ກຽກກິດສະຖານ ຈະເປັນປະເທດ ປະທານໝູນວຽນ ຂອງອົງການຮ່ວວມມືຊຽງໄຮປີ 2025–2026

02/09/2025 12:09
Email Print 179
ຂປລ ກອງ​ປະ​ຊຸມ ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ ​ປະ​ມຸກ​ລັດ​ ປະ​ເທດ​ ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ ແລະ ​ວາງ​ສະ​ແດງ​ ເໝີຍ​ຈ່ຽງ ກຳ​ແພງ​ນະ​ຄອນ ​ທຽນ​ສິນ​ຈີນ.

ຂປລ.ວິ​ທະ​ຍຸ​ ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG, ​ວັນ​ທີ 1 ກັນ​ຍາ​ນີ້, ກອງ​ປະ​ຊຸມ ​ຄັ້ງ​ທີ 25 ຂອງ​ສະ​ພາ​ມົນ​ຕີ ​ປະ​ມຸກ​ລັດ​ ປະ​ເທດ​ ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ ແລະ ​ວາງ​ສະ​ແດງ​ ເໝີຍ​ຈ່ຽງ ກຳ​ແພງ​ນະ​ຄອນ ​ທຽນ​ສິນ​ຈີນ. ໃນກອງ​ປະ​ຊຸມຄັ້ງນີ້ ​ໄດ້​ເຫັນ​ດີ​ ເປັນ​ເອ​ກະ​ພາບ​ກັນ ​ຮັບ​ຮອງ​ເອົາ ສປປ ​ລາວ ​ເປັນ​ປະ​ເທດ ​ຄູ່​ເຈລະ​ຈາ​​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ ​ຕົກ​ລົງ​ໃຫ້ ກຽກ​​ກິດ​ສະ​ຖານ ​ເປັນ​ປະ​ເທດ​ ປະ​ທານ​ໝູນວຽນ ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮປີ 2025 – 2026./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top