ປຂວງຄຳມ່ວນຫາລືກຽມຄວາມພ້ອມເຂົ້າຮ່ວມມະຫະກຳກິລາແຫ່ງຊາດ ຄັ້ງທີ XII

02/09/2025 09:41
ຂປລ ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມດ້ານຕ່າງໆຂອງແຂວງຄໍາມ່ວນ ເພ່ືອເຂ້ົາຮ່ວມມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ລະຫວ່າງ ວັນທີ 15-25 ພະຈິກ 2025 ທ່ີນະຄອນຫລວງວຽງຈັນເປັນເຈ້ົາ ພາບ ໃນວັນທີ 27 ສິງຫາ 2025

     ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມດ້ານຕ່າງໆຂອງແຂວງຄໍາມ່ວນ ເພ່ືອເຂ້ົາຮ່ວມມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ລະຫວ່າງ ວັນທີ 15-25 ພະຈິກ 2025 ທ່ີນະຄອນຫລວງວຽງຈັນເປັນເຈ້ົາ ພາບ ໃນວັນທີ 27 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈ້ົາແຂວງໆຄໍາມ່ວນ ປະທານສະມາຄົມ-  ສະຫະພັນກິລາ-ກາຍະກໍາແຂວງ,  ທ່ານ ນາງ ສຸກຂະເສີມ ສິດທິເດດ  ຫົວໜ້າພະແນກສຶກສາທິການ  ແລະ ກິລາແຂວງ ຮອງປະທານ ສະມາຄົມ-ສະຫະພັນກິລາ-ກາຍະກໍາແຂວງ ພ້ອມດ້ວຍພະແນກການ, ພະນັກງານ, ສະຫະພັນກິລາພາຍໃນ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ເຂັມມາ ຄໍາວົງສາ ຫົວໜ້າຂະແໜງກິລາລະດັບສູງ ໄດ້ຜ່ານແຜນການກະກຽມຄວາມພ້ອມດ້ານຕ່າງໆຂອງແຂວງຄໍາມ່ວນ  ເພ່ືອເຂ້ົາຮ່ວມມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ເຊິ່ງແຂວງ ຄໍາມ່ວນ ໄດ້ຄາດຄະເນເອົາປະເພດກິລາເຂົ້າຮ່ວມແຂ່ງຂັນທັງໝົດ 27 ປະເພດຄື: ແລ່ນ-ລານ,  ບານເຕະ, ບານສົ່ງ, ກະຕໍ້, ປິ່ງປ່ອງ,  ເປຕັງ, ດອກປີກໄກ່, ຍິງປືນ, ເທຄວັນໂດ, ຄາຣາເຕໂດ, ມວຍສາກົນ,  ມວຍລາວ, ລົດຖີບ, ກ໊ອບ, ມວຍປໍ້າ,  ຢູໂດ, ວູຊູ, ປັນຈະສີລັດ, ຍິງທະນູ,  ເຮືອຊ່ວງ, ສະນຸກເກີ້, ຍົກນໍ້າໜັກ,  ດຶງເຊືອກ, ລອຍນ້ໍາ, ອີສະປອດ, ກິລາເຕັ້ນ ແລະ ຊ໊ອບເທັນນິດ. ສໍາລັບຄາດໝາຍວ່າຈະສູ້ຊົນໃຫ້ໄດ້ຫລຽນອັນດັບທີ  3-4  ຂອງທ່ົວປະເທດ ຫລື 47 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ແລະ ຄາດວ່າຈະມີພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 473 ຄົນ. 

    ການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດຄັ້ງທີ່ XI   ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນຄັ້ງທີຜ່ານມາແຂວງຄໍາມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 19 ປະເພດ ກິລາ, ມີຄະນະນໍາ, ຄູຝຶກ ແລະ  ນັກກິລາເຂົ້າຮ່ວມ 326 ຄົນ, ສາມາດຍາດໄດ້ 109 ຫລຽນ ໃນນີ,  ຫລຽນຄໍາ 36 ຫລຽນ, ຫລຽນ ເງິນ 26 ຫລຽນ ແລະ ຫລຽນທອງ  47 ຫລຽນ ໄດ້ເປັນອັນດັບທີ 4 ຂອງທົ່ວປະເທດ, ເດັ່ນກວ່າໝູ່ແມ່ນສະຫະພັນກິລາເທຄວັນໂດ ສາມາດຍາດມາໄດ້ຫລຽນຄໍາ 6 ຫລຽນ, ຫລຽນເງິນ 4 ຫລຽນ ແລະ ຫລຽນທອງ  5 ຫລຽນ ໄດ້ເປັນອັນດັບທີ 1 ຂອງແຂວງ, ສະຫະພັນກິລາແລ່ນ- ລານສາມາດຍາດໄດ້ຫລຽນຄໍາ 6 ຫລຽນ, ຫລຽນທອງ 2 ຫລຽນ ເປັນອັນດັບທີ 2 ຂອງແຂວງ ຮອງລົງມາແມ່ນສະຫະພັນກິລາວູຊູ, ກິລາຢູໂດ ແລະ ກິລາລົດຖີບໄດ້ສະຫະພັນລະ 3 ຫລຽນຄໍາ.

    ທ່ານ ເຂັມມາ ຄໍາວົງສາ ກ່າວຕື່ມວ່າ: ຄຽງຄູ່ກັບຂໍ້ສະດວກກໍຍັງມີບັນຫາ ແລະ ສິ່ງທາທາຍເປັນຕົ້ນການຄັດເລືອກ ແລະ ຊອກນັກ ກິລາທີ່ຈະມາຍາດເອົາຫລຽນຄໍາ,  ຫລຽນເງິນ ແລະ ຫລຽນທອງ  ແມ່ນພົບຄວາມຫຍຸ້ງຍາກ ເຊິ່ງນັກກິລາຂອງແຂວງທີ່ເຄີຍຍາດໄດ້ຫລຽນໃນຄັ້ງທີ່ຜ່ານມາ ຈໍານວນໜຶ່ງມີອາຍຸຫລາຍ, ຈໍານວນໜຶ່ງໄດ້ເຂົ້າເຮັດວຽກຢູ່ກະຊວງບໍ່ສາມາດເອົາຮ່ວມນໍາແຂວງໄດ້, ສະພາບພື້ນຖານໂຄງລ່າງ, ສະຖານທີ່ຝຶກຊ້ອມ, ບ່ອນພັກນັກກິລາໃນໄລຍະເຂົ້າສູນຍັງບໍ່ທັນໄດ້ມາດຕະຖານ  ແລະ ບໍ່ທັນພຽງພໍ, ທາງດ້ານງົບປະມານໃນການຄັດເລືອກນັກກິລາ,  ການຝຶກຊ້ອມເອົານັກກິລາເຂົ້ານອນສູນ ຫລາຍສະຫະພັນແມ່ນອາດພົບບັນຫາຄວາມຫຍຸ້ງຍາກ ໂດຍສະເພາະໃນປີນີ້ເກີດສະພາບໄພນໍ້າຖ້ວມ ນອກນັ້ນໄລຍະເວລາຈໍ້ຫລາຍ,  ການປັບປຸງສະຫະພັນຄືນໃໝ່ກໍພົບ ຄວາມຫຍຸ່ງຍາກເນື່ອງຈາກການໂຮມພະແນກການ, ການປັບປຸງການຈັດຕັ້ງຍັງບໍ່ທັນສໍາເລັດ,  ການຊອກຫາບໍລິສັດທີ່ມີທ່າແຮງແບ່ງເຂົ້າໃສ່ແຕ່ລະສະຫະພັນ ແລະ ງົບປະມານທີ່ຈະນໍາໃຊ້ຍັງມີຈຳກັດ. 

ຂ່າວ-ພາບ: ແດງສະຫວັດ ແສນພານິດ

KPL

ຂ່າວອື່ນໆ

ads
ads

Top