໝ່​: ຜົນ​ປະ​ໂຫຍດ​ ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ ສປ ຈີນ” ຢູ່​ເວັບ​ໄຊ “ໜັງ​ສື​ພິມ The Pakistan Observer” ໂດຍ​ລະ​ບຸ​ວ່າ, ໂລກ​ປັດ​ຈຸ​ບັນ​ ພວມ​ຢູ່​ໃນ​ສະ​ພາບ​ການ​ ທີ່​ມີ​ສັນ​ຕິ​ພາບ ແລະ ຄວາມ​ປັ່ນ​ປ່ວນ ​ແບບ​ຕໍ່​ເນື່ອງ​ສະຫລັບ​ກັນ, ສປ ຈີນ ​ພວມ​ກາຍ​ເປັນ​ກຳ​ລັງ​ແຮງ ​ທີ່​ເພີ່ມ​ຄວາມ​ໝັ້ນ​ທ່ຽງ​ ຍ້ອນ​ມີ​ການ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​ ດ້ານ​ການ​ເງິນ, ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ກຳ​ລັງ​​​ເຂັ້ມ​ແຂງ ດ້ານ​ອຸດ​ສາ​ຫະ​ກຳ. ສປ ຈີນ​ ໄດ້​ນຳ​ມາ​ເຊິ່ງ “ຜົນ​ປະ​ໂຫຍດ ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ” ບໍ່​ແມ່ນ​ຢູ່​ໃນ​ດ້ານ​ທິດ​ສະ​ດີ​ເທົ່າ​ນັ້ນ, ແຕ່​ແມ່ນ​ມີໝາກຜົນ ​ຢູ່​ຢ່າງ​ແທ້​ຈິງ.ບົດ​ຄວາມ​ດັ່ງ​ກ່າວ​ລະ​ບຸ​ວ່າ, ສປ ຈີນ​ ພວມ​ນຳ​ໜ້າ​ ໃນ​ການ​ສ້າງ​ໂຄງ​ປະ​ກອບ​ໃໝ່​ ຂອງ​ເສດ​ຖະ​ກິດ​ໂລກ. ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ຖື​ເອົາ​ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ແລະ ແລວ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ ​ເປັນ​ສິ່ງ​ຄ້ຳ​ປະ​ກັນ, ສະ​ໜອງ​ແຜນ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ ​ທີ່​ໜ້າ​ໄວ້​ວາງ​ໃຈ ​ໃຫ້​ແກ່ໂລກ. ລະ​ບົບ​ການ​ຊຳ​ລະ​ສະ​ສາງ ​ຂ້າມ​ຊາດ ​ດ້ວຍ​ເງິນຢວນ​ ພວມ​ພັດ​ທະ​ນາ ​ຢ່າງວ່ອງ​ໄວ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ປັບ​ປຸງ​ ໂຄງ​ປະ​ກອບ​ການ​​ເງິນ​ຂອງ​ໂລກ, ການ​ອາ​ໄສ​ລະ​ບົບ​ພຽງ​ໜຶ່ງ​ດຽວ ​ກຳ​ລັງ​ກ້າວ​ໄປ​ສູ່​ ໂຄງ​ຮ່າງຫລາຍ​ເຄົ້າ. ໃນ​ບົດ​ຄວາມ​ໄດ້​ລະ​ບຸ​ເປັນ​ພິ​ເສດ​ວ່າ, ເຕັກ​ໂນ​ໂລ​ຊີ ​ພະ​ລັງ​ງານ​ ແສງ​ຕາ​ເວັນ ພະ​ລັງ​ງານ​ລົມ ແລະ ໝໍ້​ໄຟ​ຂອງ​ຈີນ​ ໄດ້​ສະ​ໜອງ​ອີກ​ທາງ​ເລືອກ​ໜຶ່ງ ​ທີ່​ເປັນ​ໄປ​ໄດ້ ແລະ ນັບ​ມື້​ ນັບ​ສຳ​ຄັນ​ຂຶ້ນ ​ໃຫ້​ແກ່ ​ການ​ຫັນ​ປ່ຽນ ພະ​ລັງ​ງານ​ທົ່ວ​ໂລກ. ປະ​ເທດ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຫລົ່າ​ນີ້ ​ບໍ່​ພຽງ​ແຕ່​ແມ່ນ​ການ​ຈັດ​ຊື້ ​ຜະ​ລິດ​ຕະ​ພັນ ​ເທົ່າ​ນັ້ນ, ຍັງ​ເປັນ​ການ​ຮັບ​ປະກັນ​ຄວາມ​ໝັ້ນ​ທ່ຽງ​ ແລະ ຄວາມ​ສາ​ມາດ ​ໃນ​ການ​ຈັດ​ຊື້​ ໃນ​ໄລ​ຍະ​ຍາວ ກໍ​ຄື ປັດ​ສະ​ຈາກ​ຜົນ​ກະ​ທົບ​ ຈາກ​ການ​ເໜັງ​​ຕີງ​ຂອງ​ຕະຫລາດ​ວັດ​ສະ​ດຸ​ເຊື້ອ​ໄຟ​ ປະ​ເພດ​ຟໍ​ຊິວ. ຕ່ອງ​ໂສ້​ການ​ສະ​ໜອງ​ ພະ​ລັງ​ງານ ​ໝູນ​ວຽນແບບ​ນີ້ ​ກຳ​ລັງ​ກາຍ​ເປັນ​ເສັ້ນ​ຊີ​ວິດຂອງ​ທົ່ວ​ໂລກ, ໂດຍ​ສະ​ໜັບ​ສະ​ໜູນ​ ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດ ທັງ​ສະ​ໜັບ​ ສະ​ໜູນ​ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ຕໍ່​ສິ່ງ​ແວດ​ລ້ອມ​.ໃນ​ບົດ​ຄວາມ​ລະ​ບຸ​ຕື່ມ​ອີກວ່າ, ລະ​ບົບ​ນິ​ເວດ​ ອຸດ​ສາ​ຫະ​ກຳ​ ທີ່​ເປັນ​ເອ​ກະ​ພົບ​ດຽວ​ຂອງ ສປ ​ຈີນ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ ​ຄວາມ​ທົນ​ທານ​ທີ່​ເຂັ້ມ​ແຂງ. ຕ່ອງ​ໂສ້​ການ​ສະ​ໜອງ​ທີ່​ສົມ​ບູນ, ຕະຫລາດ​ພາຍ​ໃນ​ອັນ​ໃຫຍ່ຫລວງ ແລະ ການ​ສະ​ໜັບ​ສະ​ໜູນ ​ດ້ານ​ນະ​ໂຍ​ບາຍ ​ທີ່​ມີ​ຄວາມ​ຕໍ່​ເນື່ອງ ​ເຮັດ​ໃຫ້ ສປ ​ຈີນ ​ສາ​ມາດ​ຮັກ​ສາ​ການ​ຜະ​ລິດ ແລະ ມອບ​ຜະ​ລິດ​ຕະ​ພັນ​ ໃນ​ໄລ​ຍະ ​ທີ່​ເກີດ​ວິ​ກິດ​ການ​ໃນ​ທົ່ວ​ໂລກ. ຄວາມ​ໜ້າ​ໄວ້​ວາງ​ໃຈ​ແບບ​ນີ້​ ເຮັດ​ໃຫ້ ສປ ​ຈີນ ​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ດີ ​ໃນ​ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ສາ​ກົນ. ບໍ​ລິ​ສັດ​ຂ້າມ​ຊາດ​ ຂະ​ໜາດ​ໃຫຍ່​ລົງ​ທຶນ ​ຢ່າງ​ຕໍ່​ເນື່ອງ​ຢູ່​ຈີນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ ​ຂອງ​ຕະຫລາດ​ສາ​ກົນ​ ຕໍ່​ຄວາມ​ສາ​ມາດ​ການ​ຜະ​ລິດ ແລະ ຄວາມ​ໝັ້ນ​ທ່ຽງ​ດ້ານ​ເສດ​ຖະ​ກິດ​ຂອງ​ ສປ ຈີນ. ​ຜ່ານ​ຈາກ​ລະ​ບົບ​ການ​​ເງິນ ​ທີ່​ໜ້າ​ໄວ້​ວາງ​ໃຈ, ແຜນ​ການ​ແກ້​ໄຂ​ ດ້ານ​ພະ​ລັງ​ງານ​ ແບບ​ຍືນ​ຍົງ ແລະ ​ເຄືອ​ຂ່າຍ ​ອຸດ​ສາ​ຫະ​ກຳ ​ທີ່​ເຕັມ​ໄປ​ດ້ວຍ​ ຄວາມ​ທົນ​ທານ, ​ສປ ຈີນ​ ໄດ້ສະ​ໜອງ​ຄວາມ​ໝັ້ນ​ທ່ຽງ​ ໃຫ້​ແກ່ ​ລະ​ບຽບ​​ສາ​ກົນ​ ທີ່ແຕກ​ແຍກ​ໄປ​ຢ່າງ​ຊະ​ຊາຍ, ບໍ່​ພຽ​ງ​ແຕ່​ ໄດ້​ຜ່ອນ​ຄາຍ​ ຄວາມ​ສ່ຽງ ​ຈາກ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ ໃນດ້າຍ​ພູມ​ສາດ​ການ​ເມືອງ​ ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ ການ​ສ້າງ​ໂຄງ​ປະ​ກອບ ​ເສດ​ຖະ​ກິດ​ສາ​ກົນ ​ທີ່​ມີ​ຄວາມ​ດຸນ​ດ່ຽງ ແລະ ໝັ້ນ​ຄົງ​ ກວ່າ​ເກົ່າ. ບົດ​ບາດ​ຂອງ​ ສປ ຈີນ ​ທີ່​ເສີມ​ສ້າງ “ຜົນ​ປະ​ໂຫຍດ​ ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ” ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top