ບັນດາພັນລະຍາ ຂອງຜູ້ນຳ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ 2025

02/09/2025 11:57
Email Print 173
ຂປລ ທ່ານ ​ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ ຂອງ​ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ໄດ້ເຊື້ອ​ເຊີນ​​ ບັນ​ດາພັນ​ລະ​ຍາ ​​ຂອງຜູ້​ນຳ​ຕ່າງ​ປະ​ເທດ ​ທີ່​ເດີນ​ທາງ​ ມາ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ສຸດຍອດ​ ອົງ​ການ​ ຮ່ວມ​ມື ​ຊຽງ​ໄຮ 2025 ​ຮ່ວມ​ກັນ ທ່ຽວ​ຊົມ ​ແມ່​ນ້ຳ​ໄຫເຮີ​ ຢູ່​ກຳ​ແພງ​ນະ​ຄອນ​ ທຽນ​ສິນ​ ປະ​ເທດ​ຈີນ.

ຂປລ.ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG , ​ວັນ​ທີ 1 ກັນ​ຍາ​ນີ້, ທ່ານ ​ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ ຂອງ​ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ ປະ​ເທດ​ຈີນ ໄດ້ເຊື້ອ​ເຊີນ​​ ບັນ​ດາພັນ​ລະ​ຍາ ​​ຂອງຜູ້​ນຳ​ຕ່າງ​ປະ​ເທດ ​ທີ່​ເດີນ​ທາງ​ ມາ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ສຸດຍອດ​ ອົງ​ການ​ ຮ່ວມ​ມື ​ຊຽງ​ໄຮ 2025 ​ຮ່ວມ​ກັນ ທ່ຽວ​ຊົມ ​ແມ່​ນ້ຳ​ໄຫເຮີ​ ຢູ່​ກຳ​ແພງ​ນະ​ຄອນ​ ທຽນ​ສິນ​ ປະ​ເທດ​ຈີນ. ໃນໂອກາດນີ້ ທ່ານ ​ນາງ ເຜີງ​ລີ້ຢວນ ກ່າວ​ວ່າ: ທຽນ​ສິນ ​ເປັນ​ຕົວ​ເມືອງ ​ທີ່​ມີ​ມໍ​ລະ​ດົກ ​ທາງປະ​ຫວັດ​ສາດ ແລະ​ ມົນ​ສະ​ເໜ່​​ ດ້ານ​ຄວາ​ມ​ທັນ​ສະ​ໄໝ ​ເຊື່ອມ​ໂຍງ​ ເຂົ້າ​ກັນ, ແມ່​ນ້ຳ​ໄຫ​ເຮີ ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ ການ​ພັດ​ທະ​ນາ ​ຂອງ​ກຳ​ແພງ​ນະ​ຄອນ​ ທຽນ​ສິນ, ການ​ແລກ​ປ່ຽນ ແລະ​ ການ​ເຊື່ອມ​ໂຍງ​ກັນ​ ລະ​ຫວ່າງ ວັດ​ທະ​ນະ​ທຳ ຫລາກຫລາຍ​ສີ​ສັນ, ຫວັງ​ວ່າ ​ບັນ​ດາ​ ທ່ານ​​ຄົງມີ​ປະ​ສົບ​ ການ​ທີ່​ມ່ວນ​ຊື່ນ ແລະ ​ໜ້າ​ປະ​ທັບ​ໃຈ ​ຢູ່​ທີ່​ນີ້.ຈາກນັ້ນ ບັນ​ດາ​ພັນ​ລະ​ຍາ​ ໄດ້​ຖ່າຍ​ຮູບ ​ຮ່ວມ​ກັນ​ ເພື່ອ​ເປັນ​ທີ່​ລະ​ນຶກ ​ຢູ່​​ດາດ​ຟ້າ​ຂອງ​ກຳ​ປັ່ນ. ບັນ​ດາ​ແຂກ ​ຜູ້​ມີ​ກຽດ​ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ​ວັດ​ທະ​ນະ​ທຳ​ ດັ້ງ​ເດີມ ​ອັນ​ດີ​ງາມ​ຂອງ​ ສປ ຈີນ ແລະ ຕີ​ລາ​ຄາ​ສູງ ​ຕໍ່​ຜົນ​ສຳ​ເລັດທີ່ພົ້ນ​ເດັ່ນ ​ດ້ານຄວາມ​ທັນ​ສະ​ໄໝ​ ແບບ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top