ຂປລ
ໃນ 4 ເດືອນຕົ້ນປີນີ້, ການນຳເຂົ້າ-ສົ່ງອອກອາຫານຂອງ ສປ ຈີນ ມີເຖິງ 594 ຕື້ກວ່າຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ຈາກກອງປະຊຸມ ເວທີປຶກສາຫາລື ການຮ່ວມມື ຄວາມປອດໄພ ດ້ານອາຫານ ຂອງອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC ປີ 2026 ທີ່ຈັດຂຶ້ນ ໃນວັນທີ 13 ພຶດສະພານີ້ວ່າ: ໃນ 4 ເດືອນຕົ້ນປີນີ້, ການນຳເຂົ້າ-ສົ່ງອອກອາຫານຂອງ ສປ ຈີນ ມີເຖິງ 594 ຕື້ກວ່າຢວນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການນຳເຂົ້າມີເຖິງ 409 ຕື້ກວ່າຢວນ, ເພີ່ມຂຶ້ນ 8,8% ແລະ ການສົ່ງອອກ ມີເຖິງ 185 ຕື້ກວ່າຢວນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.ໃນ 4 ເດືອນຕົ້ນປີນີ້, ການນຳເຂົ້າ ແລະ ສົ່ງອອກອາຫານຂອງ ສປ ຈີນ ຕໍ່ອົງກອນເສດຖະກິດ APEC ອື່ນໆ ໄດ້ມີເຖິງ 350 ຕື້ກວ່າຢວນ ກວມເອົາ 58,9% ຂອງມູນຄ່າ ການຄ້າດ້ານອາຫານທັງໝົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL