ບ້ານແກ້ງໝໍ້ ຈັດແຂ່ງຂັນຊ່ວງເຮືອ ປະຈຳປີ 2024

31/10/2024 15:09
Email Print 2596
ຂປລ ຂປລ. ເມື່ອບໍ່ດົນຜ່ານມານີ້, ບ້ານແກ້ງໝໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ຈັດການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2024, ມີເຮືອເຂົ້າຮ່ວມແຂ່ງຂັນ 5 ລຳ ໃນນັ້ນ, ມີເຮືອເຈົ້າພາບບ້ານແກ້ງໝໍ້ 3 ລຳ ແລະ ເຮືອມາຈາກຕ່າງເມືອງ 2 ລຳ ໂດຍມີການນຳຂັ້ນເມືອງ, ນະຄອນຫລວງວຽງຈັນ, ພ້ອມດ້ວຍປະຊາຊົນ ບ້ານແກ້ງໝໍ້ ເຂົ້າຮ່ວມຊົມ-ເຊຍ ຢ່າງຄຶກຄື້ນມ່ວນຊື່ນ.




ຂປລ. ເມື່ອບໍ່ດົນຜ່ານມານີ້
, ບ້ານແກ້ງໝໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ຈັດການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2024, ມີເຮືອເຂົ້າຮ່ວມແຂ່ງຂັນ 5 ລຳ ໃນນັ້ນ, ມີເຮືອເຈົ້າພາບບ້ານແກ້ງໝໍ້ 3 ລຳ ແລະ ເຮືອມາຈາກຕ່າງເມືອງ 2 ລຳ ໂດຍມີການນຳຂັ້ນເມືອງ, ນະຄອນຫລວງວຽງຈັນ, ພ້ອມດ້ວຍປະຊາຊົນ ບ້ານແກ້ງໝໍ້ ເຂົ້າຮ່ວມຊົມ-ເຊຍ ຢ່າງຄຶກຄື້ນມ່ວນຊື່ນ.




ຜ່ານການແຂ່ງຂັນ ທີ
1 ໄດ້ແກ່ເຮືອຊ່ວງອ່າງໃຫຍ່ ຈາກເມືອງສີໂຄດຕະບອງ ໄດ້ຮັບເງິນລາງວັນ 4 ລ້ານກີບ,  ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບທີ 2 ໄດ້ແກ່ເຮືອຊ່ວງບີ່ນາວາ ຊາວໜຸ່ມບ້ານແກ້ງໝໍ້ ໄດ້ຮັບເງິນລາງວັນ 3 ລ້ານກີບ, ພ້ອມຂັນລາງວັນ, ອັນດັບທີ 3 ໄດ້ແກ່ເຮືອ ເຈົ້າພໍ່ສີຊົມຊື່ນ 2 ເຮືອເຈົ້າພາບຈັດງານບຸນ ໄດ້ຮັບເງິນລາງວັນ 2 ລ້ານກີບ, ພ້ອມຂັນລາງວັນ ແລະ ອັນດັບທີ 4 ໄດ້ແກ່ເຮືອ ເຈົ້າພໍ່ສີຊົມຊື່ນ 1 ເຮືອເຈົົ້າພາບຈັດງານບຸນ ໄດ້ຮັບເງິນລາງວັນ 1 ລ້ານກີບ, ພ້ອມຂັນລາງວັນ.



ທ່ານ ວີໄຊ ສີດວງລາດ ນາຍບ້ານແກ້ງໝໍ້ ​ໄດ້​ໃຫ້​ຮູ້ວ່າ: ບ້ານແກ້ງໝໍ້ ໄດ້ຈັດງານບຸນອອກພັນສາ ກໍຄື ການແຂ່ງຂັນຊ່ວງເຮືອ ປະເພນີເປັນປະຈຳ ໃນທຸກໆປີ ເພື່ອຮັກສາວັດທະນະທຳ
, ຮີດຄອງປະເພນີອັນດີງາມ  ທີ່ເຄີຍປະຕິບັດກັນມາ ໃຫ້ມີຄວາມຢືນຍົງ, ທັງເປັນການ ເຕົ້າໂຮງຄວາມສາມັກຄີ ປະຊາຊົນພາຍໃນບ້ານ, ບ້ານໃກ້ຄຽງ ແລະ ບັນດາເມືອງໃນນະຄອນຫລວງວຽງຈັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ໂດຍໄດ້ຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ການແຂ່ງຂັນຊ່ວງເຮືອ, ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ປະເພດເຄື່ອງອຸປະໂພກ-ບໍລິໂພກ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ, ພ້ອມທັງມີ​ການສະ ແດງສິລະປະດົນຕີ ຕື່ມ​ອີກ.




ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ແມ່ນ ຮີດ
12 ຄອງ 14 ແລະ ແມ່ນຮີດ ຄອງປະເພນີ ອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ ບູຮານນະການ ເຊິ່ງມີປະຫວັດຄວາມເປັນມາອັນຍາວນານ. ການແຂ່ງຂັນຊ່ວງເຮືອ ​ໃນ​ໂອກາດ​ບຸນ​ອອກ​ພັນ​ສາ ເປັນກິລາທາງໜ້ານ້ຳ ປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດ ໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາພັກຜ່ອນຢ່ອນໃຈ ພາຍຫລັງທີ່ທຳການຜະລິດໃນລະດູຝົນຕະ ຫລອດຫລາຍເດືອນຜ່ານມາ.



ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top