ຂປລ
ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກແຮງງານ ສປປ.ເກົາຫລີ ສືບຕໍ່ດຳເນີນ, ໃນກອງປະຊຸມ ວັນດຽວກັນ ໄດ້ປຶກສາຫາລື ແລະ ດັດແປງ ກົດລະບຽບ ພັກແຮງງານ ສປປ.ເກົາຫລີ, ໄດ້ເລືອກຕັ້ງ ສະມາຊິກ ຂອງ ພາກສ່ວນນຳພາ ສູນກາງພັກແຮງງານ ສປປ.ເກົາຫລີ.
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນທີ 22 ກຸມພານີ້, ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກແຮງງານ ສປປ.ເກົາຫລີ ສືບຕໍ່ດຳເນີນ, ໃນກອງປະຊຸມ ວັນດຽວກັນ ໄດ້ປຶກສາຫາລື ແລະ ດັດແປງ ກົດລະບຽບ ພັກແຮງງານ ສປປ.ເກົາຫລີ, ໄດ້ເລືອກຕັ້ງ ສະມາຊິກ ຂອງ ພາກສ່ວນນຳພາ ສູນກາງພັກແຮງງານ ສປປ.ເກົາຫລີ.
ກອງປະຊຸມໃຫຍ່ ໄດ້ສະໜັບ ສະໜູນ ແລະ ເຫັນດີ ຢ່າງຮອບດ້ານ ໃຫ້ ທ່ານກິມເຈິງອຸນ ສືບຕໍ່ເປັນຜູ້ນຳສູງສຸດ ຂອງ ພັກແຮງງານ ສປປ.ເກົາຫລີ ແລະ ເລືອກຕັ້ງ ທ່ານກິມເຈິງອຸນ ເປັນເລຂາທິການໃຫຍ່ ພັກແຮງງານ ສປປ.ເກົາຫລີ. ນອກຈາກນີ້ ກອງປະຊຸມໃຫຍ່ ໄດ້ລົງຄະແນນສຽງ ຮັບຮອງ ມະຕິ ກ່ຽວກັບ ການດັດແປງ ກົດລະບຽບ ພັກແຮງງານ ສປປ.ເກົາຫລີ ຢ່າງເປັນເອກະພາບກັນ./
KPL