ອັດຕາຫວ່າງງານໃນອັງກິດ ເພີ່ມຂຶ້ນສູງສຸດໃນຮອບ 4ປີ

17/07/2025 18:03
Email Print 275
ຂປລ ອັດຕາ ຫວ່າງງານ ຢູ່ ອັງກິດ ໃນຮອບ 3 ເດືອນຫລ້າສຸດ ຈົນເຖິງເດືອນ ພຶດສະພາ ເພີ່ມຂຶ້ນເຖິງ 4,7% ຖືເປັນ ສະຖິຕິ ສູງທີ່ສຸດ ໃນຮອບ 4ປີຜ່ານມາ ນັບຕັ້ງແຕ່ ເດືອນມີນາ ປີ2021

ຂປລ.ຕາມຂ່າວຈາກ ນະຄອນຫລວງ ລອນດອນ, ວັນທີ17ກໍລະກົດນີ້, ສຳນັກງານ ສະຖິຕິ ແຫ່ງຊາດ ຂອງ ອັງກິດ ເປີດເຜີຍວ່າ: ອັດຕາ ຫວ່າງງານ ຢູ່ ອັງກິດ ໃນຮອບ 3 ເດືອນ ຫລ້າສຸດ ຈົນເຖິງ ເດືອນ ພຶດສະພາ ເພີ່ມຂຶ້ນເຖິງ 4,7% ຖືເປັນ ສະຖິຕິ ສູງທີ່ສຸດ ໃນຮອບ 4ປີຜ່ານມາ ນັບຕັ້ງແຕ່ ເດືອນມີນາ ປີ2021 ແລະ ສູງຂຶ້ນ0,1% ຈາກອັດຕາ ຫວ່າງງານ ລະຫວ່າງ ເດືອນເມສາ ຫາເດືອນ ພຶດສະພາ ທີ່ຜ່ານມາ ຊຶ່ງຢູ່ລະດັບ 4,6%. ຂະນະທີ່ ສ.ອາເມລິກາ ເລີ່ມເກັບພາສີ ພື້ນຖານ ອັດຕາ 10% ກັບປະເທດ ຄູ່ຄ້າ ທຸກແຫ່ງ ທົ່ວໂລກ ລວມທັງ ອັງກິດ ສົ່ງຜົນກະທົບ ເປັນບໍລິເວນ ກວ້າງ ຕໍ່ຫົວໜ່ວຍ ທຸລະກິດ ພາຍໃນປະເທດ ກ່ຽວກັບ ການຈ້າງງານ ຫລຸດລົງ. ນອກນີ້ ເສດຖະກິດ ອັງກິດ ຍັງຫົດຕົວ ຕິດຕໍ່ກັນ 2ເດືອນແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top