ສາທາ ຢືນຢັນມື້ທີ 8 ກວດບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

20/04/2020 16:06
Email Print 833
ຂປລ ຂປລ. ຖືວ່າເປັນຂ່າວດີ ກະຊວງສາທາລະນະສຸກ ຂອງສປປ ລາວ ໄດ້ຢືນຢັນມາຮອດວັນທີ 20 ເມສາ 2020 ຍັງກວດບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ ຈາກການເກັບຕົວຢ່າງມາກວດທັງໝົດ 16 ກໍລະນີ ຊຶ່ງມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 7 ກໍລະນີ ແລະ ມີອາການສົງໄສ 9 ກໍລະນີ. ນັບວ່າເປັນເວລາ 8 ວັນຕິດຕໍ່ກັນແລ້ວ ທີ່ຜົນກວດກຸ່ມເປົ້າໝາຍ ອອກມາເປັນລົບ (ບໍ່ຕິດເຊື້ອ) ແລະ ຍອດຜູ້ຕິດເຊື້ອທັງໝົດຍັງຢູ່ທີ່ 19 ກໍລະນີ

ຂປລ. ຖືວ່າເປັນຂ່າວດີ ກະຊວງສາທາລະນະສຸກ ຂອງສປປ ລາວ ໄດ້ຢືນຢັນມາຮອດວັນທີ 20 ເມສາ 2020 ຍັງກວດບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ ຈາກການເກັບຕົວຢ່າງມາກວດທັງໝົດ 16 ກໍລະນີ ຊຶ່ງມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 7 ກໍລະນີ ແລະ ມີອາການສົງໄສ 9 ກໍລະນີ. ນັບວ່າເປັນເວລາ 8 ວັນຕິດຕໍ່ກັນແລ້ວ ທີ່ຜົນກວດກຸ່ມເປົ້າໝາຍ ອອກມາເປັນລົບ (ບໍ່ຕິດເຊື້ອ) ແລະ ຍອດຜູ້ຕິດເຊື້ອທັງໝົດຍັງຢູ່ທີ່ 19 ກໍລະນີ (ປິ່ນປົວດີ, ກັບບ້ານແລ້ວ 2 ຄົນ); ປັດຈຸບັນ ຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ, ໃນນັ້ນ, 3 ຄົນ ປິ່ນປົວຢູ່ໂຮງໝໍ ແຂວງຫລວງພະບາງ ແລະ 14 ຄົນ ປິ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫລວງວຽງຈັນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາ ເຊື້ອເພື່ອຢັ້ງຢືນຕໍ່ໄປ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວໃນງານຖະແຫລງຂ່າວໃນວັນທີ 20 ເມສາ 2020 ວ່າ:​ ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 1.349 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ, ມີຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 9 ມີນາ ຫາ 18 ເມສາ 2020 ມີ ທັງໝົດ 313 ຄົນ,  ໝົດກໍານົດຕິດຕາມ ທັງໝົດ 296 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 17 ຄົນ ໃນນັ້ນ, ຢູ່ນະຄອນຫລວງວຽງຈັນ 17 ຄົນ, 12 ຄົນ ແມ່ນຕິດຕາມຢູ່ໂຮງໝໍ 103 ແລະ ຕິດຕາມຢູ່ເຮືອນ 5 ຄົນ ​ໂດຍສະ ເລ່ຍຍັງອີກ 5 ມື້ຈຶ່ງຄົບກຳນົດຕິດຕາມ 14 ວັນ.

ທ່ານ ດຣ. ພູທອນ ເມືອງປາກ ກ່າວອີກວ່າ: ເຖິງວ່າ ສະພາບການຕິດເຊື້ອຢູ່ ສປປ ລາວ ໄດ້ເວັ້ນໄລຍະຫ່າງມາໄດ້ 8 ວັນແລ້ວກໍຕາມ, ຜູ້ຕິດເຊື້ອປິ່ນປົວຢູ່ໂຮງໝໍ ກໍໄດ້ອອກໂຮງໝໍ 2 ຄົນແລ້ວ, ແຕ່ພວກເຮົາ ຈະບໍ່ລົດລະການເຝົ້າລະວັງ  ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະ ເພາະຜູ້ທີ່ຍັງຈຳກັດບໍລິເວນ ຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງ ຜ່ານຊາຍແດນ ເຂົ້າມາໃໝ່ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ.

ຂ່າວ: ກິດຕາ

ພາບ: ໄອຄຳ

KPL

ຂ່າວອື່ນໆ

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    • ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້ວັດທະນະທຳ-ສັງຄົມ

      ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

      9/23/2026 9:55:10 AM

      ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

ads
ads

Top