ຂປລ
ຂປລ. ເວົ້າເລື່ອງສິນຄ້າຫັດຖະກໍາຂອງຊົນເຜົ່າໃນ ສປປ ລາວ ຈະມີສີສັນລວດລາຍເອກະລັກແຕກຕ່າງກັນໄປ ໂດຍສະເພາະສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເປັນໜຶ່ງຜະລິດຕະພັນທີ່ມີເອກະລັກໂດດເດັ່ນສະເພາະຕົວບໍ່ວ່າຈະເປັນລວດລາຍ, ສີສັນ, ຄວາມປານີດຂອງເນື້ອແພ ແລະ ການປັກມຸກປະດັບປະດາ ເປັນຮູບແບບຕ່າງໆ

ຂປລ. ເວົ້າເລື່ອງສິນຄ້າຫັດຖະກໍາຂອງຊົນເຜົ່າໃນ ສປປ ລາວ ຈະມີສີສັນລວດລາຍເອກະລັກແຕກຕ່າງກັນໄປ ໂດຍສະເພາະສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເປັນໜຶ່ງຜະລິດຕະພັນທີ່ມີເອກະລັກໂດດເດັ່ນສະເພາະຕົວບໍ່ວ່າຈະເປັນລວດລາຍ, ສີສັນ, ຄວາມປານີດຂອງເນື້ອແພ ແລະ ການປັກມຸກປະດັບປະດາເປັນຮູບແບບຕ່າງໆ ທີ່ພັນລະນາເຖິງການດໍາລົງຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າກະຕູ ເຫັນແລ້ວມີຄວາມຕື່ນຕາ, ຕື່ນໃຈ ແລະ ເຮັດໃຫ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທັງຊ່ວຍສົ່ງເສີມການທ່ອງທ່ຽວຊົນເຜົ່າເປັນຢ່າງດີ.

ທ່ານ ນາງ ດັງ ວິສູງ ເຈົ້າຂອງຮ້ານຂາຍສິນຄ້າຫັດຖະກຳຊົນເຜົ່າກະຕູ ບ້ານຫ້ວຍຫຸນໃຕ້ ເມືອງເລົາງາມ ແຂວງສາລະວັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບນະຄອນຫລວງວຽງຈັນ (ນວ) ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເປັນໜຶ່ງຜະລິດຕະພັນທີ່ມີເອກະລັກໂດດເດັ່ນສະເພາະຕົວ ໂດຍສະເພາະລວດລາຍ, ສີສັນ, ຄວາມປານີດຂອງເນື້ອແພ ແລະ ການປັກມຸກປະດັບປະດາ ເປັນຮູບແບບຕ່າງໆ. ການຜະລິດຫັດຖະກໍາຂອງຊົນເຜົ່າກະຕູ ເປັນໜຶ່ງກິດຈະກໍາຍາມວ່າງຂອງແມ່ຍິງພາຍໃນບ້ານ ເພື່ອສ້າງເປັນອາຊີບເສີມ ໃຫ້ຄອບຄົວເພາະການຕໍ່າຫູກທໍໄໝ, ການປັກແສ່ວ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາຮຸ່ນປູ່ຍ່າຕາຍາຍ ຈົນມາຮອດຮຸ່ນລູກ-ຫລານ ໄດ້ນໍາເອົາຫົວຄິດປະດິດສ້າງ, ພູມປັນຍາເຫລົ່ານັ້ນມາສ້າງລາຍຮັບໃຫ້ຄອບຄົວ ແລະ ສ້າງອາຊີບເສີມຈົນກາຍເປັນສິນຄ້າຫັດຖະກໍາ ທີ່ນໍາມາວາງຂາຍພາຍໃນງານວາງສະແດງ, ການບຸນປະເພນີ ແລະ ວັນສໍາຄັນຕ່າງໆ. ພ້ອມນັ້ນ, ຍັງມີວາງຂາຍພາຍໃນບ້ານ ທັງເປັນການສົ່ງເສີມການທ່ອງທ່ຽວຂອງບ້ານ, ຊົນເຜົ່າ, ຂອງທ້ອງຖິ່ນໄດ້ເປັນຢ່າງດີ.

ທ່ານນາງ ດັງ ວິສູງ ໃຫ້ຮູ້ຕື່ມວ່າ: ສິນຄ້າຫັດຖະກໍາຂອງຊົນເຜົ່າກະຕູ ເຫັນວ່ານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢຽມຊົມ, ຊື່ຢູ່ພາຍໃນບ້ານແລ້ວ ຍັງມີການບອກຕໍ່ປາກ ເຮັດໃຫ້ຜະລິດຕະພັນ ເປັນທີ່ຮູ້ຈັກຫລາຍຂຶ້ນ. ສໍາລັບເຄື່ອງທີ່ຜະລິດແມ່ນເປັນເອກະລັກຂອງເຜົ່າກະຕູແທ້ໆ ເປັນຕົ້ນສິ້ນ, ເສື້ອ, ແພບ່ຽງ, ຜ້າປູໂຕະ, ກະເປົາທີ່ມີການປັກແສ່ວ, ຜ້າຮອງຈານ, ກະເປົານ້ອຍ, ໃຫຍ່. ສ່ວນລາຄາແມ່ນຂຶ້ນກັບລວດລາຍ, ການປັກແສ່ວ. ພ້ອມນັ້ນທ່ານນາງ ດັງ ວິສູງ ໃນນາມຜູ້ປະກອບການຍັງຝາກເຖິງພັກ-ລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈົ່ງຊ່ວຍຊຸກຍູ້ສົ່ງເສີມດ້ານການຕະຫລາດ ຈໍາໜ່າຍໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຝາກເຖິງສັງຄົມຈົ່ງຊ່ວຍສະໜັບສະໜູນສິນຄ້າ ທີ່ຜະລິດໂດຍຄົນລາວຕື່ມອີກ ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນລາວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງກວ່າເກົ່າ ໂດຍສະເພາະແມ່ນຫັດຖະກຳຂອງຊົນເຜົ່າກະຕູ. ສໍາລັບທ່ານໃດສົນໃຈສິນຄ້າຫັດຖະກໍາຂອງເຜົ່າກະຕູ ສາມາດຕິດຕໍ່ໄດ້ທີ່ເບີ: 02098098443.
ໂດຍ: ມາລີດາ
KPL