ສປ ຈີນ ສົ່ງດາວທຽມກຸ່ມ 09 ຂອງກຸ່ມດາວທຽມອິນເຕີເນັດວົງໂຄຈອນຕ່ຳຊ່ຽນຟ່ານຂຶ້ນສູ່ອະວະກາດ

13/05/2026 16:35
ຂປລ ​ສູນ​ສົ່ງ​ດາວ​ທຽມ ​ທ້າຍຢວນ ​ແຂວງ​ຊ່ານ​ຊີ່ຂອງ ສປ ຈີນ​ ໄດ້​ສົ່ງ​ດາວ​ທຽມ​ກຸ່ມ 09 ຂອງ​ກຸ່ມ​ດາວ​ທຽມ​ອິນ​ເຕີ​ເນັດ ​ວົງ​ໂຄ​ຈອນ​ ຕ່ຳ​ຊ່ຽນ​ຟ່ານ(G60)​ໜ່ວຍ 09 ຂຶ້ນ​ສູ່​ອະ​ວະ​ກາດ​ ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ​-6A

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ວັນ​ທີ 12 ພຶດ​ສະ​ພາ​ນີ້​, ​ສູນ​ສົ່ງ​ດາວ​ທຽມ ​ທ້າຍຢວນ ​ແຂວງ​ຊ່ານ​ຊີ່ຂອງ ສປ ຈີນ​ ໄດ້​ສົ່ງ​ດາວ​ທຽມ​ກຸ່ມ 09 ຂອງ​ກຸ່ມ​ດາວ​ທຽມ​ອິນ​ເຕີ​ເນັດ ​ວົງ​ໂຄ​ຈອນ​ ຕ່ຳ​ຊ່ຽນ​ຟ່ານ(G60)​ໜ່ວຍ 09 ຂຶ້ນ​ສູ່​ອະ​ວະ​ກາດ​ ດ້ວຍ​ຈະ​ຫຼວດ​ສົ່ງ​ຍານ​ຊາງ​ເຈີ່ງ​-6A, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ຄາດ​ໄວ້ ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ​ຍິງ​ສົ່ງ​ຄັ້ງ​ນີ້ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top