ພິທີລະນຶກໄຊຊະນະສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ-ສົງຄາມຕໍ່ຕ້ານຟາດຊິດໂລກຄົບຮອບ80ປີ ຈະຈັດຂຶ້ນໃນວັນທີ3ກັນຍານີ້

02/09/2025 11:38
Email Print 161
ຂປລ ວັນລະນຶກ ໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ ຈະຈັດຂຶ້ນ ໃນເວລາ 9 ໂມງ ຂອງວັນທີ 3 ກັນຍານີ້ ຢູ່ສະໜາມ ຫລວງ ທຽນອ່ານເມີນ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ.

ຂປລ. ວັນລະນຶກ ໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານຟາດຊິດໂລກ ຄົບຮອບ 80ປີ ຈະຈັດຂຶ້ນ ໃນເວລາ 9 ໂມງ ຂອງວັນທີ 3 ກັນຍານີ້ ຢູ່ສະໜາມ ຫລວງ ທຽນອ່ານເມີນ ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ,  ປະທານ ຄະນະກຳມະ ການ ການທະຫານ ສູນກາງຈີນ ຈະກ່າວຄຳປາໄສສຳຄັນ ພ້ອມທັງ ກວດແຖວທະຫານ. ເວລາ20ໂມງຂອງວັນດຽວກັນ,  ງານລາຕີສິລະປະວັນນະຄະດີ ເພື່ອລະນຶກ ໄຊຊະນະດັ່ງກ່າວ ພາຍໃຕ້ຫົວຂໍ້ຄວາມເປັນທຳ ຕ້ອງຊະນະແນ່ນອນຈະຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ, ທ່ານ ສີ ຈິ້ນຜິງ ແລະ ທ່ານອື່ນໆ ຈະເຂົ້າຊົມການສະແດງ ສິລະປະ ວັນນະຄະດີ ຄັ້ງນີ້. ຮອດເວລານັ້ນ, ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG ຈະຖ່າຍທອດສົດ ກິດຈະກຳ ດັ່ງກ່າວ ແລະ ຂ່າວສານຊິນຮວາ ສຳນັກຂ່າວສານແຫ່ງຊາດຈີນ ກໍຈະລາຍງານສົດ ດ້ວຍພາບບັນຍາກາດ ຂອງພິທີດັ່ງກ່າວ ເຊັ່ນກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top